ສສກ-ປກຊ ຮ່ວມລົງນາມບົດບັນທຶກການຮ່ວມມືດ້ານເຕັກນິກ ແລະ ວິຊາການ ຄວາມປອດໄພລັງສີ ແລະ ນິວເຄລຍ
24/12/2025

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກົມເຄມີສາດ ກະຊວງປ້ອງກັນປະເທດ (ປກຊ) ຮ່ວມລົງນາມບົດບັນທຶກການຮ່ວມມືດ້ານເຕັກນິກ ແລະ ວິຊາການ ຄວາມປອດໄພລັງສີ ແລະ ນິວເຄລຍ ເມື່ອວັນທີ 23 ທັນວາ 2025 ທີ່ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດລົງນາມໂດຍ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພັອ ຄຳສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພັອ ໂອພາດ ທຳມະທອງ ຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຜູ້ອຳນວຍການສະຖາບັນອ້ອມຂ້າງທັງສອງກະຊວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ບົດບັນທຶກການຮ່ວມມືສະບັບນີ້, ມີເປົ້າໝາຍເພື່ອເສີມສ້າງການຮ່ວມມືດ້ານວິຊາການ, ການຝຶກອົບຮົມ, ການພັດທະນາບຸກຄະລາກອນ ແລະ ການແລກປ່ຽນຂໍ້ມູນທາງເຕັກນິກ ໃນຂົງເຂດຄວາມປອດໄພລັງສີ ແລະ ນິວເຄຼຍ ເພື່ອໃຫ້ການນຳໃຊ້ສານ ແລະ ເທັກໂນໂລຊີທີ່ກ່ຽວຂ້ອງ ເປັນໄປຢ່າງປອດໄພ, ມີປະສິດທິພາບ ແລະ ຖືກຕ້ອງຕາມກົດໝາຍ. ພ້ອມນີ້, ການເຊັນບົດບັນທຶກດັ່ງກ່າວ ຖືເປັນກ້າວສຳຄັນໃນການປະສານງານລະຫວ່າງພາກການສຶກສາ ແລະ ພາກປ້ອງກັນປະເທດ ເພື່ອຮ່ວມກັນຍົກສູງຄວາມສາມາດດ້ານການຄຸ້ມຄອງ ແລະ ຮັບປະກັນຄວາມປອດໄພລັງສີ ແລະ ນິວເຄລຍ ໃນ ສປປ ລາວ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ໄດ້ກ່າວວ່າ: ວຽກງານວິທະຍາສາດ ແມ່ນເປັນໂຕຂັບເຄື່ອນວຽກງານໜຶ່ງທີ່ສໍາຄັນໃຫ້ແກ່ຂະແໜງການທີ່ປິ່ນອ້ອມ ແລະ ໄດ້ມີນິຕິກຳ, ລະບຽບການ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະໃນຂົງເຂດວຽກງານລັງສີ ແລະ ນິວເຄລຍ ກໍຖືວ່າ ເປັນວຽກງານໜຶ່ງ ທີ່ຍັງໃໝ່ຕໍ່ຂະແໜງສຶກສາ, ວິທະຍາສາດ ແລະ ກິລາ ຂອງພວກເຮົາ, ພ້ອມດຽວກັນນັ້ນ ກໍພ້ອມກັນເອົາໃຈໃສ່ໃນການປະສານສົມທົບກັນໃຫ້ມີຄວາມເປັນເອກະພາບກັນ, ສອດຄ່ອງ, ກົມກຽວ, ເຮັດແທ້ທຳຈິງເພື່ອສາມາດຈັດຕັ້ງປະຕິບັດການຮ່ວມມື ແລະ ຮ່ວມເຮັດວຽກນຳກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ເອົາໃຈໃສ່ຄົ້ນຄວ້າຫາຊ່ອງທາງໃນການຍົກສູງການສ້າງຄວາມອາດສາມາດດ້ານວິຊາການໃນແກ່ສອງກົມກອງຂຶ້ນຕື່ມ ໂດຍຜ່ານກອງປະຊຸມວິຊາການ, ຝຶກອົບຮົມໄລຍະສັ້ນ, ໄລຍະຍາວ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ໄປຕາມທິດຊີ້ນໍາຂອງພັກ ແລະ ລັດຖະບານວາງອອກແຕ່ລະໄລຍະ; ຄົ້ນຄວ້າສ້າງເງື່ອນໄຂຮ່ວມກັນ ເພື່ອສ້າງຂະບວນການ, ເຄື່ອນໄຫວວຽກງານວິຊາການຂຶ້ນຕື່ມ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ໂດຍໃຫ້ໄດ້ທັງຮູບການ ແລະ ວິຊາການ ໄປຄຽງຄູ່ກັນ ແລະ ໃຫ້ມີຜົນສໍາເລັດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນໝາກຜົນ, ຜົນສໍາເລັດຂອງການຮ່ວມລົງນາມບົດບັນທຶກໃນຄັ້ງນີ້.
ຂ່າວໂດຍ: ບົວລະພາ
















