Skip to main content

ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານພັກ ຄັ້ງທີ 4 ຂອງຄະນະບໍລິຫານງານພັກກະຊວງ ສສກ ສະໄໝທີ X

28/09/2026
ໃນວັນທີ 24 ກັນຍາ 2026 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ, ໄດ້ມີກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານພັກ ຄັ້ງທີ 4 ຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ ແລະ ຄະນະຮັບຜິດຊອບກອງປະຊຸມເຂົ້າຮ່ວມ.
ໃນພິທີ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຮ່າງບົດສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ ສສກ ປະຈຳໄຕມາດ III ແລະ ແຜນວຽກຈຸດສຸມປະຈຳໄຕມາດ IV ປີ 2026 ເຊິ່ງໄດ້ມີວຽກງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນການນໍາພາ-ຊີ້ນໍາວຽກງານວິຊາສະເພາະ ແມ່ນນຳພາ-ຊີ້ນໍາ ຄະນະພັກແຕ່ລະຂັ້ນເອົາໃຈໃສ່ພັດທະນາ, ປັບປຸງຄຸນນະພາບການສຶກສາ ພ້ອມທັງແກ້ໄຂ ບັນດາສິ່ງທ້າທາຍພາຍໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ນັບແຕ່ການສຶກສາກ່ອນໄວຮຽນຮອດການສຶກສາຊັ້ນສູງໃນສາມເດືອນຜ່ານມາ ມີຜົນສໍາເລັດທີ່ພົ້ນເດັ່ນ ຄື: ນໍາພາ-ຊີ້ນໍາເປີດສົກຮຽນໃໝ່ ສາຍສາມັນສຶກສາ ທັງພາກລັດ ແລະ ເອກະຊົນໃນຂອບເຂດ ທົ່ວປະເທດ; ສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງສອບເສັງຈົບຊັ້ນສາມັນສຶກສາ, ສຶກສາສົງ ແລະ ບໍາລຸງ ໃນສົກຮຽນ 2025-2026; ຈັດຕັ້ງການສອບເສັງ ເພື່ອຄັດເລືອກເອົານັກສຶກສາເຂົ້າຮຽນບັນດາມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ ທັງພາກລັດ ແລະ ເອກະຊົນ ປະຈໍາສົກຮຽນ 2026-2027; ຄັດເລືອກ ແລະ ສັບຊ້ອນນັກຮຽນເກັ່ງລະດັບຊາດ ເພື່ອຮັບທຶນການສຶກສາຈາກລັດຖະບານ ສສ ຫວຽດນາມ ແລະ ໂຮງຮຽນພອນສະຫວັນຕ່າງໆ; ນໍາພາ-ຊີ້ນໍາຈັດກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈໍາສົກຮຽນ 2025-2026 ທີ່ແຂວງຫຼວງພະບາງ ແລະ ຈັດພິທີສະເຫຼີມສະຫຼອງວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 60 ປີ; ນໍາພາ-ຊີ້ນໍາ ຕ້ອນຮັບຄະນະຜູ້ແທນ ມາຢ້ຽມຢາມກະຊວງສຶກສາທິການ ແລະ ກິລາ ພ້ອມທັງເຊັນບົດບັນທຶກຄວາມເຂົ້າໃຈກັບຄູ່ຮ່ວມພັດທະນາ; ສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດ 06 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 06 ເດືອນທ້າຍປີ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ສໍາເລັດປັບປຸງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 060/ກພວຕ, ລົງວັນທີ 29 ມິຖຸນາ 2026; ນໍາພາ-ຊີ້ນໍາຈັດກິດຈະກຳສະເຫຼີມສະຫຼອງວັນກິລາອາຊຽນ ປີ 2026 ສະຫຼຸບສັງລວມການຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 60 ປີ ໃນຂອບເຂດທົ່ວປະເທດ ແລະ ອື່ນໆ.
ຈາກນັ້ນ, ສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ກຳມະການປະຈຳພັກກະຊວງ, ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານການກະກຽມສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ແລະ ການກະກຽມເປີດປ້າຍມະຫາວິທະຍາໄລສ້າງຄູແຫ່ງຊາດ; ສະຫາຍ ຮສ.ປອ ໄກສອນ ເພັງໂສພາ ຄະນະພັກກະຊວງ, ຫົວໜ້າກົມການສຶກສາຊັ້ນສູງ ໄດ້ລາຍງານຜົນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການສຶກສາຂັ້ນທາງພາກລັດ ແລະ ເອກະຊົນ ປະຈຳປີ 2026-2027. ຈາກນັ້ນ, ບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກທີ່ເຈົ້າຮ່ວມ ກໍໄດ້ພ້ອມກັນປະກອບຄໍາຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ບົດລາຍງານ ເພື່ອໃຫ້ໄດ້ເນື້ອໃນທີ່ຄົບຖ້ວນ ແລະ ສົມບູນຂຶ້ນ.
ໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄໍາເຫັນຊີ້ນຳ ກ່ຽວກັບພື້ນຖານໂຄງລ່າງ ແລະ ສະພາບໂຮງຮຽນບາງແຫ່ງທາງພາກໃຕ້ ແລະ ພາກເໜືອ ເຫັນວ່າຍັງເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ເອົາໃຈໃສ່ຫຼາຍ ໂດຍສະເພາະໂຮງຮຽນກິນນອນຊົນເຜົ່າ, ຜົນກະທົບຈາກນ້ຳທ້ວມ ຢູ່ເຂດອຸດົມໄຊ ຍັງມີບາງໂຮງຮຽນທີ່ຍັງມີບັນຫາ ແລະ ບໍ່ສາມາດເປີດຮຽນໄດ້, ຄວາມຮັບຜິດຊອບຂອງຄະນະພັກ ແລະ ການນຳຕ້ອງເລັ່ງຊອກຫາທາງແກ້ໄຂ; ການຍົກລະດັບຄຸນນະພາບການສຶກສາ ແລະ ມະຫາວິທະຍາໄລ ຄວນຍົກລະດັບທາງດ້ານຈັນຍາບັນ ແລະ ຄຸນນະພາບຄູ, ຍົກລະດັບຄູ-ອາຈານ, ສະພາບມະຫາວິທະຍາໄລ ແລະ ການສຶກສາຊັ້ນສູງ ຄວນມີການກວດກາ ແລະ ຕິດຕາມຢ່າງທົ່ວເຖິງ, ຄວນເອົາໃຈໃສໃນການສ້າງຄູ ແລະ ການຮັບນັກຮຽນ, ສະພາບແວດລ້ອມພາຍໃນມະຫາວິທະຍາໄລບາງແຫ່ງກໍຄວນເອົາໃຈໃສ່ ແລະ ໃຫ້ໄດ້ມາດຕະຖານທາງດ້ານສະພາບແວດລ້ອມ ແລະ ສຸຂະອານາໄມກໍຕ້ອງໃຫ້ສະອາດງາມຕາ ເພື່ອດຶງດູດໃຫ້ນັກຮຽນຢາກເຂົ້າຮຽນຫຼາຍຂຶ້ນ. ພ້ອມນັ້ນ, ສະຫາຍກຳມະການກົມການເມືອງສູນກາງພັກ ໄດ້ເນັ້ນໃຫ້ການນຳທຸກພາກສ່ວນ ຕ້ອງມີການຫັນປ່ຽນການເບິ່ງບັນຫາ ແລະ ແບບແຜນວິທີເຮັດວຽກໃໝ່ ເພື່ອຍົກລະດັບການສຶກສາໃຫ້ດີຂຶ້ນຢ່າງທັນການ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ