Skip to main content
24/11/2025 | ສຶກສາ

ສຳເລັດກອງປະຊຸມຜູ້ບໍລິຫານອາຊີວະສຶກສາ ທົ່ວປະເທດ ປະຈຳປີ 2025 ອັດລົງດ້ວຍຜົນສຳເລັດ ພ້ອມຮັບຮອງມະຕິ 13 ຂໍ້

ກອງປະຊຸມຜູ້ບໍລິຫານອາຊີວະສຶກສາ ທົ່ວປະເທດ ປະຈຳປີ 2025 ໄດ້ອັດລົງດ້ວຍຜົນສຳເລັດ ໃນວັນທີ 21 ພະຈິກ 2025 ທີ່ຫ້ອງປະຊຸມວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມັນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມ/ຮອງກົມອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງພະແນກສຶກສາທິການ ແລະ ແຂວງ/ນະຄອນຫຼວງ, ບັນດາຜູ້ອໍານວຍການ/ຮອງອໍານວຍການວິທະຍາໄລ, ຫົວໜ້າພະແນກ/ຮອງພະແນກ, ຕົວແທນຈາກຄູ່ຮ່ວພັດທະນາ ພ້ອມທັງພະນັກງານວິຊາການຈາກກົມອາຊີວະສຶກສາ ແລະ ສະຖານອາຊີວະສຶກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ນຳສະເໜີຜົນສຳເລັດ, ບັນຫາ ແລະ ສິ່ງທ້າທາຍ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຈໍາສົກຮຽນ 2024-2025 ແລະ ສົກຮຽນ 2025-2026 ທີ່ໄດ້ດໍາເນີນຕາມວາລະກອງປະຊຸມ ໂດຍກອງປະຊຸມໄດ້ຄົ້ນຄວ້າ ແລະ […]

22/11/2025 | ສຶກສາ

ມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານກະໂດນ ຫຼັງໃໝ່

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຮງຮຽນປະຖົມສົມບູນບ້ານກະໂດນຫຼັງໃໝ່ ໄດ້ມີຂຶ້ນໃນວັນທີ 13 ພະຈິກ 2025 ທີ່ໂຮງຮຽນປະຖົມສົມບູນ ບ້ານກະໂດນ ເມືອງລະມາມ ແຂວງເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ພອນໄພ ສີວິໄລ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ເຈິ່ນ ທິ ຈາງ ຕາງໜ້າອົງການ ມີດາດ (Midas) ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ, ຄູ-ອາຈານ, ອໍານາດການປົກຄອງບ້ານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ. ໃນພິທີ, ທ່ານ ບົວສອນ ພອນວິໄລ ຫົວໜ້າໜ່ວຍງານບໍລິຫານ, ຫ້ອງການສຶກສາທິການ ແລະ ກິລາເມືອງລະມາມ ໄດ້ກ່າວວ່າ: ອາຄານຫຼັງໃໝ່ແຫ່ງນີ້ ແມ່ນໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ມິຖຸນາ 2025 ເປັນຕົ້ນມາ ຮອດຕົ້ນເດືອນພະຈິກ 2025 ແມ່ນສໍາເລັດ 100% ໂດຍແມ່ນບໍລິສັດຮ່ວມມືເສດຖະກິດ 385 ແລະ ບໍລິສັດ ຄູນຊັບຈະເລີນ […]

20/11/2025 | ສຶກສາ

ສຳເລັດການມາຢ້ຽມຢາມ-ຕິດຕາມ ການຈັດຕັ້ງປະຕິບັດກິດຈະກໍາຂອງຄູສອນ ຈາກ ສ.ເກົາຫຼີ ທີ່ເຂົ້າຮ່ວມໂຄງການແລກປ່ຽນຄູລາວ-ເກົາຫຼີ ປະຈໍາປີ 2025

ເມື່ອວັນທີ 17-18 ພະຈິກ 2025 ທີ່ຜ່ານມານີ້, ຄະນະຊ່ຽວຊານຈາກສູນການສຶກສາເພື່ອຄວາມເຂົ້າໃຈສາກົນ ພາກພື້ນອາຊີ-ປາຊີຟິກ (APCEIU) ແລະ ຫ້ອງການສຶກສາມະຫານະຄອນແດຈອນ (Daejeon) ຮ່ວມກັບ ຫ້ອງການເລຂາຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ (ຄລອ), ຜູ້ຕາງໜ້າຈາກກົມສ້າງຄູ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ໂດຍສົມທົບກັບຄະນະຮັບຜິດຊອບວຽກງານໂຄງການ ໄດ້ສຳເລັດການຢ້ຽມຢາມ ແລະ ລົງຕິດຕາມການຈັດຕັ້ງປະຕິບັດກິດຈະກໍາຂອງຄູສອນ ຈາກ ສ.ເກົາຫຼີ ທີ່ເຂົ້າຮ່ວມໂຄງການແລກປ່ຽນຄູລາວ-ເກົາຫຼີ ປະຈໍາປີ 2025 ທີ່ມາປະຈໍາການຢູ່ໂຮງຮຽນປະຖົມສາທິດ ດົງຄໍາຊ້າງ ແລະ ໂຮງຮຽນມັດທະຍົມສຶກສາສົມບູນ ສີວິໄລ ໂດຍມີຄະນະອຳນວຍການ ແລະ ຄູອາຈານຈາກ 2 ໂຮງຮຽນໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດນີ້, ຜູ້ອຳນວຍການໂຮງຮຽນກໍຄືໂຮງຮຽນປະຖົມສາທິດ ດົງຄໍາຊ້າງ ແລະ ໂຮງຮຽນມັດທະຍົມສຶກສາສົມບູນ ສີວິໄລ ໄດ້ກ່າວສະແດງຄວາມດີໃຈທີ່ນັບແຕ່ມີຄູເກົາຫຼີມາຊ່ວຍສອນເປັນເວລາເກືອບ 3 ເດືອນເຫັນວ່ານ້ອງນັກຮຽນ ມີຄວາມຕັ້ງໃຈໃນການຮຽນຫຼາຍຂຶ້ນ, ມີຄວາມກະຕືລືລົ້ນ […]

19/11/2025 | ສຶກສາ

ລັດຖະມົນຕີ ສສກ ຕ້ອນຮັບອາສາສະໝັກຍີ່ປຸ່ນ ຮຸ່ນທີ 10 ໂອກາດມາຮັບໜ້າທີ່ເປັນຄູຜູ້ຊ່ວຍສອນພາສາຍີ່ປຸ່ນຢູ່ 10 ໂຮງຮຽນ

ເມື່ອວັນທີ 17 ພະຈິກ 2025 ຜ່ານມານີ້ ທີ່ສຳນັກກະຊວງສຶກສາທິການ ແລະ ກິລາ (ສສກ) ທ່ານ ຮສ.ປອ ທອງສະລິດ ມັງໝໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບທ່ານ ໂຢຊູເກະ ກຸຊາກະເບະ (Yosuke KUSAKABE) ຜູ້ອຳນວຍການມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະ ຄູອາສາສະໝັກຍີ່ປຸ່ນ ຈຳນວນ 5 ທ່ານ ໂດຍມີຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ. ການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ແມ່ນເພື່ອແນະນຳຄູຜູ້ຊ່ວຍສອນພາສາຍີ່ປຸ່ນ 5 ທ່ານ ຊຶ່ງເປັນຮຸ່ນທີ 10 ທີ່ມາຮັບໜ້າທີ່ສອນພາສາຍີ່ປຸ່ນໃນ 10 ໂຮງຮຽນພາຍໃນນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການ NIHONGO Partners. ໂອກາດດັ່ງກ່າວ, ທ່ານ ນາງ Miyuki SUGIYAMA ຕາງໜ້າອາສາສະໝັກທຸກຄົນ ສະແດງຄວາມດີໃຈທີ່ໄດ້ມາປະຕິບັດໝ້າທີ່ຢູ່ປະເທດລາວ ເປັນໄລຍະເວລາ 9 ເດືອນ […]

19/11/2025 | ສຶກສາ

ລັດຖະມົນຕີ ສສກ ຕ້ອນຮັບຫົວໜ້າຝ່າຍການສຶກສາ ທະນາຄານໂລກ ໂອກາດຢ້ຽມຢາມ ສປປ ລາວ

ໃນຕອນບ່າຍວັນທີ 17 ພະຈິກ 2025, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັນການຢ້ຽມຂ່ຳນັບຂອງທ່ານ ຄຣິດຕຽນ ເອໂດ (Mr. Cristian Aedo) ຫົວໜ້າຝ່າຍການສຶກສາ ຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກ ທະນາຄານໂລກ ພ້ອມດ້ວຍຄະນະ ໂອກາດການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໂດຍມີຫົວໜ້າກົມ, ແຂກຖືກເຊີນ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຄຣິດຕຽນ ເອໂດ ຫົວໜ້າຝ່າຍການສຶກສາ, ຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກ ທະນາຄານໂລກ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນກອບການຮ່ວມມືລະຫວ່າງ 2 ຝ່າຍ ໃຫ້ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຊາບ ພ້ອມທັງເປັນການປຶກສາຫາລື ຂໍທິດຊີ້ນຳຈາກທ່ານລັດຖະມົນຕີ ໃນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າໃຫ້ສຳເລັດຕາມຄາດໝາຍ ເປັນຕົ້ນແມ່ນ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ: […]

19/11/2025 | ສຶກສາ

ເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ວັນທີ 19 ພະຈິກ 2025, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ຢ້ຽມຢາມໂຮງຮຽນມັດທະຍົມສຶກສາສົມບູນ ຫຼື ມສ ວຽງຈັນ ໂດຍການຕ້ອນຮັບຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ພ້ອມຫົວໜ້າສຶກສາທິການ ແລະ ກິລາເມືອງຈັນທະບູລີ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ສຸກັນດາ ສາລິນທະວົງ ຮອງຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ຕາງໜ້າໃຫ້ຄະນະອໍານວຍການໂຮງຮຽນ ຂໍສະແດງຄວາມຂອບໃຈຢ່າງສຸດໃຈມາຍັງລັດຖະບານຍີ່ປຸ່ນ, ສະຖານທູດຍີ່ປຸ່ນ, ອົງການ Japan Foundation ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອໃຫ້ມີການຈັດການຮຽນການສອນພາສາຍີ່ປຸ່ນໃນໂຮງຮຽນຂອງພວກເຮົາ […]

19/11/2025 | ສຶກສາ

ສະຖາບັນຂົງຈື ຕ້ອນຮັບການຢ້ຽມຢາມຂອງຄະນະນຳຈາກນະຄອນຄຸນໝິງ ສປ ຈີນ

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຕ້ອນຮັບການຢ້ຽມຢາມຂອງຄະນະນຳຈາກນະຄອນຄຸນໝິງ ສປ ຈີນ ໃນວັນທີ 18 ພະຈິກ 2025 ໃຫ້ກຽດນໍາພາຝ່າຍ ສປ ຈີນ ຂອງທ່ານ ວາງ ຢີລິນ ຮອງເຈົ້າຄອງນະຄອນຄຸນໝິງ ສປ ຈີນ ພ້ອມດ້ວຍຄະນະ ແລະ ເປັນກຽດຕ້ອນຮັບຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍ ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ການຢ້ຽມຢາມຂອງທ່ານ ວາງ ຢີລິນ ພ້ອມດ້ວຍຄະນະໃນຄັ້ງນີ້, ໄດ້ຮັບຊົມການວາງສະແດງຮູບພາບປະຫວັດຄວາມເປັນມາຂອງສະຖາບັນຂົງຈື ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ທີ່ຫ້ອງປະຊຸມຂອງສະຖາບັນ ການວາງສະແດງຜົນງານທາງດ້ານວິຊາການ ເຊັ່ນ: ປື້ມຕຳລາຮຽນພາສາຈີນ ແລະ ຫຼັກສູດພາສາຈີນໃນລະດັບປະລິນຍາຕີ, ຫຼັກສູດໄລຍະສັ້ນ, ການສາທິດການຊົງຊາ ແລະ ການສະແດງກູເຈິ່ງ ຂອງນັກສຶກສາ. ພ້ອມນັ້ນ, ທ່ານ […]

19/11/2025 | ສຶກສາ

ນຳສະເໜີການຄົ້ນຄວ້າ ກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວ ຕໍ່ເວທີພາກພື້ນອາຊີ-ປາຊີຟິກ

ຄະນະນຳກະຊວງສຶກສາທິການ ແລະ ກິລາ (ສສກ) ນຳພາໂດຍ ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດ ທີ່ເມືອງເມວເບີນ ປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025 ຊຶ່ງກອງປະຊຸມໃນຄັ້ງນີ້ ໄດ້ເຊຶື້ອເຊີນນັກວິຊາການ ແລະ ວິຊາການສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ ເພື່ອສ້າງຈິນຕະນາການຄືນໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມໃນພາກພື້ນ ແນໃສ່ໃຫ້ສອດຄ່ອງຢ່າງໜັກແໜ້ນຕໍ່ການຮຽນການສອນທີ່ຮຽນຮ່ວມ ຄືກັບຄຳຂັວນຂອງງານທີ່ວ່າ: “ຈິນຕະນາການອະນາຄົດຂອງການສຶກສາຄືນໃໝ່”. ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ນຳສະເໜີການຄົ້ນຄວ້າໃນເວທີສາກົນຄັ້ງນີ້ ໂດຍທ່ານໄດ້ກ່າວວ່າ: “ການສຶກສາຄັ້ງນີ້ ແມ່ນເປັນເຄື່ອງມືສຳຄັນໃນການປັບປຸງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູຂອງພວກເຮົາ ໂດຍການກຳນົດວິທີການສອນທີ່ສົ່ງເສີມການຮຽນຮ່ວມຂອງນັກຮຽນ, ພວກເຮົາສາມາດແນະນຳວິທີການທີ່ໄດ້ຜົນນີ້ຢ່າງກວ້າງຂວາງ ເພື່ອໃຫ້ການສະໜັບສະໜູນຄູໃຫ້ດີຂຶ້ນ ເພື່ອການຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງນັກຮຽນ.” ສະທ້ອນຄືນຄວາມຮູ້ສຶກນີ້, ທ່ານ ນາງ […]