ມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານໂພນສາວເອ້ ເມືອງໜອງບົກ ມູນຄ່າກວ່າ 3,5 ຕື້ກີບ
28/09/2026

ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານໂພນສາວເອ້ ຕາແສງດອນສະຫວ່າງ ເມືອງໜອງບົກ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 24 ກັນຍາ 2026 ໂດຍມີ ທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ ຮອງປະທານສູນກາງ ອພສ ພ້ອມດ້ວຍການນຳເມືອງ, ຜູ້ຕາງໜ້າບໍລິສັດ, ຄູ-ອາຈານ, ນັກຮຽນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ໂຄງການດັ່ງກ່າວມີມູນຄ່າກວ່າ 3,5 ຕື້ກີບ ໃຊ້ເວລາກໍ່ສ້າງ 4 ເດືອນ ຮັບເໝົາໂດຍບໍລິສັດ ເອັສແອວເອັສ ທີ່ປຶກສາອອກແບບກໍ່ສ້າງຄຸ້ມຄອງ ແລະ ບໍາລຸງຮັກສາ ຈໍາກັດຜູ້ດຽວ. ເລີ່ມກໍ່ສ້າງແຕ່ວັນທີ 19 ມິຖຸນາ 2026.
ໂຮງຮຽນປະຖົມບ້ານໂພນສາວເອ້ ກໍ່ຕັ້ງຂຶ້ນໃນປີ 1971 ແລະ ໄດ້ນໍາໃຊ້ອາຄານຮຽນມາເປັນເວລາດົນນານ ຈົນເກີດການຊຸດໂຊມ. ຕໍ່ມາ ໃນເດືອນພຶດສະພາ 2023 ແລະ ເດືອນເມສາ 2026 ໂຮງຮຽນໄດ້ຮັບຜົນກະທົບຈາກພາຍຸ ເຮັດໃຫ້ອາຄານ ແລະ ຫຼັງຄາເສຍຫາຍ. ພາຍຫຼັງການລາຍງານສະພາບຄວາມເສຍຫາຍຕໍ່ການນຳແຂວງ, ໄດ້ອະນຸມັດງົບປະມານກໍ່ສ້າງໂຮງຮຽນຫຼັງໃໝ່ ຕາມໜັງສືຫ້ອງວ່າການແຂວງ ເລກທີ 373/ຫວຂ ລົງວັນທີ 8 ພຶດສະພາ 2026 ເພື່ອໃຫ້ສາມາດນໍາໃຊ້ໃນສົກຮຽນ 2026-2027. ໂຄງການກໍ່ສ້າງປະກອບມີອາຄານຮຽນຊັ້ນດຽວ 1 ຫຼັງ ຂະໜາດ 9×56 ແມັດ ມີ 6 ຫ້ອງຮຽນ ແລະ 1 ຫ້ອງການ, ພ້ອມອາຄານຫ້ອງນໍ້າ 1 ຫຼັງ ຂະໜາດ 3×6 ແມັດ ມີ 4 ຫ້ອງນ້ຳ.
ໃນພິທີ, ປະທານບໍລິສັດ ເອັສແອວເອັສ ທີ່ປຶກສາອອກແບບກໍ່ສ້າງຄຸ້ມຄອງ ແລະ ບໍາລຸງຮັກສາ ຈໍາກັດຜູ້ດຽວ ໄດ້ກ່າວມອບໂຄງການ ໃຫ້ເມືອງໜອງບົກ ເພື່ອຄຸ້ມຄອງ ແລະ ນຳໃຊ້ຕໍ່ໄປ. ພ້ອມມີຄໍາເຫັນວ່າ : ບໍລິສັດພວກເຮົາຍັງໄດ້ຖືເອົາການປະກອບສ່ວນຊ່ວຍເຫຼືອ ແລະ ການພັດທະນາສິ່ງແວດລ້ອມຕ່າງໆຂອງໂຮງຮຽນເປັນສິ່ງສໍາຄັນ ໂດຍສະເພາະແມ່ນການໃຫ້ຄວາມສໍາຄັນກັບການສຶກສາເພາະພວກເຮົາເຊື່ອວ່າເດັກນ້ອຍ ແລະ ເຍົາວະຊົນໃນມື້ນີ້ຈະເປັນກໍາລັງຮົບທີ່ສໍາຄັນໃນການພັດທະນາປະເທດຊາດໃນອະນາຄົດ. ໂອກາດນີ້ ບໍລິສັດຜູ້ຮັບເໝົາຍັງໄດ້ຊ່ວຍເຫຼືອພັດທະນາພື້ນທີ່ໂຮງຮຽນ ເຊັ່ນ: ບຸກເບີກພື້ນທີ່, ສ້າງທາງເຂົ້າ, ລານເດີ່ນ, ຮົ້ວ ແລະ ປະຕູໂຮງຮຽນ, ຕິດຕັ້ງໄຟໂຊລາເຊວ ແລະ ຖັງເກັບນ້ຳ ລວມມູນຄ່າ 450 ລ້ານກີບ.
ໂອກາດດຽວກັນ ທ່ານ ປອ ສົມສະອາດ ອຸ່ນສີດາ ໄດ້ມີຄໍາເຫັນ ແລະ ກ່າວເນັ້ນຄວາມສໍາຄັນຂອງການນໍາໃຊ້ອາຄານຮຽນໃຫ້ເກີດປະໂຫຍດສູງສຸດຕໍ່ການຮຽນ-ການສອນ ພ້ອມຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຮ່ວມກັນບົວລະບັດຮັກສາອາຄານ, ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ສາມາດນໍາໃຊ້ໄດ້ຢ່າງຍືນຍົງ. ທ່ານໄດ້ເນັ້ນວ່າ ການມອບ-ຮັບໂຮງຮຽນໃນຄັ້ງນີ້ ເປັນການເສີມສ້າງສະພາບແວດລ້ອມໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ ພ້ອມທັງສົ່ງເສີມການຮ່ວມມືຈາກພາກສ່ວນຕ່າງໆ ໃນການພັດທະນາການສຶກສາ.
ພ້ອມນີ້ ແຂວງຄຳມ່ວນ ຍັງໄດ້ມອບອຸປະກອນ ການຮຽນ-ການສອນ ເຄື່ອງຫຼິ້ນກິລາໃຫ້ນັກຮຽນ ມູນຄ່າ 150 ລ້ານກີບ ແລະ ເພື່ອຄວາມເປັນສິຣີມຸງຄຸນໃນການເປີດນໍາໃຊ້ໂຮງຮຽນ ປະທານຄະນະກຳມະການປົກຄອງແຂວງ ແລະ ບັນດາແຂກເຂົ້າຮ່ວມ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງເປີດການນໍາໃຊ້.














