ຮັບຮອງ ແລະ ປະກາດນຳໃຊ້ເວັບໄຊສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຢ່າງເປັນທາງການ
29/09/2026

ໃນຕອນເຊົ້າວັນທີ 29 ກັນຍາ 2026 ນີ້ ທີ່ຫ້ອງປະຊຸມໃຫຍ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຈັດກອງປະຊຸມຮັບຮອງ ແລະ ປະກາດນຳໃຊ້ເວັບໄຊ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຮອງອໍານວຍສູນ, ບັນດາຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານວິຊາການຈາກສູນພັດທະນາສື່ການຮຽນການສອນ, ສູນຄົ້ນຄວ້າພາສາລາວ, ສູນສົ່ງເສີມພາສາຕ່າງປະເທດ, ພະແນກບໍລິຫານ ແລະ ຫໍສະໝຸດ ຕະຫຼອດຮອດແຂກຖືກເຊີນຈາກພະແນກໂຄສະນາ-ຂ່າວສານ, ຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ພະແນກເຕັກໂນໂລຊີດິຈິຕອນການສຶກສາ ແລະ ກິລາ, ກົມແຜນການ ແລະ ການເງິນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ມີຄຳເຫັນກ່າວເປີດບາງຕອນວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປະຕິບັດຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ສະບັບເລກທີ 8748/ສສກ ລົງວັນທີ 4 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມຮັບຮອງ ແລະ ປະກາດນຳໃຊ້ເວັບໄຊ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ; ພ້ອມນັ້ນ, ກໍເພື່ອປັບປຸງ ແລະ ພັດທະນາເວັບໄຊ ສວສ ໃຫ້ດີຂຶ້ນ ເປັນຕົ້ນແມ່ນ ໃຫ້ມີຮູບແບບທີ່ທັນສະໄໝ ແລະ ສວຍງາມ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ໃຊ້; ເຮັດໃຫ້ຈຳນວນຜູ້ເຂົ້າຊົມເວັບໄຊເພີ່ມຂຶ້ນ ແລະ ສ້າງຄວາມເພິ່ງພໍໃຈໃນການໃຊ້ງານເວັບໄຊໃຫ້ດີຂຶ້ນ; ເປີດໂອກາດໃຫ້ການບໍລິການວຽກຮ່ວມ ແລະ ການແບ່ງປັນຂໍ້ມູນກັບອົງກອນພາຍນອກສະດວກຂຶ້ນ; ຜູ້ໃຊ້ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງສະດວກສະບາຍ ແລະ ສ້າງຄວາມເຊື່ອໝັ້ນຫຼາຍຂຶ້ນໃນລະດັບສາກົນ ເພື່ອລະດົມທຶນ; ສ້າງໂຄງສ້າງລະບົບເວັບໄຊທີ່ເປັນລະບົບ, ຖືກຕ້ອງຕາມມາດຕະຖານ ແລະ ປອດໄພ.
ພ້ອມດຽວກັນນັ້ນ, ທີ່ປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອຊອກຫາວິທີທາງປັບປຸງວຽກງານໃຫ້ມີປະສິດທິພາບສູງຂຶ້ນ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ໃນ 3 ດ້ານສຳຄັນ ຄື: ການນຳໃຊ້ໄອທີເຂົ້າໃນວຽກງານໃຫ້ມີຄວາມກົມກຽວ, ການສ້າງເວັບໄຊຂອງ ສວສ ໃຫ້ມີໜ້າເວັບທີ່ທັນສະໄໝ ແລະ ສາມາດເຊື່ອມໂຍງກັບສື່ສັງຄົມອອນລາຍຕ່າງໆໄດ້ຢ່າງວ່ອງໄວ, ພ້ອມທັງການຈັດສັນລະບົບຄວາມປອດໄພຂອງຂໍ້ມູນ ແລະ ຈັດຊື້ວັດຖຸອຸປະກອນທີ່ຈຳເປັນ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຂອງບັນດາສູນ ແລະ ວຽກງານດິຈິຕອນຂອງສະຖາບັນດຳເນີນໄປຢ່າງຮຽບຮ້ອຍ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ.












