ສຳເລັດການມາຢ້ຽມຢາມ-ຕິດຕາມ ການຈັດຕັ້ງປະຕິບັດກິດຈະກໍາຂອງຄູສອນ ຈາກ ສ.ເກົາຫຼີ ທີ່ເຂົ້າຮ່ວມໂຄງການແລກປ່ຽນຄູລາວ-ເກົາຫຼີ ປະຈໍາປີ 2025

ເມື່ອວັນທີ 17-18 ພະຈິກ 2025 ທີ່ຜ່ານມານີ້, ຄະນະຊ່ຽວຊານຈາກສູນການສຶກສາເພື່ອຄວາມເຂົ້າໃຈສາກົນ ພາກພື້ນອາຊີ-ປາຊີຟິກ (APCEIU) ແລະ ຫ້ອງການສຶກສາມະຫານະຄອນແດຈອນ (Daejeon) ຮ່ວມກັບ ຫ້ອງການເລຂາຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ (ຄລອ), ຜູ້ຕາງໜ້າຈາກກົມສ້າງຄູ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ໂດຍສົມທົບກັບຄະນະຮັບຜິດຊອບວຽກງານໂຄງການ ໄດ້ສຳເລັດການຢ້ຽມຢາມ ແລະ ລົງຕິດຕາມການຈັດຕັ້ງປະຕິບັດກິດຈະກໍາຂອງຄູສອນ ຈາກ ສ.ເກົາຫຼີ ທີ່ເຂົ້າຮ່ວມໂຄງການແລກປ່ຽນຄູລາວ-ເກົາຫຼີ ປະຈໍາປີ 2025 ທີ່ມາປະຈໍາການຢູ່ໂຮງຮຽນປະຖົມສາທິດ ດົງຄໍາຊ້າງ ແລະ ໂຮງຮຽນມັດທະຍົມສຶກສາສົມບູນ ສີວິໄລ ໂດຍມີຄະນະອຳນວຍການ ແລະ ຄູອາຈານຈາກ 2 ໂຮງຮຽນໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້, ຜູ້ອຳນວຍການໂຮງຮຽນກໍຄືໂຮງຮຽນປະຖົມສາທິດ ດົງຄໍາຊ້າງ ແລະ ໂຮງຮຽນມັດທະຍົມສຶກສາສົມບູນ ສີວິໄລ ໄດ້ກ່າວສະແດງຄວາມດີໃຈທີ່ນັບແຕ່ມີຄູເກົາຫຼີມາຊ່ວຍສອນເປັນເວລາເກືອບ 3 ເດືອນເຫັນວ່ານ້ອງນັກຮຽນ ມີຄວາມຕັ້ງໃຈໃນການຮຽນຫຼາຍຂຶ້ນ, ມີຄວາມກະຕືລືລົ້ນ ແລະ ມີສ່ວນຮ່ວມໃນຊົ່ວໂມງຮຽນຫຼາຍຂຶ້ນ ຄະນະທີ່ ຄູສອນຊ່ວຍທີ່ມາຈາກ ສ ເກົາຫຼີ ກໍ່ໄດ້ກ່າວສະແດງຄວາມຮູ້ສຶກດີໃຈ ແລະ ປະທັບໃຈໃນການເຂົ້າຮ່ວມໂຄງການຄັ້ງນີ້, ໂດຍສະເພາະຊົ່ວໂມງກິດຈະກຳຈະເຫັນວ່ານ້ອງນັກຮຽນມີຄວາມຕື່ນເຕັ້ນ ແລະ ມີສ່ວນຮ່ວມໃນການເຮັດກິດຈະກຳຫຼາຍ ພິເສດແມ່ນຜູ້ອຳນວຍການ ແລະ ຄູອາຈານໃນໂຮງຮຽນ ມີຄວາມໂອບເອື້ອອາລີ ໃຫ້ຄວາມຊ່ວຍເຫຼືອໃນທຸກດ້ານ, ໄດ້ຮ່ວມເຮັດກິດຈະກຳທາງສາດສະໜາ ແລະ ວັດທະນະທຳຂອງລາວ.
ສຳລັບໂຄງການແລກປ່ຽນຄູລາວ-ເກົາຫຼີ 2025 ໄດ້ຮັບການສະໜັບສະໜູນຈາກສູນການສຶກສາເພື່ອຄວາມເຂົ້າໃຈສາກົນພາກພື້ນອາຊີ-ປາຊີຟິກ ຫຼື ສູນການສຶກສາເພື່ອຄວາມເຂົ້າໃຈສາກົນພາກພື້ນອາຊີ-ປາຊີຟິກ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນກັນຍາ 2025 ເປັນຕົ້ນມາ ໂດຍມີຄູສອນຈາກ ສ ເກົາຫຼີ ຈຳນວນ 4 ທ່ານທີ່ເຂົ້າຮ່ວມໂຄງການ ໃນນັ້ນໄດ້ປະຈຳຢູ່ໂຮງຮຽນລະ 2 ທ່ານ ສອນມື້ລະ 1 ຊົ່ວໂມງ ໂດຍໄດ້ມີການຈັດແບ່ງຕາລະຕາງການສອນຢ່າງເປັນລະບົບ ສໍາລັບວິຊາທີ່ຄູເກົາຫຼີມາຊ່ວຍສອນປະກອບມີ: ວິຊາເຕັກໂນ, ກິລາ, ສິລະປະ ແລະ ວິຊາສຶກສາພົນລະເມືອງໂລກ ໂດຍເນັ້ນການຈັດກິດຈະກຳ ແລະ ສົ່ງເສີມການມີສ່ວນຮ່ວມຂອງນັກຮຽນ, ສອດແຊກ ແລກປ່ຽນຄວາມຮູ້ດ້ານວັດທະນະທຳລາວ ແລະ ສ ເກົາຫຼີ ເຮັດໃຫ້ການຮຽນມີສີສັນ ແລະ ກະຕູ້ນເຮັດໃຫ້ນັກຮຽນມີຄວາມກະຕືລືລົ້ນໃນການຮຽນຫຼາຍຂຶ້ນ.
ໂອກາດດຽວກັນນັ້ນ, ໃນຕອນບ່າຍຂອງວັນທີ 18 ພະຈິກ 2025 ໄດ້ມີກອງປະຊຸມສະຫຼຸບຜົນການຕິດຕາມກິດຈະກຳການຮຽນ-ການສອນຂອງຄູສອນຈາກ ສ.ເກົາຫຼີ ທີ່ເຂົ້າຮ່ວມໂຄງການແລກປ່ຽນຄູລາວ-ເກົາຫຼີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດກະຊວງສຶກສາທິການ ແລະ ກິລາ. ທັ້ງນີ້, ທ່ານໄດ້ກ່າວສະແດງຄວາມຂອບໃຈມາຍັງລັດຖະບານ ສ.ເກົາຫຼີ ແລະ APCUI ທີ່ຊ່ວຍສະໜັບສະໜູນໂຄງການນີ້ ແລະ ໃຫ້ຮູ້ອີກວ່າການຢ້ຽມຢາມຕິດຕາມກວດກາຄັ້ງນີ້ ເປັນບາດກ້າວທີ່ສຳຄັນເພື່ອຮັບປະກັນວ່າໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິ ບັດຢ່າງມີປະສິດທິພາບ ແລະ ສືບຕໍ່ບັນລຸເປົ້າໝາຍທີ່ໄດ້ຕົກລົງກັນໂດຍທັງ ສປປ ລາວ ແລະ ສ. ເກົາຫຼີ. ຈຸດປະສົງຂອງການຕິດຕາມກວດກາໃນມື້ນີ້ບໍ່ພຽງແຕ່ເພື່ອສັງເກດຄວາມຄືບໜ້າເທົ່ານັ້ນ, ແຕ່ຍັງເພື່ອຮັບຟັງ, ຮຽນຮູ້, ສະເໜີຈຸດດີ, ສິ່ງທ້າທາຍ ແລະ ໂອກາດໃນການປັບປຸງ. ພວກເຮົາຕ້ອງການຮັບປະກັນວ່າໂຄງການດັ່ງກ່າວຈະໃຫ້ຜົນປະໂຫຍດທີ່ແທ້ຈິງແກ່ຄູອາຈານ, ນັກຮຽນ, ແລະ ໂຮງຮຽນໃນທັງສອງປະເທດ.
ທັງນີ້, ໂຄງການດັ່ງກ່າວໄດ້ປະກອບສ່ວນໃນທາງບວກໃນຫຼາຍຂົງເຂດຄື: ປັບປຸງການປະຕິບັດການສອນໂດຍຜ່ານການແບ່ງປັນວິທີການ, ການວາງແຜນບົດຮຽນ, ແລະ ກິດຈະກຳໃນຫ້ອງຮຽນ. ການນໍາໃຊ້ເຄື່ອງມືດິຈິຕອນທີ່ເຂັ້ມແຂງຂຶ້ນ, ໂດຍສະເພາະໃນການກະກຽມບົດຮຽນ ແລະ ການມີສ່ວນຮ່ວມຂອງນັກຮຽນ. ຄວາມເຂົ້າໃຈດ້ານວັດທະນະທໍາທີ່ດີຂຶ້ນ, ຊ່ວຍໃຫ້ຄູອາຈານຂະຫຍາຍທັດສະນະຂອງເຂົາເຈົ້າ ແລະ ນໍາເອົາແນວຄວາມຄິດໃໝ່ໆເຂົ້າມາໃນຫ້ອງຮຽນຂອງເຂົາເຈົ້າ. ໃນເວລາດຽວກັນ, ອາດຈະຕ້ອງການການສະໜັບສະໜູນເພີ່ມເຕີມ ເຊັ່ນ: ການເສີມສ້າງກິດຈະກໍາຕິດຕາມ, ການເພີ່ມໂອກາດໃນການຮຽນຮູ້ຈາກເພື່ອນຮ່ວມງານ, ແລະ ການຮັບປະກັນການເຂົ້າເຖິງຊັບພະຍາກອນການສອນ ແລະ ເຕັກໂນໂລຊີທີ່ຈໍາເປັນ. ພ້ອມສືບຕໍ່ຂະບວນການຕິດຕາມກວດກາ, ຊຸກຍູ້ໃຫ້ຄູອາຈານ ແລະ ຜູ້ບໍລິຫານໂຮງຮຽນທີ່ເຂົ້າຮ່ວມທຸກຄົນແບ່ງປັນຄວາມຄິດເຫັນ ຕໍ່ການປັບປຸງໂຄງການ ແລະ ການສ້າງຮູບແບບການຮ່ວມມືໃນອະນາຄົດລະຫວ່າງສອງປະເທດ. ເພື່ອມຸ່ງໝັ້ນທີ່ຈະຮັບປະກັນວ່າການແລກປ່ຽນນີ້ບໍ່ພຽງແຕ່ເປັນກິດຈະກໍາຄັ້ງດຽວເທົ່ານັ້ນ, ແຕ່ເປັນການຮ່ວມມືທີ່ຍືນຍົງທີ່ປະກອບສ່ວນເຂົ້າໃນການປັບປຸງການສິດສອນ ແລະ ການຮຽນຮູ້ທີ່ຍືນຍົງ ຄວາມເຂົ້າໃຈທີ່ໄດ້ຮັບຈາກການຕິດຕາມກວດກາໃນມື້ນີ້ຈະຊ່ວຍ ປັບປຸງການຈັດຕັ້ງປະຕິບັດ ແລະ ເສີມສ້າງການຮ່ວມມືລະຫວ່າງເກົາຫຼີ ແລະ ລາວ ໃນດ້ານການສຶກສາຕື່ມອີກ.
ໂດຍ: ບຸນທະວີ ນະວົງສາ



















