Skip to main content

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອັດຕະປື ໄຂສົກຮຽນໃໝ່ 2026-2027 ພ້ອມມອບຫຼຽນກາລະນຶກ 50 ປີ

28/09/2026
ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອັດຕະປື ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ, ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນຂົງເຂດວຽກງານການສຶກສາ ແລະ ກິລາທົ່ວແຂວງອັດຕະປື ຢ່າງສົມກຽດ ໃນວັນທີ 18 ກັນຍາ 2026 ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີ ທ່ານ ໄມແສງ ດວງສີ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່າ ພ້ອມຄະນະ, ແຂກທີ່ຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ໃນພິທີ, ທ່ານ ໄມແສງ ດວງສີ ໄດ້ສະຫຼຸບການຄຸ້ມຄອງ-ບໍລິຫານ ສົກຮຽນ 2025-2026 ແລະ ຜ່ານແຜນພັດທະນາໂຮງຮຽນ ສົກຮຽນ 2026-2027 ໂດຍຫຍໍ້ ໃຫ້ຮູ້ວ່າ: ປັດຈຸບັນ ໂຮງຮຽນມີຄູ-ອາຈານ 55 ທ່ານ, ຍິງ 28 ທ່ານ; ນັກຮຽນທັງໝົດ 884 ຄົນ, ຍິງ 417 ຄົນ, ມາຈາກ 11 ຊົນເຜົ່າ. ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ມີນັກຮຽນ 520 ຄົນ, ຍິງ 239 ຄົນ; ນັກຮຽນຝາກ 31 ຄົນ, ຍິງ 16 ຄົນ; ມີອາຄານ 10 ຫຼັງ, ໃຊ້ເປັນອາຄານຮຽນ 3 ຫຼັງ. ນັກຮຽນນອນຫໍພັກ, ກິນເຂົ້າຢູ່ຫໍອາຫານ, ຄົ້ນຄວ້າພາກຄໍ່າ, ເຄື່ອນໄຫວກິລາ-ສິລະປະ, ປູກຜັກສວນຄົວ ແລະ ລ້ຽງສັດ. ນອກຈາກນີ້ ຍັງຈັດການຮຽນສາຍສາມັນວິຊາຊີບ 6 ສາຂາ; ຈົບແລ້ວ 3 ສາຂາ ແລະ ສືບຕໍ່ຮຽນ 3 ສາຂາ.
ສຳລັບຜົນງານທີ່ພົ້ນເດັ່ນ ໃນ1ສົກຮຽນຜ່ານມາ ມີນັກຮຽນຈົບຊັ້ນ ມ.7 ໄດ້ໃບປະກາດແດງ 2 ນ້ອງ ແລະ ເປັນຕົວແທນໄປແຂ່ງຂັນລະດັບຊາດ 2 ນ້ອງ ໃນວິຊາພາສາລາວ ມ.4 ແລະ ຟີຊິກ ມ.7; ຜົນສອບເສັງບັນລຸ 98.04%, ລື່ນແຜນ 1.54%. ດ້ານສິລະປະ-ກິລາ ລະຄອນສັ້ນໄດ້ທີ 1, ເດີນແບບທີ 2, ຟ້ອນມີລາງວັນ; ກິລາແຫ່ງຊາດ ແລະ ກິລາຄົນພິການ ຍາດໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ. ນອກນີ້ ນຳພານັກຮຽນປູກຜັກຂາຍເຂົ້າເຮືອນຄົວ ແລະ ສັງຄົມໄດ້ 5,363 ກິໂລ, ມູນຄ່າ 52,765,000 ກີບ.
ດ້ານອາຄານສະຖານທີ່: ໄດ້ຮັບຢັ້ງຢືນປະເພດ II ໂຮງຮຽນຕົວແບບດ້ານສິ່ງແວດລ້ອມຂຽວ ແລະ ສະອາດງາມຕາ. ດ້ານພົວພັນຊຸມຊົນ: ໄດ້ຮັບເງິນຊ່ວຍເຫຼືອຈາກບໍລິສັດອັດຕະປືບໍລາວພັດທະນາແຮ່ທາດ 100 ລ້ານກີບ; ຈາກຢູນີເຊບ 2 ຄັ້ງ ມູນຄ່າ 18,560 ໂດລາ; ຮ່ວມບໍລິຈາກເລືອດ 7 ຖົງ; ຮັບອຸປະກອນ ແລະ ເຄື່ອງກິລາຈາກທະນະຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງອັດຕະປື ແລະ ການຊ່ວຍເຫຼືອຈາກບໍລິສັດລາດສະວົງ.
ສ່ວນແຜນສົກຮຽນ 2026-2027 ໃຫ້ຜົນສອບເສັງສູ້ຊົນໃຫ້ບັນລຸ 98% ຂຶ້ນໄປ, ສືບຕໍ່ສ້າງນັກຮຽນເກັ່ງໄປແຂ່ງຂັນລະດັບຊາດ, ເສີມສ້າງວຽກວິຊາການ, ບຸກຄະລາກອນ, ຫ້ອງການ, ກິດຈະກຳນັກຮຽນ, ອາຄານສະຖານທີ່, ພົວພັນຊຸມຊົນ ແລະ ອົງການຈັດຕັ້ງມະຫາຊົນໃຫ້ເຂັ້ມແຂງກວ່າເກົ່າ. ພ້ອມນີ້ ຍັງສະເໜີຂໍຄູສອນ ICT, ຟີຊິກ, ພູມສາດ, ເຄມີ ແລະ ຂໍໂຊເຟີລົດ, ແພດ ພ້ອມເອື້ອຍລ້ຽງເພີ່ມ ເພື່ອຍົກຄຸນນະພາບການສຶກສາ ແລະ ການດູແລນັກຮຽນໃຫ້ດີຂຶ້ນ.
ໃນໂອກາດດຽວກັນ ທ່ານ ອຸດົມສິນ ສີຊານົນ ກໍ່ໄດ້ເປັນກຽດຂື້ນກ່າວມອບຫລຽນກາລະນຶກ 50 ປີ ໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນ ຈໍານວນ 21 ທ່ານ, ບິງ 14 ທ່ານ ຢ່າງສົມກຽດ.
ໂດຍ: ພົມວິຫານ ໄຊຊະນະ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ