Skip to main content

ສຳເລັດກອງປະຊຸມຜູ້ບໍລິຫານອາຊີວະສຶກສາ ທົ່ວປະເທດ ປະຈຳປີ 2025 ອັດລົງດ້ວຍຜົນສຳເລັດ ພ້ອມຮັບຮອງມະຕິ 13 ຂໍ້

24/11/2025

ກອງປະຊຸມຜູ້ບໍລິຫານອາຊີວະສຶກສາ ທົ່ວປະເທດ ປະຈຳປີ 2025 ໄດ້ອັດລົງດ້ວຍຜົນສຳເລັດ ໃນວັນທີ 21 ພະຈິກ 2025 ທີ່ຫ້ອງປະຊຸມວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມັນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມ/ຮອງກົມອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງພະແນກສຶກສາທິການ ແລະ ແຂວງ/ນະຄອນຫຼວງ, ບັນດາຜູ້ອໍານວຍການ/ຮອງອໍານວຍການວິທະຍາໄລ, ຫົວໜ້າພະແນກ/ຮອງພະແນກ, ຕົວແທນຈາກຄູ່ຮ່ວພັດທະນາ ພ້ອມທັງພະນັກງານວິຊາການຈາກກົມອາຊີວະສຶກສາ ແລະ ສະຖານອາຊີວະສຶກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ນຳສະເໜີຜົນສຳເລັດ, ບັນຫາ ແລະ ສິ່ງທ້າທາຍ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຈໍາສົກຮຽນ 2024-2025 ແລະ ສົກຮຽນ 2025-2026 ທີ່ໄດ້ດໍາເນີນຕາມວາລະກອງປະຊຸມ ໂດຍກອງປະຊຸມໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ບັນດາເອກະສານຕ່າງໆຢ່າງມີເຫດມີຜົນ ແລະ ເຫັນດີເປັນເອກະພາບຮັບຮອງເປັນມະຕິກອງປະຊຸມ ເພື່ອສືບຕໍ່ພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຈຳສົກຮຽນ 2025-2026 ດັ່ງນີ້: 1) ເຫັນດີ ຮັບຮອງເອົາໂດຍພື້ນຖານ ຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຈໍາສົກຮຽນ 2024-2025 ແລະ ແຜນ ປະຈໍາປີ 2025-2026; 2) ເຫັນດີຕາມການປະກອບຄຳເຫັນຂອງທ່ານ ຮສ.ປອ ກອງສີ ແສງມະນີ ອະດີດການນຳກະຊວງສຶກສາທິການ ແລະ ກິລາ ຕໍ່ກັບວຽກງານພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໂດຍສະເພາະອາຊີບທີ່ເກີດຂຶ້ນໃໝ່ ເຊັ່ນ: ສາຂາອາຊີບລົດຍົນລະບົບໄຟຟ້າ (EV), ລົດຈັກໄຟຟ້າ ແລະ ສາຂາອາຊີບອື່ນໆ ທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ສັງຄົມ; ເພີ່ມວິຊາພາສາຕ່າງປະເທດ ເຊັ່ນ: ອັງກິດ, ຈີນ ແລະ ອື່ນໆເຂົ້າໃນຫຼັກສູດວິຊາຊີບ; ຍົກສູງຄຸນນະພາບຫຼັກສູດ ແລະ ການຮຽນການສອນ ດ້ານ ICT ແລະ ກະສິກຳໃຫ້ທັນສະໄໝ; ຊຸກຍູ້ ແລະ ສົ່ງເສີມໃຫ້ວິທະຍາໄລເຕັກນິກວິຊາຊີບ ການລົດໄຟ ສົມທົບກັບ ບໍລິສັດການລົດໄຟ ລາວ-ຈີນ, ບໍລິສັດລົດໄຟອື່ນ ແລະ ບໍລິສັດທີ່ກ່ຽວຂ້ອງທາງດ້ານວິຊາສະເພາະ ເພື່ອຄົ້ນຄວ້າ ແລະ ປຶກສາຫາລື ໃນ 6 ສາຂາອາຊີບທີ່ມີໃນປັດຈຸບັນ ແລະ ສາຂາອາຊີບທີ່ເກີດຂຶ້ນໃໝ່ ແນໃສ່ຕອບສະໜອງການມີວຽກເຮັດງານທຳຂອງນັກຮຽນທີ່ຮຽນຈົບຈາກວິທະຍາໄລດັ່ງກ່າວ; ຊຸກຍູ້ ແລະ ສົ່ງເສີມ ໃຫ້ບັນດາສະຖານອາຊີວະສຶກສາ ໃນທົ່ວປະເທດ ໃຫ້ສຸມໃສ່ຄົ້ນຄວ້າ ເງື່ອນໄຂການສ້າງລາຍຮັບທາງດ້ານວິຊາການ ເພື່ອກ້າວໄປສູ່ການຫັນເປັນກຸ້ມຕົນເອງດ້ານລາຍຮັບວິຊາການ ຕາມທ່າແຮງຂອງແຕ່ລະພາກສ່ວນ; 3) ເຫັນດີ ໃຫ້ບັນດາສະຖານອາຊີວະສຶກສາ ນຳເອົາແຜນພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ 5 ປີ (2026-2030) ໄປຜັນຂະຫຍາຍ ເປັນແຜນພັດທະນາວຽກງານ 5 ປີຂອງຕົນເອງ; 4) ເຫັນດີ ຊຸກຍູ້, ສົ່ງເສີມ ແລະ ຜັກດັນການຍົກສະຖານະ ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງຫົວພັນ ຂຶ້ນເປັນວິທະຍາໄລ ເຕັກນິກວິຊາຊີບ ແບບປະສົມ ແຂວງຫົວພັນ; 5) ເຫັນດີ ໃຫ້ໃບຍ້ອງຍໍ ໃຫ້ກັບສະຖານອາຊີວະສຶກສາ ທີ່ຜ່ານເກນການປະເມີນການປະກັນຄຸນນະພາບການສຶກສາ; 6) ເຫັນດີ ຊຸກຍູ້ເຄື່ອຂ່າຍປະກັນຄຸນນະພາບການສຶກສາ ສຳລັບສະຖານອາຊີວະສຶກສາ ພາກກາງ ແລະ ພາກໃຕ້ ໃຫ້ການຊ່ວຍເຫຼືອໂຮງຮຽນມັດທະຍົມວິຊາຊີບຕົວແບບ ມິດຕະພາບ ລາວ-ຫວຽດນາມ ເມືອງໜອງບົກ, ແຂວງຄຳມ່ວນ ໃນການຝຶກທັກສະວິຊາຊີບ ໃຫ້ແກ່ຄູໃນໂຮງຮຽນດັ່ງກ່າວໃຫ້ມີຄວາມຊຳນານດ້ານເຕັກນິກວິຊາຊີບ ສາມາດຈັດການຮຽນ ການສອນ ສາມັນວິຊາຊີບ ໄດ້ຢ່າງຕໍ່ເນື່ອງ; 7) ເຫັນດີ ສົ່ງເສີມໃຫ້ບັນດາສະຖານອາຊີວະສຶກສາ ເພີ່ມທະວີການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ຢູ່ສູນກາງ ແລະ ທ້ອງຖິ່ນ; 8) ເຫັນດີ ຊຸກຍູ້ ແລະ ສົ່ງເສີມ ບັນດາສະຖານອາຊີວະສຶກສາ ເພີ່ມທະວີການຮ່ວມມືກັບພາກທຸລະກິດ ໃນການວາງແຜນການຈັດຕັ້ງປະຕິບັດຕາມບົດບັນທຶກການຮ່ວມມືໃຫ້ເປັນຮູບປະທຳ; 9) ເຫັນດີ ໃນການພັດທະນາຄູອາຊີວະສຶກສາ ໃຫ້ລົງເລິກທາງດ້ານວິຊາສະເພາະ ໂດຍຕິດພັນກັບສະຖານປະກອບການ ເພື່ອສ້າງຄວາມຊຳນານງານ, ສ້າງຊ່ຽວຊານສະເພາະດ້ານ ແລະ ເປັນມືອາຊີບ; 10) ເຫັນດີ ຊຸກຍູ້ ແລະ ສົ່ງເສີມ ໃຫ້ມີການຈັດການແຂ່ງຂັນ ທັກສະວິຊາຊີບ ສຳລັບນັກຮຽນ ນັກສຶກສາ ຂອງບັນດາສະຖານອາຊີວະສຶກສາໃນເຄືອຂ່າຍປະກັນຄຸນນະພາບ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ; 11) ເຫັນດີ ມອບໃຫ້ສະຖານອາຊີວະສຶກສາ ເພີ່ມທະວີການແນະແນວວິຊາຊີບຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໂດຍໂຄສະນາຜ່ານຊ່ອງທາງອອນລາຍ ແລະ ເຜີຍແຜ່ຜົນສຳເລັດໃນການປະກອບອາຊີບຂອງ ນັກຮຽນ ນັກສຶກສາ ທີ່ຮຽນຈົບຈາກສະຖານອາຊີວະສຶກສາ ໃຫ້ແກ່ນັກຮຽນ, ຜູ້ປົກຄອງ ແລະ ສັງຄົມຮັບຊາບຢ່າງກວ້າງຂວາງ; 12) ເຫັນດີ ປັບປຸງບັນດານິຕິກຳຕ່າງໆ ທີ່ບໍ່ທັນສອດຄ່ອງ ກ່ຽວກັບແຜນພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ 5 ປີ (2026-2030) ໂດຍມອບໃຫ້ສະຖານອາຊີວະສຶກສາ ຄົ້ນຄວ້າໃຫ້ແທດເໝາະກັບຈຸດພິເສດຂອງຕົນເອງ ແລະ ວາງແຜນຈັດກອງປະຊຸມປຶກສາຫາລື ແລະ ຮັບຮອງ; 13) ເຫັນດີ ມອບໃຫ້ສະຖານອາຊີວະສຶກສາ ເປັນເຈົ້າການໃນການປັບປຸງ, ພັດທະນາ ແລະ ຂະຫຍາຍຫຼັກສູດ ໂດຍສົມທົບກັບ ສະຖາບັນພັດທະນາອາຊີວະສຶກສາ ເປີດກອງປະຊຸມຄົ້ນຄວ້າ ແລະ ຮັບຮອງ.

ໂອກາດດຽວກັນ, ທ່ານ ປອ ສຳລານ ພັນຄະວົງ ຍັງໄດ້ມິຄຳເຫັນໂອ້ລົມຕໍ່ກອງປະຊຸມຜູ້ບໍລິຫານອາຊີວະສຶກສາ ທົ່ວປະເທດ ປະຈໍາປີ 2025 ຊຶ່ງກອງປະຊຸມໃນຄັ້ງນີ້, ໄດ້ເຫັນຜົນສໍາເລັດທີ່ພົ້ນເດັ່ນຫຼາຍຢ່າງ ເປັນຕົ້ນແມ່ນ ມີການສ້າງແຜນພັດທະນາ ແລະ ຝຶກອົບຮົມວິຊາຊີບ ໃນ 5 ປີ (2026-2030) ແລະ ໄດ້ເຫັນຫຼາຍວຽກຈຸດສຸມ ທີ່ຂັບເຄື່ອນວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ແລະ ອີກອັນໜຶ່ງ ຂໍສະແດງຄວາມຊົມເຊີຍຕໍ່ເຄືອຂ່າຍປະກັນຄຸນະພາບອາຊີວະສຶກສາ ທີ່ໄດ້ຮ່ວມສ້າງແຜນພັດທະນາຂອງຕົນເພື່ອສະໜັບສະໜູນເຮັດໃຫ້ແຜນພັດທະນາອາຊີວະສຶກສາໄດ້ບັນລຸຕາມແຜນ ແລະ ຈຸດປະສົງທີ່ວາງໄວ້. ຊຶ່ງໃນໄລຍະທີ່ຜ່ານມາ ພັກ ແລະ ລັດຖະບານ ເວົ້າລວມ, ເວົ້າສະເພາະ ກໍຄືກະຊວງສຶກສາທິການ ແລະ ກິລາ ກໍໄດ້ເອົາໃຈໃສ່ການນຳພາ-ຊີ້ນຳ ຢ່າງໃກ້ສິດຕໍ່ກັບການພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບມາໂດຍຕະຫຼອດ ແລະ ໄດ້ມີການລົງທຶນຢ່າງຫຼວງຫຼາຍຮ່ວມກັບຄູ່ຮ່ວມພັດທະນາຕ່າງໆ ໃສ່ກັບວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ແຕ່ເຖິງຢ່າງໃດກໍຕາມພວກເຮົາຈະຕ້ອງໄດ້ເອົ່ໃຈໃສ່ເປັນພິເສດໃນການສ້າງ ແລະ ພັດທະນາວຽກງານດັ່ງກ່າວໃຫ້ມີຄຸນນະພາບ ໂດຍສະເພາະນັກຮຽນ, ນັກສຶກສາທີ່ຈົຍອອກມາ ແມ່ນໃຫ້ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດ ແລະ ວິໄນແຮງງານ ເພື່ອຕອບສະໜອງໃຫ້ແກ່ຜູ້ໃຊ້ແຮງງານທີ່ແທ້ຈິງ.

ພາບ-ຂ່າວໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ