ງານພົບປະຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ສຳເລັດລົງຢ່າງຈົບງາມ ເຈົ້າພາບຄັ້ງຕໍ່ໄປ ແຂວງຈຳປາສັກ

ງານພົບປະຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບຈັດຂຶ້ນວັນທີ 11 ພະຈິກ 2025 ພາຍຫຼັງທີ່ດຳເນີນມາເປັນເວລາ 4 ວັນຢູ່ ນວ ໂດຍເປັນປະທານຂອງ ສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ, ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ປປລ), ສະຫາຍ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ, ຮອງເລຂາຫົວໜ້າກົມເຍົາວະຊົນ ພ້ອມດ້ວຍເລຂາຄະນະບໍລິຫານງານຊາວໜຸ່ມ 18 ແຂວງ 6 ກະຊວງແຮກສ່ຽວ, ຜູ້ຮັບຜິດຊອບວຽກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນເຂົ້າຮ່ວມ.
ໃນພິທີ, ສະຫາຍ ຫຸມແພງ ສີສົມບັດ ໄດ້ຂຶ້ນລາຍງານຜົນສຳເລັດຂອງການຈັດງານຄັ້ງນີ້ ທີ່ມີຫົວຂໍ້ເຍົາວະຊົນຍຸກໃໝ່ໃສ່ໃຈສິ່ງແວດລ້ອມສີຂຽວ ສົ່ງເສີມຍຸດທະສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີສູ່ຄວາມທັນສະໄໝ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 4.000 ກວ່າຄົນ ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນຜົນສຳເລັດຂອງການເຄື່ອນໄຫວກິດຈະກຳຕ່າງໆ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້.
ໂອກາດນີ້, ສະຫາຍເຈົ້າຄອງ ນວ ໄດ້ຂຶ້ນກ່າວປິດວ່າ: ຜົນສຳເລັດຂອງງານພົບປະຄັ້ງນີ້ມັນໄດ້ຢັ້ງຢືນເຖິງຄວາມສາມັກຄີອັນອົບອຸ່ນຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ມັນແມ່ນໝາກຜົນອັນລວມຍອດແຫ່ງການສ້າງສາພັດທະນາເດັກນ້ອຍລາວເຮົາໃຫ້ມີຄວາມຮູ້ ຄວາມສາມາດມີຄວາມ ຮັບຜິດຊອບສູງ ຕໍ່ໜ້າທີ່ທີ່ຖືກມອບໝາຍ ອັນນັ້ນມັນສະແດງເຖິງການສ້າງເຍົາວະຊົນ, ຊຶ່ງເປັນຮຸ່ນທີ່ຈະສືບທອດພາລະກິດຂອງພັກ ເປັນຜູ້ທີ່ພັກໄວ້ເນື້ອເຊື່ອໃຈ ແລະ ຝາກອະນາຄົດ ກໍຄື ໂຊກສະຕາກຳຂອງປະເທດຊາດໄວ້ກັບຄົນຮຸ່ນສືບທອດ ຊຶ່ງງານພົບປະຄັ້ງນີ້, ມັນໄດ້ຢັ້ງຢືນເຖິງຄວາມຕັດສິນໃຈສູງຂອງຄະນະພັກຄະນະນໍາໃນການອຳນວຍຄວາມສະດວກ ແລະ ອະນຸມັດງົບປະມານ ສະແດງເຖິງຄວາມຕັດສິນໃຈສູງຂອງຄະນະຮັບຜິດຊອບທັງໝົດ ແລະ ຫຼານນ້ອຍເຍົາວະຊົນຂອງພວກເຮົາ ເອົາໃຈໃສ່ຕັດສິນໃຈສູງຢ່າງເປັນເຈົ້າການຕໍ່ໜ້າທີ່ທີ່ໄດ້ຮັບການມອບໝາຍສົມກັບເປັນຕົວແທນຂອງເຍາວະຊົນທັນວາທົ່ວປະເທດເຂົ້າຮ່ວມ.
ງານພົບປະຄັ້ງນີ້, ສຳເລັດລົງກໍຕາມແຕ່ພວກເຮົາຍັງມີພາລະໜ້າທີ່ສຳຄັນຫຼາຍຢ່າງທີ່ຈະຕ້ອງພ້ອມກັນປະຕິບັດຄື: ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ເຍົາວະຊົນ-ອະນຸຊົນພວກເຮົາດ້ວຍຫຼາຍຮູບ ຫຼາຍແບບ ຫຼາຍວິທີ ແລະ ຫຼາຍກິດຈະກຳ ເພື່ອຕ້ານ ແລະ ສະກັດກັ້ນປາກົດການຍໍ້ທໍ້ໃນສັງຄົມຂອງພວກເຮົາໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແລະ ນ້ອງເຍົາວະຊົນເອງຍັງຕ້ອງໄດ້ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ ຄວາມກ້າຫານ ແລະ ມີຄຸນສົມບັດສິນທຳາປະຕິວັດຢ່າງແທ້ຈິງ, ຝຶກຝົນຕົນເອງໃຫ້ກາຍເປັນລູກຮັກ ຫຼານປະເສີດຂອງພໍ່ແມ່ຄູອາຈານ ແລະ ເປັນຜູ້ສືບທອດທີ່ດີຂອງພັກ ເປັນລູກຮັກ ຫຼານປະເສີດຂອງທ່ານຜູ້ນຳປະຕິບັດໄດ້ຄຳສອນ 6 ຮັກ 3 ຊັງຂອງທ່ານຜູ້ນຳ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນໃຫ້ປາກົດຜົນເປັນຈິງ.
ຈາກນັ້ນ, ໃນພິທີໄດ້ມອບທຸງເຍົາວະຊົນໃຫ້ແຂວງເຈົ້າພາບຄັ້ງທີ 7 ຄືແຂວງຈຳປາສັກ, ໂດຍສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມ ນວ ມອບໃຫ້ສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແລະ ມອບຕໍ່ໃຫ້ສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມແຂວງຈຳປາສັກ ມອບລາງວັນໃຫ້ທີມງານເຍົາວະຊົນທີ່ເຂົ້າຮ່ວມການແຂ່ງຂັນ 3 ກິດຈະກຳຄື: ແຂ່ງຂັນການນໍາສະເໜີ ທີ 1 ແຂວງຊຽງຂວາງ, ທີ 2 ນວ ແລະ ທີ 3 ແຂວງສະຫວັນນະເຂດ, ແຂ່ງຂັນການແຕ້ມຮູບ ທີ 1 ແຂວງຄຳມ່ວນ, ທີ 2 ແຂວງສາລະວັນ ແລະ ທີ 3 ນວ ແລະ ການແຂ່ງຂັນຕີດຸລິຍາງແປຕົວອກສອນ ທີ 1 ນວ, ທີ 2 ແຂວງສາລະວັນ ແລະ ທີ 3 ແຂວງບໍລິຄຳໄຊ, ແຕ່ລະລາງວັນໄດ້ຂັນ 1 ໜ່ວຍ ພ້ອມເງິນລາງວັນ 3 ລ້ານກີບ, 2 ລ້ານກີບ ແລະ 1 ລ້ານກີບ ຕາມລຳດັບ, ໃຫ້ກຽດມອບໂດຍ ສະຫາຍ ອາດສະພັງທອງ ສີພັນດອນ, ສະຫາຍ ທອງລີ ສີສຸລິດ ແລະ ສະຫາຍ ນາງ ລຳພອຍ ສີອັກຄະຈັນ. ນອກນີ້, ຍັງມີລາງວັນຊົມເຊີຍ 18 ລາງວັນ ລາງວັນລະ 5 ແສນກີບ ມອບໂດຍສະຫາຍຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ. ນອກນີ້ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຍັງໄດ້ມອບເງິນ ຈໍານວນ 20 ລ້ານກີບ ແລະ ຊາວໜຸ່ມ 18 ແຂວງ ມອບເງິນແຂວງລະ 5 ລ້ານກີບ ໃຫ້ຊາວໜຸ່ມ ນວ ພ້ອມທັງແລກປ່ຽນຂອງຂວັນໃຫ້ກັນ ແລະ ກັນຕື່ມອີກ.


















