Skip to main content

ລັດຖະມົນຕີ ສສກ ຕ້ອນຮັບອາສາສະໝັກຍີ່ປຸ່ນ ຮຸ່ນທີ 10 ໂອກາດມາຮັບໜ້າທີ່ເປັນຄູຜູ້ຊ່ວຍສອນພາສາຍີ່ປຸ່ນຢູ່ 10 ໂຮງຮຽນ

19/11/2025

ເມື່ອວັນທີ 17 ພະຈິກ 2025 ຜ່ານມານີ້ ທີ່ສຳນັກກະຊວງສຶກສາທິການ ແລະ ກິລາ (ສສກ) ທ່ານ ຮສ.ປອ ທອງສະລິດ ມັງໝໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບທ່ານ ໂຢຊູເກະ ກຸຊາກະເບະ (Yosuke KUSAKABE) ຜູ້ອຳນວຍການມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະ ຄູອາສາສະໝັກຍີ່ປຸ່ນ ຈຳນວນ 5 ທ່ານ ໂດຍມີຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ແມ່ນເພື່ອແນະນຳຄູຜູ້ຊ່ວຍສອນພາສາຍີ່ປຸ່ນ 5 ທ່ານ ຊຶ່ງເປັນຮຸ່ນທີ 10 ທີ່ມາຮັບໜ້າທີ່ສອນພາສາຍີ່ປຸ່ນໃນ 10 ໂຮງຮຽນພາຍໃນນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການ NIHONGO Partners.

ໂອກາດດັ່ງກ່າວ, ທ່ານ ນາງ Miyuki SUGIYAMA ຕາງໜ້າອາສາສະໝັກທຸກຄົນ ສະແດງຄວາມດີໃຈທີ່ໄດ້ມາປະຕິບັດໝ້າທີ່ຢູ່ປະເທດລາວ ເປັນໄລຍະເວລາ 9 ເດືອນ ຊຶ່ງເລີ່ມຕັ້ງແຕ່ວັນທີ 20 ສິງຫາ 2025 ຫາ 20 ພຶດສະພາ 2026, ໄດ້ເປັນຄູຜູ້ຊ່ວຍສອນພາສາຍີ່ປຸ່ນປະຈຳຢູ່ທີ່ໂຮງຮຽນມັດທະຍົມສຶກສາໜອງບອນ, ໂຮງຮຽນມັດທະຍົມສົມບູນວຽງຈັນ, ໂຮງຮຽນ ມສ ເພຍວັດ ແລະ ໂຮງຮຽນມສ ໂພນທັນ. ນອກຈາກນີ້, ຍັງໄດ້ຊ່ວຍສິດສອນທີ່ໂຮງຮຽນໃໝ່ເຊັ່ນ: ໂຮງຮຽນພອນສະຫວັນ, ໂຮງຮຽນ ມສ ເຈົ້າອານຸວົງ, ໂຮງຮຽນ ມສ ສາລາຄຳ, ໂຮງຮຽນ ມສ ປາດຖະໜາ, ໂຮງຮຽນວັນໃໝ່ ແລະ ໂຮງຮຽນແສງວິໄລ, ຊຶ່ງລວມທັງໝົດມີ 10 ໂຮງຮຽນ. ໂດຍໃນການປະຕິບັດໜ້າທີ່ໃນຄັ້ງນີ້ແມ່ນຈະເຮັດໃຫ້ດີທີ່ສຸດ, ຈະທຸ້ມເທໃນການສອນ ແລະ ຮ່ວມມືກັບຄູສອນພາສາຍີ່ປຸ່ນຢູ່ໃນໂຮງຮຽນໃນການພັດທະນາການສຶກສາໃຫ້ດີຂື້ນໄປເລື້ອຍໆ. ນອກນີ້ ຍັງມີຄວາມຮູ້ສຶກດີໃຈທີ່ໄດ້ມາເຫັນວັດທະນະທຳລາວເຊັ່ນ: ວັດ, ພະພຸດທະຮູບ ແລະ ສະຖານທີ່ທ່ອງທ່ຽວຕ່າງໆທີ່ງົດງາມ ພ້ອມຈະຊ່ວຍໂຄສະນາ ເຜີຍແຜ່ວັດທະທຳ ແລະ ແຫຼ່ງທ່ອງທ່ຽວຂອງລາວຕໍ່ກັບໝູ່ເພື່ອນ ແລະ ຄອບຄົວໄດ້ມາສຳພັດຢູ່ປະເທດລາວ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະ ແລະ ຄູອາສາສະໝັກຍີ່ປຸ່ນ ທີ່ມາປະກອບສ່ວນອັນສຳຄັນ ດ້ານຂະແໜງການສຶກສາ ແລະ ການແລກປ່ຽນວັດທະນະທຳລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອາສາສະໝັກຍີ່ປຸ່ນທຸກຄົນ ທີ່ມາຮັບໜ້າທີ່ເປັນຄູຜູ້ຊ່ວຍສອນພາສາຍີ່ປຸ່ນຢູ່ 10 ໂຮງຮຽນ ໃຫ້ທຸກຄົນປະຕິບັດໜ້າທີ່ໃຫ້ດີທີ່ສຸດ ເອົາໃຈໃສ່ສຸ່ມສະຕິເຫື່ອແຮງໃນສິດສອນ ໃຫ້ເດັກນ້ອຍລາວໄດ້ຮັບການພັດທະນາຂຶ້ນເລື້ອຍໆ.

ໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ