ສະຖາບັນຂົງຈື ຕ້ອນຮັບການຢ້ຽມຢາມຂອງຄະນະນຳຈາກນະຄອນຄຸນໝິງ ສປ ຈີນ

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຕ້ອນຮັບການຢ້ຽມຢາມຂອງຄະນະນຳຈາກນະຄອນຄຸນໝິງ ສປ ຈີນ ໃນວັນທີ 18 ພະຈິກ 2025 ໃຫ້ກຽດນໍາພາຝ່າຍ ສປ ຈີນ ຂອງທ່ານ ວາງ ຢີລິນ ຮອງເຈົ້າຄອງນະຄອນຄຸນໝິງ ສປ ຈີນ ພ້ອມດ້ວຍຄະນະ ແລະ ເປັນກຽດຕ້ອນຮັບຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍ ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ການຢ້ຽມຢາມຂອງທ່ານ ວາງ ຢີລິນ ພ້ອມດ້ວຍຄະນະໃນຄັ້ງນີ້, ໄດ້ຮັບຊົມການວາງສະແດງຮູບພາບປະຫວັດຄວາມເປັນມາຂອງສະຖາບັນຂົງຈື ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ທີ່ຫ້ອງປະຊຸມຂອງສະຖາບັນ ການວາງສະແດງຜົນງານທາງດ້ານວິຊາການ ເຊັ່ນ: ປື້ມຕຳລາຮຽນພາສາຈີນ ແລະ ຫຼັກສູດພາສາຈີນໃນລະດັບປະລິນຍາຕີ, ຫຼັກສູດໄລຍະສັ້ນ, ການສາທິດການຊົງຊາ ແລະ ການສະແດງກູເຈິ່ງ ຂອງນັກສຶກສາ. ພ້ອມນັ້ນ, ທ່ານ ວາງ ຢີລິນ ຍັງໄດ້ໂອ້ລົມຢື້ຢາມຖາມຂ່າວ ແລະ ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ກັບຄູ-ອາຈານ ອາສາສະໝັກຈາກ ສປ ຈີນ ທີ່ເຮັດວຽກ ແລະ ສິດສອນຢູ່ ສຂຈ.
ຫຼັງຈາກນັ້ນ, ທັງສອງຝ່າຍກໍໄດ້ມີການໂອ້ລົມ-ປຶກສາຫາລືການຮ່ວມມືກັນໃນອານາຄົດ ແລະ ຢ້ຽມຊົມການຮຽນການສອນ ຂອງນັກສຶກສາຫຼັກສູດຄູພາສາຈີນອີກດ້ວຍ.
ຂ່າວໂດຍ: ບົວລະພາ















