Skip to main content

ອາຫານທ່ຽງໃນໂຮງຮຽນ ຊ່ວຍໃຫ້ການຮຽນຂອງນ້ອງນັກຮຽນດີຂຶ້ນ

25/12/2025

ການຂາດແຄນອາຫານທ່ຽງ ເຄີຍເປັນບັນຫາຫຼັກທີ່ສົ່ງຜົນຕໍ່ອັດຕາການປະລະການຮຽນ ແຕ່ພາຍຫຼັງໂຄງການອາຫານທ່ຽງໃນໂຮງຮຽນໄດ້ເຂົ້າມາມີບົດບາດ ເຮັດໃຫ້ພາບບັນຫາເຫຼົ່ານັ້ນເລີ່ມຄ່ອຍໆຫາຍໄປ ນັກຮຽນມາໂຮງຮຽນສະໝໍ່າສະເໝີຂຶ້ນ ແລະ ຜົນການຮຽນຂອງນັກຮຽນດີຂຶ້ນ.

ທ່ານ ພອນສະຫວາດ ຄຳວິໄລ ຫົວໜ້າຫ້ອງການພາກສະໜາມຂອງອົງການອາຫານໂລກ ປະຈໍາເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສຳພາດວ່າ: ອົງການອາຫານໂລກ ປະຈໍາເມືອງໂຂງ ໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການອາຫານທ່ຽງຢູ່ 4 ແຂວງພາກໃຕ້. ໃນນັ້ນ, ບ້ານແກ້ງກຸ່ມ ເມືອງໂຂງ ແຂວງຈໍາປາສັກ ເປັນໜຶ່ງໃນບ້ານເປົ້າໝາຍຂອງໂຄງການອາຫານທ່ຽງໃນໂຮງຮຽນ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການມາຕັ້ງແຕ່ປີ 2021 ພາຍໃຕ້ການສະໜັບສະໜູນຂອງແຜນງານແມັກໂກເວີນດໍ 2020 (McGovern-Dole 2020) ຫາປີ 2025, ແຕ່ໃນຂະນະດຽວກັນ ກໍໄດ້ຮັບການສະໜັບສະໜູນເພີ່ມຕື່ມຈາກແມັກໂກເວີນດໍ ເລີ່ມແຕ່ປີ 2024-2029 ຊຶ່ງພາຍໃຕ້ການສະໜັບສະໜູນຂອງໂຄງການອາຫານທ່ຽງ ມີ: ເຂົ້າເສີມວິຕາມິນ, ປາກະປ໋ອງ ແລະ ນໍ້າມັນພືດ. ນອກນັ້ນ, ແມ່ນການປະກອບສ່ວນຂອງຊຸມຊົນຈາກທ້ອງຖິ່ນ ຄື: ອາຫານສົດ, ການລະດົມເປັນເງິນສົດຈາກປະຊາຊົນພາຍໃນບ້ານດັ່ງກ່າວບວກກັບອາຫານທີ່ອົງການອາຫານໂລກໃຫ້ການສະໜັບສະໜູນນີ້ ຄືກິດຈະກຳຫຼັກໆຂອງໂຄງການອາຫານທ່ຽງໃນໂຮງຮຽນ. ນອກຈາກນັ້ນ, ກໍມີການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຄົວ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ໂດຍມີການຝຶກອົບຮົມໃຫ້ຄວາມຮູ້ໃນການບໍລິຫານຈັດການ, ການຂຶ້ນແຜນອາຫານ. ນອກຈາກນັ້ນ, ກໍມີການໃຫ້ຄວາມຮູ້ ໃນການບໍລິຫານຈັດການສາງອາຫານການຊ່ວຍເຫຼືອຢູ່ຂັ້ນໂຮງຮຽນ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ແຜນການໃນຕໍ່ໜ້າ ຄາດວ່າແຜນງານ ແມັກໂກເວີນດໍ 2020 ນີ້ ຈະສຸມໃສ່ການເສີມສ້າງຄວາມສາມາດໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ. ນອກຈາກນັ້ນ, ຍັງຈະມີການຄົ້ນຄວ້າບາງງົບປະມານ ເພື່ອມາສົ່ງເສີມ ຫຼື ປັບປຸງຄຸນນະພາບແຫຼ່ງນ້ຳສະອາດ ເພາະວ່ານ້ຳເປັນອີກປັດໄຈໜຶ່ງ ທີ່ກ່ຽວຂ້ອງກັບທຸກໆກິດຈະກຳໃນອາຫານທ່ຽງ ບໍ່ວ່າຈະເປັນນ້ຳສຳລັບການປຸງແຕ່ງອາຫານ, ນ້ຳສຳລັບການເຮັດສວນຄົວ ກໍຄື ນ້ຳເພື່ອສຸຂະອະນາໄມຂອງນັກຮຽນ ຊຶ່ງເປັນເປົ້າໝາຍຫຼັກຈະໄດ້ຮ່ວມເຮັດວຽກກັບລັດຖະບານຂັ້ນທ້ອງຖິ່ນ ກໍຄື ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອຄົ້ນຄວ້າ ຫຼື ຈັດບຸລິມະສິດໃນໂຮງຮຽນ.

ໂຮງຮຽນແກ້ງກຸ່ມ ເປັນໜຶ່ງໃນຈໍານວນ 59 ໂຮງຮຽນຂອງ ເມືອງໂຂງ ແຂວງຈຳປາສັກ ທີ່ເຮັດໄດ້ດີໃນດ້ານຂອງການບໍລິຫານຈັດການສາງ, ການຈັດການສະພາບແວດລ້ອມຂອງໂຮງຮຽນລວມເຖິງການຮັກສາສຸຂະອະນາໄມ ສະແດງໃຫ້ເຫັນວ່າໃນການຈັດຕັ້ງປະຕິບັດໂຄງການເຫັນວ່າໂຮງຮຽນບ້ານແກ້ງກຸ່ມແມ່ນເຮັດໄດ້ດີ ແລະ ຂໍ້ມູນການປຸງແຕ່ງອາຫານ ແມ່ນມີການແຕ່ງກິນເປັນປົກກະຕິ ກໍຄືທຸກໆມື້ທີ່ມີການເຂົ້າຮຽນ ຕ້ອງມີການແຕ່ງອາຫານ. ສຳລັບປັດໄຈຫຼັກແມ່ນຄວາມເປັນເຈົ້າຂອງບ້ານ ທີ່ຕ້ອງໄດ້ເຂົ້າໃຈວ່າ ນີ້ເປັນໂຄງການຂອງບ້ານ ຖ້າຄະນະພັດທະນາການສຶກສາຂັ້ນບ້ານບໍ່ເຂົ້າໃຈພາລະບົດບາດ ບໍ່ຮັບຮູ້ເຖິງຄວາມສໍາຄັນຂອງວຽກງານການສຶກສາມັນຈະເປັນສິ່ງທ້າທາຍຫຼາຍສໍາລັບຄວາມຍືນຍົງ, ຊຶ່ງຫຼາຍໆບ້ານທາງໂຄງການກໍມີແຜນຈະເຮັດເປັນກິດຈະກໍາແລກປ້ຽນ ໂດຍອາດຈະເອົາບ້ານທີ່ຢູ່ໃນລະດັບປານກາງ ທີ່ເຮັດບໍ່ທັນໄດ້ດີ ມາຢ້ຽມຢາມບ້ານທີ່ເຮັດໄດ້ດີ ເປັນຕົ້ນບ້ານແກ້ງກຸ່ມ.

ດ້ານ ນາງ ຄໍາຝ່ອນ ໂສພາວະດີ ວິຊາການຫ້ອງການສຶກສາທິການ ແລະ ກິລາ ເມືອງໂຂງ ໄດ້ກ່າວວ່າ: ການຂາດແຄນອາຫານທ່ຽງ ເຄີຍເປັນບັນຫາຫຼັກທີ່ສົ່ງຜົນຕໍ່ອັດຕາການປະລະການຮຽນ ແຕ່ພາຍຫຼັງໂຄງການອາຫານທ່ຽງໃນໂຮງຮຽນໄດ້ເຂົ້າມາດໍາເນີນການ ພາບບັນຫາເຫຼົ່ານັ້ນເລີ່ມຄ່ອຍໆຫາຍໄປ ນັກຮຽນມາໂຮງຮຽນສະໝໍ່າສະເໝີຂຶ້ນ ຢູ່ຮຽນຈົນຄົບເວລາ ແລະ ມີສະມາທິໃນການຮຽນຫຼາຍຂຶ້ນ. ປັດຈຸບັນ ເມືອງໂຂງ ມີໂຮງຮຽນທັງໝົດ 59 ແຫ່ງ ແຕ່ມີພຽງປະມານ 10 ແຫ່ງ ທີ່ສາມາດຈັດຕັ້ງປະຕິບັດໂຄງການອາຫານທ່ຽງໄດ້ຢ່າງພົ້ນເດັ່ນ. ຢ່າງໃດກໍຕາມ, ເບື້ອງຫຼັງຄວາມສໍາເລັດນັ້ນ ບໍ່ແມ່ນມາຈາກການຊ່ວຍເຫຼືອຈາກພາຍນອກເທົ່ານັ້ນ ແຕ່ຍັງເກີດຈາກການຮ່ວມໃຈຂອງຊຸມຊົນອີກດ້ວຍ.

ຂ່າວໂດຍ: ບົວລະພາ ອິນສີມະນີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ