ມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານກະໂດນ ຫຼັງໃໝ່

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຮງຮຽນປະຖົມສົມບູນບ້ານກະໂດນຫຼັງໃໝ່ ໄດ້ມີຂຶ້ນໃນວັນທີ 13 ພະຈິກ 2025 ທີ່ໂຮງຮຽນປະຖົມສົມບູນ ບ້ານກະໂດນ ເມືອງລະມາມ ແຂວງເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ພອນໄພ ສີວິໄລ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ເຈິ່ນ ທິ ຈາງ ຕາງໜ້າອົງການ ມີດາດ (Midas) ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ, ຄູ-ອາຈານ, ອໍານາດການປົກຄອງບ້ານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ໃນພິທີ, ທ່ານ ບົວສອນ ພອນວິໄລ ຫົວໜ້າໜ່ວຍງານບໍລິຫານ, ຫ້ອງການສຶກສາທິການ ແລະ ກິລາເມືອງລະມາມ ໄດ້ກ່າວວ່າ: ອາຄານຫຼັງໃໝ່ແຫ່ງນີ້ ແມ່ນໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ມິຖຸນາ 2025 ເປັນຕົ້ນມາ ຮອດຕົ້ນເດືອນພະຈິກ 2025 ແມ່ນສໍາເລັດ 100% ໂດຍແມ່ນບໍລິສັດຮ່ວມມືເສດຖະກິດ 385 ແລະ ບໍລິສັດ ຄູນຊັບຈະເລີນ ກໍ່ສ້າງ-ສ້ອມແປງ ຈໍາກັດຜູ້ດຽວ ປະຈໍາຢູ່ແຂວງອັດຕາປື ເປັນຜູ້ຮັບເໝົາກໍ່ສ້າງ, ຊຶ່ງເປັນທຶນທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກອົງການ ມີດາດ (Midas) ປະເທດຍີ່ປຸ່ນ ໃນມູນຄ່າ 96.000 ໂດລາສະຫະລັດ ເປັນອາຄານຊັ້ນດຽວ ໂຄງສ້າງເບຕົງເສີມເຫຼັກ ມຸງດ້ວຍສັງກະສີ, ຝາກໍ່ດ້ວຍດິນຈີ່, ຂະໜາດ 9×47 ແມັດ, ລວມ 5 ຫ້ອງ ແຕ່ລະຫ້ອງປະກອບດ້ວຍເຄື່ອງເຟີນີເຈີຂອງຄູ-ນັກຮຽນ ແລະຕິດຕັ້ງລະບົບໄຟຟ້າ, ພັດລົມໃນແຕ່ລະຫ້ອງຄົບຊຸດ. ອາຄານຫຼັງນີ້ເປັນອາຄານຮຽນທີ່ມີຄວາມໝາຍສໍາຄັນໃຫ້ແກ່ຊາວບ້ານກະໂດນ ເພາະມັນເປັນສັນຍາລັກອັນໜຶ່ງທີ່ສະແດງເຖິງນໍ້າໃຈຂອງປະຊາຊົນຊາວຍີ່ປຸ່ນ ທີ່ມີຕໍ່ປະຊາຊົນລາວໄດ້ໃຊ້ທຸກວິທີທາງຊອກແຫຼ່ງທຶນມາພັດທະນາໂຮງຮຽນ ໂດຍສະເພາະແມ່ນການປຸກສ້າງອາຄານຮຽນໃນບ້ານດັ່ງກ່າວຈົນສໍາເລັດຜົນ.
ໂອກາດນີ້, ທ່ານ ພອນໄພ ສີວິໄລ ຍັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ພ້ອມພາກສ່ວນກ່ຽວຂ້ອງ ຈົ່ງມີຄວາມອຸ່ນອ່ຽງທຸ່ນທ່ຽງ ຄຽງຄູ່ກັບການຮຽນການສອນ, ຈັດຕັ້ງຜັນຂະຫາຍວຽກງານການສຶກສາຢ່າງຕໍ່ເນື່ອງລວມທັງກວດກາ, ຕິດຕາມ, ລະດົມຊຸກຍູ້ໃຫ້ປະຊາຊົນພາຍໃນບ້ານເອົາໃຈໃສ່ປົກປັກຮັກສາ ແລະນໍາໃຊ້ໂຮງຮຽນປະຖົມສົມບູນແຫ່ງນີ້ໃຫ້ເກີດປະໂຫຍດຢ່າງສູງ.















