Skip to main content

ພະນັກງານຫຼັກແຫຼ່ງ ສສກ ຮັບຟັງມູນເຊື້ອ 2 ວັນປະຫວັດສາດສໍາຄັນຂອງຊາດ

25/12/2025

ພະນັກງານຫຼັກແຫຼ່ງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບຟັງປາຖະກະຖາມູນເຊື້ອວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນຕອນເຊົ້າວັນທີ 25 ທັນວາ 2025 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

ພິທີໃນຄັ້ງນີ້, ຈັດຂຶ້ນເພື່ອເປັນການຫວນຄືນມູນເຊື້ອວັນສໍາຄັນຂອງຊາດ ເວົ້າລວມ, ເວົ້າສະເພາະເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງພັກປະຊາຊົນປະຕິວັດລາວ, ເຊີດຊູນໍ້າໃຈພິລະອາດຫານ ແລະ ຄວາມສະຫຼາດສ່ອງໄສ ໃນພາລະກິດຕໍ່ສູ້ກູ້ຊາດຂອງຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ກໍຄືປະທານໄກສອນ ພົມວິຫານ ແລະ ເຫຼົ່ານັກຮົບທີ່ເສຍສະຫຼະຊິວິດເພື່ອປົກປ້ອງຜືນແຜ່ນດິນລາວໄວ້. ທັງນີ້, ກໍເພື່ອເປັນການປຸກລະດົມຄວາມຮັກຊາດ ແລະ ປຸກຈິດສໍານຶກໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້ ແລະ ຈົດຈໍາໃວ້ໃນໃຈຈາກຮຸ່ນສູ່ຮຸ່ນ.

ໂອກາດນີ້, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ອົງອາດກ້າຫານຂອງບັນພະບູລຸດລາວທີ່ລະອິດລະອ້ຽວຍືດເຍື້ອຍາວນານມາຫຼາຍຮ້ອຍປີສືບທອດກັນມາຈົນກ້າວມາເຖິງໄລຍະແຫ່ງການນຳພາຕໍ່ສູ້ຂອງພັກປະຊາຊົນປະຕິວັດລາວ, ກອງທັບ ແລະ ປະຊາຊົນບັນດາເຜົ່າ ໄດ້ສືບຕໍ່ມູນເຊື້ອອັນອົງອາດກ້າຫານຕໍ່ສູ້ຕ້ານກັບການຮຸກຮານ ແລະ ຄອບຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ປະກາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975 ຈົນກ້າວມາເຖິງໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ໄດ້ຍົກໃຫ້ເຫັນຜົນງານໃນດ້ານຕ່າງໆ ຕະຫຼອດໄລຍະ 50 ປີຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ.

ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ

ໂອກາດດຽວກັນ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ໃຫ້ກຽດປາຖະກະຖາວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ຊຶ່ງສະຫາຍໄດ້ຍົກໃຫ້ເຫັນຊີວິດ ແລະ ບົດບາດການນຳພາການປະຕິວັດຂອງ ປະທານ ໄກສອນ ພົມວິຫານ ວິລະບຸລຸດ ຜູ້ກຳຄັນທຸງນຳໜ້າໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ, ເຮັດສຳເລັດພາລະກຳປະຫວັດສາດ ແລະ ປົດປ່ອຍຊາດຢ່າງສະຫງ່າຜ່າເຜີຍໃນປີ 1975 ແລະ ໄດ້ຍົກໃຫ້ເຫັນແນວຄິດ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ທີ່ຕິດພັນສະໜິດແໜ້ນກັບຂະບວນການຕໍ່ສູ້ ແລະ ໄຊຊະນະຂອງການປະຕິວັດ ຂອງ ສປປ ລາວ ແລະ ກາຍເປັນທວນໄຟເຍືອງທາງໃຫ້ການປະຕິວັດທຸກຍຸກທຸກສະໄໝ.

ທັ້ງນີ, ກໍເພື່ອເຮັດໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງສຶກສາທິການ ແລະ ກິລາ ໄດ້ເຊື່ອມຊຶມມູນເຊື້ອວັນສໍາຄັນຂອງຊາດ ເວົ້າລວມ, ເວົ້າສະເພາະເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງພັກປະຊາຊົນປະຕິວັດລາວ, ເຊີດຊູນນໍ້າໃຈພິລະອາດຫານ ແລະ ຄວາມສະຫຼາດສ່ອງໄສ ໃນພາລະກິດຕໍ່ສູ້ກູ້ຊາດຂອງຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ.

ຂ່າວໂດຍ: ບົວລະພາ ອິນສີມະນີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ