Skip to main content
12/11/2025 | ສຶກສາ

ສສກ ສ້າງສື່ການຮຽນການສອນໃໝ່ທີ່ສົ່ງເສີມການຮຽນຮ່ວມ ສຳລັບນັກຮຽນທີ່ເລີ່ມຮຽນພາສາລາວໃໝ່ ເມື່ອເລີ່ມເຂົ້າໂຮງຮຽນ

ໂດຍຮັບຮູ້ເຖິງສິ່ງທ້າທາຍສະເພາະຂອງເດັກນ້ອຍ ທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ)  ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ສ້າງຝາຍສຽງໃໝ່ 49 ບົດເລື່ອງ ເພື່ອຊ່ວຍການຮຽນການສອນວິຊາພາສາລາວໃນຫ້ອງຮຽນຂັ້ນ ປ.1 ທົ່ວປະເທດ. ຟາຍສຽງຍັງຈະມີເປັນພາບວິດີໂອປະກອບເພື່ອເຜີຍແພ່ຢ່າງກວ້າງຂວາງໃນຫຼາຍຊ່ອງທາງ ທັງປະເພດຟາຍສຽງ ແລະ ຟາຍວິດີໂອທີ່ມີພາບປະກອບ, ໂດຍສະເພາະແມ່ນຈະອອກທາງຊ່ອງຢູທູບ. ຂໍ້ລິເລີ່ມການສ້າງຟາຍສຽງນີ້ ແມ່ນເປັນສ່ວນໜຶ່ງຂອງການຂະຫຍາຍການສອນບົດຮຽນຝຶກເວົ້າພາສາລາວ ໃຫ້ກວ້າງຂວາງຂຶ້ນໃນທົ່ວປະເທດ ເລີ່ມແຕ່ເດືອນກັນຍາ 2024, ຈຸດປະສົງເພື່ອຊ່ວຍໃຫ້ນັກຮຽນຂັ້ນ ປ.1 ທີ່ເວົ້າພາສາເຜົ່າຢູ່ເຮືອນ ໄດ້ພັດທະນາທັກສະການເວົ້າພາສາລາວ ທີ່ຈຳເປັນເພື່ອໃຫ້ເຂົ້າໃຈການຮຽນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ແລະ ພັດທະນາການຮຽນຂອງຕົນ. ທ່ານ ອຸ​ທິດ ທິບ​ມະນີ ຮອງ​ຜູ້​ອຳ​ນວຍ​ການ​ ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ (ສວສ) ໄດ້ກ່າວ​ວ່າ: “ການ​ສອນ​ຫຼັກ​ສູດ​               ໃໝ່​ແມ່ນຍັງເປັນ​ສິ່ງ​ທ້າ​ທາຍຢູ່. ໃນເດືອນກັນຍາ 2024, ພວກເຮົາໄດ້ເລີ່ມຕົ້ນການສອນບົດຮຽນຝຶກເວົ້າພາສາລາວໃນທົ່ວປະເທດ. ຄູໄດ້ຮັບປຶ້ມຄູ່ມືຄູໃໝ່, ປື້ມແບບຮຽນ, […]

12/11/2025 | ສຶກສາ

ງານພົບປະຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ສຳເລັດລົງຢ່າງຈົບງາມ ເຈົ້າພາບຄັ້ງຕໍ່ໄປ ແຂວງຈຳປາສັກ

ງານພົບປະຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບຈັດຂຶ້ນວັນທີ 11 ພະຈິກ 2025 ພາຍຫຼັງທີ່ດຳເນີນມາເປັນເວລາ 4 ວັນຢູ່ ນວ ໂດຍເປັນປະທານຂອງ ສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ, ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ປປລ), ສະຫາຍ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ, ຮອງເລຂາຫົວໜ້າກົມເຍົາວະຊົນ ພ້ອມດ້ວຍເລຂາຄະນະບໍລິຫານງານຊາວໜຸ່ມ 18 ແຂວງ 6 ກະຊວງແຮກສ່ຽວ, ຜູ້ຮັບຜິດຊອບວຽກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນເຂົ້າຮ່ວມ. ໃນພິທີ, ສະຫາຍ ຫຸມແພງ ສີສົມບັດ ໄດ້ຂຶ້ນລາຍງານຜົນສຳເລັດຂອງການຈັດງານຄັ້ງນີ້ ທີ່ມີຫົວຂໍ້ເຍົາວະຊົນຍຸກໃໝ່ໃສ່ໃຈສິ່ງແວດລ້ອມສີຂຽວ ສົ່ງເສີມຍຸດທະສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີສູ່ຄວາມທັນສະໄໝ […]

11/11/2025 | ສຶກສາ

ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທັນວາ ທົ່ວປະເທດ ຄັ້ງທີ VI

ພິທີສວນສະໜາມເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທັນວາ ທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນວັນທີ 10 ພະຈິກ 2025 ພາຍໃຕ້ຫົວຂໍ້: ‘’ເຍົາວະຊົນຍຸກໃໝ່ ໃສ່ໃຈສິ່ງແວດລ້ອມສີຂຽວ, ສົ່ງເສີມຍຸດທະ ສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີສູູ່ຄວາມທັນສະໄໝ’’ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 17 ແຂວງ ທົ່ວປະເທດ, ນ້ອງໆທີ່ເປັນຕົວແທນໃຫ້ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ງານຕັ້ງຄ້າຍເຍົາວະຊົນໃນຄັ້ງນີ້ ເປັນການຫວນຄືນມູນເຊື້ອ,ຄວາມຮັບຮູ້ຂອງອົງການຈັດຕັ້ງເຍົາວະຊົນທັນວາ ແມ່ນອົງການຈັດ ຕັ້ງໜຶ່ງຂອງພັກ, ເປັນອົງການຈັດຕັ້ງສູງສຸດຂອງເດັກນ້ອຍລາວບັນດາເຜົ່າແຫ່ງ […]

11/11/2025 | ສຶກສາ

ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກິລາຂອບການຮ່ວມມືເວທີປຶກສາຫາລືແຫ່ງອາຊີ ຄັ້ງທີ 1

ໂດຍຕອບສະໜອງຕາມການເຊື້ອເຊີນຈາກລັດຖະມົນຕີກະຊວງກິລາ ແຫ່ງ ສະຫະພັນຣັດເຊຍ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ປະກອບດ້ວຍຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຕ່າງປະເທດ ຈຳນວນ 4 ທ່ານ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີກິລາ ຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 1 (1st Asia Cooperation Dialogue Ministerial Meeting on Sports) ໃນລະຫວ່າງວັນທີ 4-7 ພະຈິກ 2025 ທີ່ເມືອງສາມາຣາ ສະຫະພັນຣັດເຊຍ ພາຍໃຕ້ຫົວຂໍ້: “From Tradition to Innovation: ອະນາຄົດຂອງກິລາໃນບັນດາປະເທດສະມາຊິກ ACD, ຊຶ່ງໄດ້ຈັດຂຶ້ນຄຽງຄູ່ກັບກອງປະຊຸມສາກົນ ໃນຫົວຂໍ້: […]

10/11/2025 | ສຶກສາ

ສວສ ຈັດກອງປະຊຸມປັບປຸງປຶ້ມແບບຮຽນວິຊາພາສາລາວ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ພາສາອັງກິດ ຂັ້ນ ມ.1

ສະຖາບັນຄົ້າຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປັບປຸງປຶ້ມແບບຮຽນວິຊາພາສາລາວ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ພາສາອັງກິດ ຂັ້ນ ມ.1 ພາຍໃຕ້ໂຄງການໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ (EESDP) ເພື່ອຍົກສູງຄຸນນະພາບການສຶກສາ, ສົ່ງເສີມທັກຊະການວິເຄາະ, ການແກ້ໄຂບັນຫາ ແລະ ຄວາມຄິດສ້າງສັນຂອງນັກຮຽນ ໃຫ້ສອດຄ່ອງກັບຍຸກສັດຕະວັດທີ 21 ພ້ອມຈະນຳໃຊ້ເຂົ້າໃນການຮຽນການສອນ ໃນສົກຮຽນ 2026-2027 ນີ້. ກອງປະຊຸມດັ່ງກ່າວ, ແມ່ນໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2025 ທີ່ຫ້ອງປະຊຸມສະໂມສອນໄຟຟ້ານຳ້ງື່ມ1 ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າຂະແໜງ, ຜູ້ຕາງໜ້າຈາກກົມສາມັນສຶກສາ, ກົມການເງິນ ພ້ອມດ້ວຍຜູ້ຊ່ຽວຊານຄູ-ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ, ໂຮງຮຽນພອນສະຫວັນແຫ່ງຊາດ, ມສ ວຽງຈັນ, ພະນັກງານອາວຸໂສບຳນານ, ຜູ້ຊ່ຽວຊານໂຄງການ ແລະ ຄະນະຮັບຜິດຊອບວຽກງານດັ່ງກ່າວ ເຂົ້າຮ່ວມ. […]

08/11/2025 | ສຶກສາ

ມອບ-ຮັບ ໜ້າທີ່ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 7 ພະຈິກ 2025 ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ຜູ້ເກົ່າ) ແລະ ທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາ (ຜູ້ໃໝ່), ໂດຍມີຄະນະພະແນກ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີໄດ້ມີການຜ່ານກ່ຽວກັບການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາແຕ່ລະດ້ານພາຍໃນແຂວງ ໃນໄລຍະ 1 ປີ ຜ່ານມາໂດຍສັງເຂບ. ພ້ອມທັງໄດ້ຮັບຟັງການມີຄໍາເຫັນໂອລົມຂອງ ທ່ານ ບົວທອງ ສຸວັນນະສານ ສະເພາະແມ່ນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຂອງເພິ່ນໃນການນໍາພາ-ຊີ້ນໍາແຕ່ລະໄລຍະ ເພື່ອປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາແຂວງຈໍາປາສັກ, ຮັບຟັງການມີຄໍາເຫັນກ່າວຮັບໜ້າທີ່ຂອງທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາ ຜູ້ໃໝ່ ທີ່ຈະຮັບໜ້າທີ່ສືບຕໍ່ນໍາພາ-ຊີ້ນໍາ […]

07/11/2025 | ສຶກສາ

ວລ ເຕັກນິກກະສິກຳດົງຄໍາຊ້າງ ແຂ່ງຂັນທັກສະສີມື ປະຈຳປີ 2025

ວິທະຍາໄລ (ວລ) ເຕັກນິກກະສິກຳດົງຄໍາຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື ປະຈຳປີ 2025 ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານວິຊາການ, ສ້າງຂະບວນການແຂ່ງຂັນທັກສະສີມືພາຍໃນວິທະຍາໄລ ແລະ ສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ໂດຍສະເພາະແມ່ນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ. ການແຂ່ງຂັນດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 6 ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈິດຕະກອນ ສີຊານົນ ຜູ້ອຳນວຍການວິທະຍາໄລເຕັກນິກກະສິກຳດົງຄໍາຊ້າງ, ມີຜູ້ຕາງໜ້າຈາກວິທະຍາໄລເຕັກນິກວິຊາຊີບກະສິກຳກວາງຊີ ສປ ຈີນ, ຈາກສູນຝຶກອົບຮົມພາສາເກົາຫຼີ ແລະ ບໍລິສັດຕ່າງໆ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຈິດຕະກອນ ສີຊານົນ ໄດ້ກ່າວ ວ່າ: ການຈັດແຂ່ງຂັນໃນຄັ້ງນີ້, ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານວິຊາການ, ສ້າງຂະບວນການແຂ່ງຂັນທັກສະສີມືພາຍໃນວິທະຍາໄລ ແລະ […]

07/11/2025 | ສຶກສາ

ສະມາຄົມອະນາຄົດເດັກນ້ອຍລາວ ສະຫຼອງຄົບຮອບ 10 ປີ ພ້ອມມອບ-ຮັບຫໍພັກນັກຮຽນຊາຍໃຫ້ ມສ ວຽງຈັນ

ສະມາຄົມອະນາຄົດເດັກນ້ອຍລາວ ສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງການຊ່ວຍເຫຼືອຂອງຄອບຄົວ ຢາມະໂມະໂຕະ ພ້ອມທັງມອບ-ຮັບ ຫໍພັກນັກຮຽນຊາຍໃຫ້ໂຮງຮຽນມັດທະຍົມສົມບູນ ຫຼື ມສ ວຽງຈັນ ເມື່ອວັນທີ 4 ພະຈິກ 2025 ທີ່ໂຮງຮຽນດັ່ງກ່າວ, ໂດຍໃຫ້ກຽດກ່າວມອບໂດຍ ທ່ານ ຢາມະໂມະໂຕະ ເຄນິຊິ ປະທານສະມາຄົມອະນາຄົດເດັກນ້ອຍລາວ ແລະ ກ່າວຮັບຂອງທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ, ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ ພ້ອມດ້ວຍຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄະນະຜູ້ອຳນວຍການໂຮງຮຽນ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ສຳລັບຫໍພັກນັກຮຽນແມ່ນໄດ້ສ້າງຂຶ້ນແຕ່ປີ 2000, […]