Skip to main content

ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມລະດັບສູງຂອງກອງທຶນຮ່ວມມືສາກົນເພື່ອການສຶກສາ ທີ່ ສ.ອາເມຣິກາ

29/09/2026
ໃນລະຫວ່າງວັນທີ 21–23 ກັນຍາ 2026, ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ຂອງ ສປປ ລາວ ນໍາໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງຂອງກອງທຶນຮ່ວມມືສາກົນເພື່ອການສຶກສາ ຫຼື Global Partnership for Education (GPE) ເຊິ່ງເປັນກອງປະຊຸມປິ່ນອ້ອມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 81 ທີ່ ນະຄອນນິວຢອກ, ສະຫະລັດອາເມຣິກາ.
ໃນໂອກາດອັນສຳຄັນນີ້, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມບັນດາກອງປະຊຸມລະດັບສູງທີ່ສຳຄັນ ເຊັ່ນ: ກອງປະຊຸມລະດັບສູງ: ເພີ່ມທະວີການລະດົມທຶນໃນຂົງເຂດການສຶກສາໃນໄລຍະໃໝ່ (Multiply Possibility High-Level Event: A new era for education financing) ມີຈຸດປະສົງເພື່ອສຸມໃສ່ການລະດົມທຶນສຳລັບການສຶກສາ, ແນໃສ່ຊ່ວຍເຫຼືອບຳລຸງຮັກສາ ແລະ ປັບປຸງລະບົບການສຶກສາຂອງບັນດາປະເທດກຳລັງພັດທະນາ ພ້ອມທັງເປີດໂອກາດໃຫ້ເດັກນ້ອຍໄດ້ຮັບການຮຽນຮູ້ຢ່າງມີປະສິດທິພາບ. ນອກຈາກນີ້, ຍัງໄດ້ເນັ້ນການໃຫ້ຄວາມໝາຍໝັ້ນທາງການເງິນຮອບໃໝ່ສຳລັບການສຶກສາຜ່ານທາງລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ, ພ້ອມທັງສົ່ງເສີມການລະດົມທຶນພາຍໃນປະເທດຄຽງຄູ່ກັບການຊ່ວຍເຫຼືອຈາກສາກົນ; ກອງປະຊຸມຮ່ວມມືທີ່ສ້າງສັນ ເພື່ອການປັບປຸງໂຄງສ້າງລະບົບການສຶກສາ (Innovative Partnerships to Transform Education System) ມຸ່ງເນັ້ນໃສ່ການຍົກສູງບົດບາດຂອງບັນດາມູນລະນິທິ ແລະ ພາກເອກະຊົນ ໃນການສົ່ງເສີມການຮຽນຮູ້, ການຮ່ວມມືກັບ GPE ເພື່ອປັບປຸງ ແລະ ຍົກລະດັບພາບລັກລວມຂອງຂົງເຂດການສຶກສາ; ກອງປະຊຸມປົດລັອກອະນາຄົດຂອງການສຶກສາຮ່ວມກັນ (Unlocking the Future of Education Together) ຖືເປັນເວທີສຳຄັນໃນການເຕົ້າໂຮມບັນດາປະເທດສະມາຊິກ GPE ເພື່ອສະເຫຼີມສະຫຼອງຜົນສຳເລັດ, ການໃຫ້ຄຳໝັ້ນສັນຍາ ແລະ ການລະດົມທຶນເຂົ້າໃນຂົງເຂດການສຶກສາຢ່າງເປັນຂະບວນການຟົດຟື້ນ; ກອງປະຊຸມ “ການລົງທຶນໃສ່ການຮຽນຂັ້ນເລີ່ມຕົ້ນ ເພື່ອສ້າງອະນາຄົດ: ການກະກຽມກອງປະຊຸມສຸດຍອດລະດັບໂລກດ້ານງົບປະມານການສຶກສາເພື່ອການພັດທະນາເດັກໃນການຮຽນຂັ້ນເລີ່ມຕົ້ນ ປະຈຳປີ 2027” (Investing Early, Building Futures: Launching the Journey to the Global Early Years Finance Summit 2027) ເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນ ແລະ ການເຂົ້າເຖິງໂອກາດການຮຽນຮູ້ຂອງເດັກນ້ອຍຕັ້ງແຕ່ຂັ້ນການສຶກສາກ່ອນໄວຮຽນ.
ນອກຈາກການເຂົ້າຮ່ວມກອງປະຊຸມສຳຄັນດັ່ງກ່າວແລ້ວ, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ຍัງໄດ້ຖືໂອກາດພົບປະກັບບັນດາຄູ່ຮ່ວມພັດທະນາ, ແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບການຊຸກຍູ້ສົ່ງເສີມການຮ່ວມມື ເພື່ອພັດທະນາ ແລະ ຍົກລະດັບຄຸນນະພາບຂົງເຂດການສຶກສາຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໃນອະນາຄົດ.
#ພາບ-ຂ່າວ: ກົມແຜນການ ແລະ ການເງິນ ກະຊວງ ສສກ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ