ລັດຖະມົນຕີ ສສກ ຕ້ອນຮັບຫົວໜ້າຝ່າຍການສຶກສາ ທະນາຄານໂລກ ໂອກາດຢ້ຽມຢາມ ສປປ ລາວ

ໃນຕອນບ່າຍວັນທີ 17 ພະຈິກ 2025, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັນການຢ້ຽມຂ່ຳນັບຂອງທ່ານ ຄຣິດຕຽນ ເອໂດ (Mr. Cristian Aedo) ຫົວໜ້າຝ່າຍການສຶກສາ ຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກ ທະນາຄານໂລກ ພ້ອມດ້ວຍຄະນະ ໂອກາດການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໂດຍມີຫົວໜ້າກົມ, ແຂກຖືກເຊີນ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຄຣິດຕຽນ ເອໂດ ຫົວໜ້າຝ່າຍການສຶກສາ, ຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກ ທະນາຄານໂລກ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນກອບການຮ່ວມມືລະຫວ່າງ 2 ຝ່າຍ ໃຫ້ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຊາບ ພ້ອມທັງເປັນການປຶກສາຫາລື ຂໍທິດຊີ້ນຳຈາກທ່ານລັດຖະມົນຕີ ໃນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າໃຫ້ສຳເລັດຕາມຄາດໝາຍ ເປັນຕົ້ນແມ່ນ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ: “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ” ເປັນໂຄງການກູ້ຢືມດອກເບ້ຍຜ່ອນຜັນຈາກທະນາຄານໂລກ 30 ລ້ານ ໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າ 16,9 ລ້ານ ໂດລາສະຫະລັດ ລວມທຶນທັງໝົດ 46,9 ລ້ານ ໂດລາສະຫະລັດ ຊຶ່ງມີໄລຍະການຈັດຕັ້ງປະຕິບັດໂຄງການ 6 ປີ (ເລີ່ມແຕ່ວັນທີ 30 ສິງຫາ 2021 ຫາ ວັນທີ 31 ພຶດສະພາ 2027). ໂຄງການເສີມສ້າງທັກສະ ທີ່ເປັນບູລິມະສິດ ສໍາລັບການເຕີບໂຕ ຂອງ ສປປ ລາວ ເປັນໂຄງການກູ້ຢືມດອກເບ້ຍຜ່ອນຜັນ ຈາກທະນາຄານໂລກ ຊຶ່ງມີໄລຍະເວລາຈັດຕັ້ງປະຕິບັດໂຄງການ 5 ປີ (ກໍລະກົດ 2022 ຫາ ມິຖຸນາ 2027) ໃນງົບປະມານທັງໝົດ ຈໍານວນ 46 ລ້ານ ໂດລາສະຫະລັດ, ຈັດຕັ້ງປະຕິບັດໂດຍກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໂຄງການປັບປຸງການປະຕິບັດງານ ຂອງພະນັກງານໃນຂັ້ນພື້ນຖານຂອງຂະແໜງສຶກສາ ແລະ ສາທາລະນະສຸກ ຢູ່ ສປປ ລາວ ເປັນໂຄງການກູ້ຢືມດອກເບ້ຍຜ່ອນຜັນຈາກທະນາຄານໂລກ ຊຶ່ງຄາດຄະເນໄລຍະເວລາຈັດຕັ້ງປະຕິບັດໂຄງການ ຕຸລາ 2025 ຫາ ມັງກອນ 2031.
ໃນການພົບປະໃນຄັ້ງນິ້, ກໍເພື່ອຕິດຕາມ ແລະ ຊຸກຍຸ້ສົ່ງເສີມຜົນການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບທຶນການສະໜັບສະໜູນຈາກທະນາຄານໂລກ ແລະ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນຄຳຄິດເຫັນຮ່ວມກັນ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບທຶນການສະໜັບສະໜູນດັ່ງກ່າວ ບັນລຸຕາມຈຸດປະສົງເປົ້າໝາຍ, ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງຕະຫຼອດໄປ.
ໂດຍ: ບຸນທະວີ ນະວົງສາ














