Skip to main content

ສະມາຄົມອະນາຄົດເດັກນ້ອຍລາວ ສະຫຼອງຄົບຮອບ 10 ປີ ພ້ອມມອບ-ຮັບຫໍພັກນັກຮຽນຊາຍໃຫ້ ມສ ວຽງຈັນ

07/11/2025

ສະມາຄົມອະນາຄົດເດັກນ້ອຍລາວ ສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງການຊ່ວຍເຫຼືອຂອງຄອບຄົວ ຢາມະໂມະໂຕະ ພ້ອມທັງມອບ-ຮັບ ຫໍພັກນັກຮຽນຊາຍໃຫ້ໂຮງຮຽນມັດທະຍົມສົມບູນ ຫຼື ມສ ວຽງຈັນ ເມື່ອວັນທີ 4 ພະຈິກ 2025 ທີ່ໂຮງຮຽນດັ່ງກ່າວ, ໂດຍໃຫ້ກຽດກ່າວມອບໂດຍ ທ່ານ ຢາມະໂມະໂຕະ ເຄນິຊິ ປະທານສະມາຄົມອະນາຄົດເດັກນ້ອຍລາວ ແລະ ກ່າວຮັບຂອງທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ, ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ ພ້ອມດ້ວຍຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄະນະຜູ້ອຳນວຍການໂຮງຮຽນ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ສຳລັບຫໍພັກນັກຮຽນແມ່ນໄດ້ສ້າງຂຶ້ນແຕ່ປີ 2000, ໂດຍ ສະມາຄົມຄຸມະໂມະໂຕະລາວ ຊຶ່ງຮອດປັດຈຸບັນ ແມ່ນໃຊ້ງານມາໄດ້ 25 ປີພໍດີ ແລະ ມີນັກຮຽນເຂົ້າພັກອາໄສມາໄດ້ 25 ຮຸ່ນ ໃນປີ 2025, ຮຸ່ນທີ 1-14 ແມ່ນເປັນທຶນການຊ່ວຍເຫຼືອຈາກສະມາຄົມຄຸມະໂມະໂຕະລາວ, ສະມາຄົມດັ່ງກ່າວໄດ້ບຸກເບີກ ແລະ ເຕົ້າໂຮມນັກຮຽນໃນທົ່ວປະເທດລາວ ມາອາໄສ ແລະ ພັກຢູ່ໃນຫໍພັກແຫ່ງນີ້ ເພື່ອເຂົ້າຮຽນຕໍ່ ໃນຂັ້ນມັດທະຍົມປາຍ (ມສ ວຽງຈັນ), ຫຼັງຈາກທີ່ ສະມາຄົມຄຸມະໂມະໂຕະລາວ ໄດ້ຢຸດຕິການຊ່ວຍເຫຼືອນັກຮຽນລາວຮອດແຕ່ຮຸ່ນທີ 14 ກໍມີຄອບຄົວ ຢາມະໂມະໂຕະ ແລະ ສະມາຄົມອະນາຄົດເດັກນ້ອຍລາວ ໄດ້ເຂົ້າມາສືບຕໍ່ຊ່ວຍເຫຼືອ ແລະ ສົ່ງເສີມນັກຮຽນຫໍພັກຈົນເທົ່າຮອດທຸກມື້ນີ້.

ສະມາຄົມອານາຄົດເພື່ອເດັກນ້ອຍລາວ ແມ່ນກໍ່ຕັ້ງໂດຍຄອບຄົວຜູ້ໃຈບຸນ ຢາມະໂມະໂຕະ ທີ່ຢູ່ເມືອງທະ ຮະລະ ແຂວງໄອຈິ ປະເທດຍີ່ປຸ່ນ, ນັບຕັ້ງແຕ່ເພິ່ນເຂົ້າມາຊ່ວຍເຫຼືອນັກຮຽນຫໍພັກ, ທ່ານ ຢາມະໂມະໂຕະ ເພິ່ນເຫັນໄດ້ເຖິງຄວາມຍາກລຳບາກ, ຄວາມບໍ່ສະດວກໃນການໃຊ້ຊີວິດໃນຫໍພັກ, ຊຶ່ງສົ່ງຜົນໃຫ້ການຮຽນບໍ່ມີປະສິດທິພາບດີດັ່ງທີ່ຕັ້ງໃຈໄວ້. ຈາກນັ້ນ, ເພິ່ນຈຶ່ງໄດ້ຂຶ້ນແຜນສະເໜີປັບປຸງຫໍພັກໃຫ້ໜ້າຢູ່ ແລະ ສະດວກສະບາຍຂຶ້ນ.

ການປັບປຸງຫໍພັກຊາຍທັງ 2 ຕຶກ ປະກອບມີ ຕຶກທີ່ໜຶ່ງ ໄລຍະເວລາການກໍ່ສ້າງ ເລີ່ມແຕ່ວັນທີ 18 ມັງກອນ 2025 – 10 ພຶດສະພາ 2025 ໂດຍມີລາຍການໜ້າວຽກ ຄື: ຍົກຫຼັງຄາຂຶ້ນໃຫ້ໄດ້ 4 ແມັດ, ຂັ້ນຫ້ອງເພື່ອຄວາມເປັນສ່ວນຕົວ ຈາກເດີມມີ 6 ຫ້ອງ ເຮັດເປັນ 12 ຫ້ອງ, ປັບປຸງຫ້ອງນໍ້າ, ສ້າງຫ້ອງອາບນໍ້າ, ປູກະໂລພື້ນ, ປ່ຽນເພດານ, ວາງລະບົບໄຟຟ້າ, ແລ່ນລະບົບນໍ້າໃໝ່, ທາສີຄືນໃໝ່ ແລະ ອື່ນໆ; ຕຶກທີສອງ ໄລຍະເວລາການກໍ່ສ້າງ ເລີ່ມແຕ່ວັນທີ 27 ພຶດສະພາ 2025-20 ສິງຫາ 2025 ລາຍການໜ້າວຽກປະກອບມີ ຍົກຫຼັງຄາຂຶ້ນໃຫ້ໄດ້ 4 ແມັດ, ຂະຫຍາຍລະບຽງອອກເພີ່ມ 3 ແມັດ, ຂັ້ນຫ້ອງ ແລະ ປັບປຸງຫ້ອງສໍາລັບອາຈານ ແລະ ປັບປຸງເຮັດເປັນຫ້ອງສະໝຸດ, ຫ້ອງບັນທຶກປະຫວັດສາດ ແລະ ຫ້ອງໂຖງ, ປັບປຸງຫ້ອງນໍ້າ, ປູກະໂລພື້ນ, ປ່ຽນເພດານ, ວາງລະບົບໄຟຟ້າ, ແລ່ນລະບົບນໍ້່າໃໝ, ທາສີຄືນໃໝ່ ແລະ ອື່ນໆລວມມູນຄ່າໃນການປັບປຸງກໍ່ສ້າງທັງສອງໜ້າທີ່ ຈຳນວນ 92.000 ໂດລາສະຫະລັດ.

ນອກຈາກປັບປຸງອາຄານສະຖານທີ່ຫໍພັກແລ້ວ, ເພິ່ນຍັງໄດ້ຊ່ວຍເຫຼືອໃຫ້ທຶນນັກຮຽນມາຈາກ 8 ແຂວງຄື: ແຂວງໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງວຽງຈັນ, ໂດຍນັກຮຽນທີ່ໄດ້ຮັບທຶນແມ່ນເປັນນັກຮຽນທີ່ໄດ້ຜົນການຮຽນດີເລີດ, ນັກຮຽນທີ່ຢາກຮຽນຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນວຽງຈັນ, ແຕ່ມີຄວາມຫຍຸ້ງຍາກຍ້ອນສະພາບເສດຖະກິດ, ໂດຍການຊ່ວຍເຫຼືອຈະມີຄ່າອາຫານ, ຄ່າອຸປະກອນການຮຽນ ແລະ ຢາຈໍານວນໜຶ່ງ, ເຄື່ອງບ່ອນນອນ ແລະ ເງິນເດືອນສໍາລັບແມ່ຄົວ.

ນອກຈາກນັ້ນ, ໃນຕອນທ້າຍພິທີຍັງໄດ້ມີການຕັດແທບຜ້າຫໍພັກນັກຮຽນ ແລະ ຢ້ຽມຊົມຫໍພັກ.

 

ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ