Skip to main content
17/07/2024 | ສຶກສາ

ສວສ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມຄູ່ມືຄູ 6 ວິຊາ ຂັ້ນ ມ.4 ແລະ ມ.7

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມຄູ່ມືຄູ ວິຊາພາສາລາວ, ຄະນິດສາດ, ພາສາອັງກິດ, ເຄມີສາດ, ຟີຊິກສາດ ແລະ ຊີວະວິທະຍາ ຂັ້ນມັດທະຍົມສຶກສາປີທີ 4 (ມ.4) ແລະ ມັດທະຍົມສຶກສາປີທີ 7 (ມ.7) ໃນວັນທີ 15 ກໍລະກົດ 2024 ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍມີ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະອຳນວຍການສະຖາບັນ, ຫົວໜ້າ-ຮອງຫົວໜ້າກົມສາມັນສຶກສາ, ກົມສ້າງຄູ, ຮອງອະທິການບໍດີ, ຄະນະບໍດີ, ຜູ້ອໍານວຍການສູນ-ຮອງສູນ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ຄະນະອັກສອນສາດ, […]
16/07/2024 | ສຶກສາ

ສະ​ຖານທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ສະຫຼຸບ​ວຽກ​ງານການ​ຄຸ້ມ​ຄອງ​​ການສຶກ​ສາ​ລາວ ສົກ​​ 2023-2024 ພ້ອມວາງ​ທິດ​ທາງຕໍ່ໜ້າ

ສະ​ຖານເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ໄດ້​ຈັດກອງ​ປະ​ຊຸມ ສະຫຼຸບ​ວຽກ​ງານການ​ຄຸ້ມ​ຄອງ​ການ​​ສຶກ​ສາ​ລາວ ປະຈໍາສົກ​​ຮຽນ 2023-2024 ແລະ ວາງ​ທິດ​ທາງແຜນ​ການ ສົກ​ຮຽນ 2024-2025 ໃນວັນ​ທີ 12 ກໍ​ລະ​ກົດ 2024 ທີ່​​ມະ​ຫາ​ວິ​ທະ​ຍາ​ໄລ ກິວລອງ ແຂວງຫວິງລອງ ສ​ສ ຫວຽດ​ນາມ ໂດຍໃຫ້ກຽດເຂົ້າ​ຮ່ວມ​ຝ່າຍ​ລາວ​ມີ ທ່ານ ປອ ສຳ​ລານ ພັນ​ຄະ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ທ່ານ ປອ ຄຳ​ຕັນ ສົມ​ວົງ ທີ່​ປຶກ​ສາ​ສຶກ​ສາ-ວັດ​ທະ​ນະ​ທຳ ສະ​ຖານ​ທູດ​ລາວ ​ປະ​ຈຳ ສ​ສ ຫວຽດ​ນາມ ພ້ອມ​ດ້ວຍ​ບັນ​ດາ​ຫົວ​ໜ້າກົງ​ສູນ​ໃຫຍ່​​ລາວປະ​ຈຳ​ນະ​ຄອນໂຮ່​ຈີ​ມິນ, ນະ​ຄອນດາ​ໜັງ, ຜູ້​ຕາງ​ໜ້າ​ຈາກບັນ​ດາກົມຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ແລະ ຕາງ​ໜ້າພະ​ແນກ​ສຶກ​ສາ​ ແລະ ກິ​ລາ​ແຂວງ​ຂອງ​ລາວ ຕະຫຼອດຮອດ​ຜູ້​ຕາງ​ໜ້າ​ນັກ​ສຶກ​ສາ​ລາວ​ທີ່​ກຳ​ລັງ​ຮ່ຳ​ຮຽນ​ຄົ້ນ​ຄວ້າ​ຢູ່ ສ​ສ ຫວຽດ​ນາມ ຈຳ​ນວນ 100 ກວ່າຄົນ​. ​ […]
16/07/2024 | ສຶກສາ

ສສກ-ບໍລິສັດ ຣາຊກຣູບ ສືບຕໍ່ຮ່ວມມືໂຄງການສຶກສາສໍາລັບເສີມສ້າງຄວາມຊໍານານເພື່ອການປະກອບອາຊີບ ໄລຍະ III

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ບໍລິສັດ ຣາຊກຣູບ ຈຳກັດ (ມະຫາຊົນ) ເຊັນບົດບັນທຶກ ແຈ້ງເຈດຈໍານົງໃຫ້ການຊ່ວຍເຫຼືອທາງດ້ານວິຊາການໃນໂຄງການການສຶກສາສໍາລັບເສີມສ້າງຄວາມຊໍານານ ເພື່ອການປະກອບອາຊີບ ໄລຍະ III ເມື່ອວັນທີ 9 ກໍລະກົດ 2024 ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໂດຍຕາງໜ້າລົງນາມຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕິ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນິທັດ ວອນລະພົນພິພັດ ກໍາມະການຜູ້ຈັດການໃຫຍ່ ບໍລິສັດ ຣາຊກຣູບ ຈຳກັດ, ມີທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ, ທ່ານ ນະວະພົນ ຄິດສະຖຽນ ຜູ້ຊ່ວຍກໍາມະການຜູ້ຈັດການໃຫຍ່ ບໍລິຫານອົງກອນ ບໍລິສັດ ຣາຊກຣູບ ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ຣາຊກຣູບ ຈຳກັດ (ມະຫາຊົນ) ບໍລິສັດ ຣາຊ-ລາວ […]
16/07/2024 | ສຶກສາ

ສສກ ສໍາເລັດທົດລອງສື່ການຮຽນການສອນຝຶກເວົ້າພາສາລາວໃຫ້ນັກຮຽນ ປ.1 ຈະເລີ່ມ ປະຕິບັດຕົວຈິງ ສົກຮຽນ 2024-2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ຈັດກອງປະຊຸມສະຫຼຸບກ່ຽວກັບການທົດລອງສື່ການຮຽນການສອນຝຶກເວົ້າພາສາລາວໃຫ້ນັກຮຽນ ຂັ້ນ ປ.1 ເວົ້າພາສາອື່ນ ທີ່ບໍ່ແມ່ນພາສາລາວເປັນຫຼັກໃນຄອບຄົວ ໃນວັນທີ 11 ກໍລະກົດ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີບັນດາຜູ້ຮັບຜິດຊອບວຽກງານ, ຄູຝຶກຈາກແຂວງກ່ຽວຂ້ອງ ຕະຫຼອດຮອດຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້, ເພື່ອສະເຫຼີມສະຫຼອງຄວາມສຳເລັດຂອງກະຊວງ ສສກ ໃນການສະໜັບສະໜູນນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ແລະ ວາງແຜນການໃນຕໍ່ໜ້າ ເພື່ອຂະຫຍາຍວຽກງານດັ່ງກ່າວ. ພ້ອມກັນນີ້, ບັນດາພາກສ່ວນທີ່ກ່ຽວຂ້ອງໃນວາງແຜນຈັດຕັ້ງປະຕິບັດໃຫ້ບົດຮຽນຝຶກເວົ້າພາສາລາວ ຈະໄດ້ນຳເອົາບົດຮຽນດັ່ງກ່າວ ໄປຜັນຂະຫຍາຍໃນທົ່ວປະເທດ ໂດຍຈະເລີ່ມໃນສົກຮຽນໜ້າ ເພື່ອແນໃສ່ນັກຮຽນທີ່ບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ […]
11/07/2024 | ສຶກສາ

ພະນັກງານຫຼັກແຫຼ່ງ ສສກ ຮັບການເຜີຍແຜ່ນະໂຍບາຍປະຢັດ-ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສໍາມະນາຜັນຂະຫຍາຍ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໄລຍະໃໝ່ ເມື່ອວັນທີ 8 ກໍລະກົດ 2024 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ພະແນກ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງຢ່າງພ້ອມພຽງ. ໃນກອງປະຊຸມ, ໄດ້ຮັບຟັງການຜ່ານນະໂຍບາຍປະຢັດ ແລະ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໄປສູ່ພຶດຕິກໍາຕົວຈິງໃນຂະແໜງກການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອເສີມຂະຫຍາຍທິດຊີ້ນໍາຂອງພັກ ຕໍໍ່ການສ້າງເສດຖະກິດເອກະລາດເປັນເຈົົ້າຕົນເອງ ເປັນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ ເພືີ່ອຂຸດຄົົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນມະນຸດ; ສ້າງໃຫ້ຄົນລາວ ເປັນເຈົົ້າຫຼາຍຂຶ້ນ ໃນການຮູ້ຫາເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນໍາໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ […]
10/07/2024 | ສຶກສາ

ສສກ-ອົດສະຕຣາລີ ຝຶກອົບຮົມ ການຂຽນບົດເລື່ອງຂອງວິດີໂອສົ່ງເສິມບົດບາດຍິງ-ຊາຍ ໃນຫ້ອງຮຽນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ລັດຖະບານອົດສະຕຣາລີ ຈັດຝຶກອົບຮົມ “ການຂຽນບົດເລື່ອງຂອງວິດີໂອສົ່ງເສິມບົດບາດຍິງ-ຊາຍ” ໃນຫ້ອງຮຽນ ໃນລະຫວ່າງວັນທີ 18-21 ມິຖຸນາ 2024 ທີ່ຫ້ອງປະຊຸມສະຖາບັນຄົນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງນາງ ວາເນັດຊ້າ ເຮັກກາທີ ເລຂາເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ອຸດົມ ສິງດາລາ ຮອງຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ພ້ອມດ້ວຍທີມງານບີຄວາ, ທີມງານຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທີມງານຈາກຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ (E-Learning), ຕະຫຼອດຮອດ ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ສະຖານທູດອົດສະຕຣາລີ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ. ໂອກາດນີ້, ນາງ ວາເນັດຊ້າ ເຮັກກາທີ້ ກ່າວວ່າ: ກອງ​ປະ​ຊຸມ​ບົດ​ຂຽນ​ວິ​ດີ​ໂອ​ສົ່ງເສີມບົດບາດຍິງ-ຊາຍ​” ສໍາລັບວິດີໂອດັ່ງກ່າວແມ່ນໄດ້​ສຸມ​ໃສ່​ເສີມ​ຂະ​ຫຍາຍ​ຜົນ​ການ​ສຶກ​ສາ​ຂອງ​ຊາວ​ໜຸ່ມ​ຂອງ​ປະ​ເທດ​ຊາດ ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່ຕ້ອງການຄວາມຊ່ວຍເຫຼືອ […]
10/07/2024 | ສຶກສາ

ຄະນະນຳ ສສກ ຢ້ຽມຢາມ ສປ ຈີນ ສົ່ງເສີມການຮ່ວມມືດ້ານການສຶກສາ-ພາສາຈີນ

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ (ມຊ), ທ່ານ ຮ​ສ.ປອ ອາ​ນຸ​ລົມ​ ວິ​ໄລ​ພອນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍ​າ​ສາດ​ການ​ສຶກ​ສາ (ສວ​ສ) ພ້ອມດ້ວຍຄະນະ, ຜູ້​ຕາງ​ໜ້າ​ກົມຮ່ວມມືກັບຕ່າງປະເທດ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ສະຖາບັນຂົງຈື, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊ​າດ ໄດ້ເດີນ​ທາງ​ໄປຢ້ຽມ​ຢາມ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ (ສ​ປ ຈີນ) ໃນ​ວັນ​ທີ 2 ກໍ​ລະ​ກົດ 2024 ໂດຍອີງຕາມການເຊື້ອເຊີນຂອງສູນຮ່ວມມືພາສາຈີນ-ພາສາຕ່າງປະເທດແຫ່ງຊາດຈີນ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ. ການເຄື່ອນໄຫວປະຕິບັດວຽກງານຂອງຄະນະນຳ ສສກ ຢູ່ ສປ ຈີນ ຄັ້ງນີ້, ແມ່ນໄດ້ເດີນທາງໄປຢ້ຽມ​ຢາມສະຖານທູດລາວ ປະຈໍາ […]
04/07/2024 | ສຶກສາ

ສສກ ແລະ ອົງການອາຫານໂລກ ຮ່ວມມືວຽກງານໂຄງການອາຫານທ່ຽງໃນໂຮງຮຽນ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານເຢຍລະມັນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການອາຫານໂລກ ລົງນາມບົດບັນທຶກຂໍ້ຕົກລົງກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນ ພາຍໃຕ້ການສະໜັບສະໜູນຊ່ວຍເຫຼືອລ້າ ຈາກລັດຖະບານເຢຍລະມັນ ມູນຄ່າ 9. 500.000 ໂດລາສະຫະລັດ ເມື່ອວັນທີ 2 ກໍລະກົດ 2024 ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ, ໃຫ້ກຽດລົງນາມ ລະຫວ່າງ ທ່ານ ຫຸມພັນ ແກ້ວອຸ່ນຄໍາ ຜູ້ອໍານວຍການສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ທ່ານ ນາງ ແຈັກເກີລິນ ເດີກຣຸດ ຮັກສາການແທນຜູ້ຕ່າງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ອັນເນດ ຄະໂນບັອກ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ ຕະຫຼອດຮອດຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ, […]