Skip to main content
07/11/2025 | ສຶກສາ

ກອງປະຊຸມວິທະຍາສາດລະດັບຊາດ 2025 ພາຍໃຕ້ຫົວຂໍ້: “ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ”

ກອງປະຊຸມວິທະຍາສາດລະດັບຊາດ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: “ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ” ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 29 ປີ ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2025 ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານ ຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວວິສຸກ ໂສລາພົນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ມີຮອງຜູ້ອຳນວຍການໃຫຍ່, ນັກຄົ້ນຄວ້າວິທະຍາສາດ, ພ້ອມດ້ວຍອາຈານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ໃນພິທີ, ທ່ານ ສຈ.ປອ ເດຊານຸລາດ […]

06/11/2025 | ສຶກສາ

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໜອງບົກ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນເຊົ້າວັນທີ 3 ພະຈິກ 2025 ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງໜອງບົກ ແຂວງຄຳມ່ວນ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີ ທ່ານ ນາງ ສຸກກະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ແລະ ທ່ານ ຄຳສິງ ແສງດາວັນ ຮອງປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍບັນດາກຳມະການປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຄະນະອຳນວຍການໂຮງຮຽນ ແລະ ຫົວໜ້າກຸ່ມການສຶກສາຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ບຸນທາ ລັດຖາວອນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໜອງບົກ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ໃນໄລຍະ 5 ປີຜ່ານມາ ແລະ ຜ່ານບົດບັນທຶກມອບ-ຮັບໜ້າທີ່ ຊຶ່ງຜົນສຳເລັດໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາທົ່ວເມືອງມີພະນັກງານຂຶ້ນກັບທັງໝົດ 466 ຄົນ, ຍິງ 299 ຄົນ, ມີພະນັກງານ-ລັດຖະກອນຄູ 416 ຄົນ, ຍິງ 279 […]

06/11/2025 | ສຶກສາ

ສສກ ຈັດກອງປະຊຸມຄົ້ນຄວ້າ ແລະ ສ້າງແຜນປະຕິບັດງານດີຈີຕອນ ສຳລັບການສຶກສາ ໄລຍະ 5 ປີ (2026–2030)

ວັນທີ 6 ພະຈິກ 2025 ທີ່ໂຮງແຮມສີສົມບັດພຣາຊາ ເມືອງວັງວຽງ ແຂວງວຽງຈັນ, ກົມແຜນການ ແລະ ສູນໄອຊີທີ  ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ສ້າງແຜນປະຕິບັດງານດີຈີຕອນ ສຳລັບການສຶກສາ ໄລຍະ 5 ປີ (2026–2030). ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການປະທານຂອງ ທ່ານ ສີທອງ ສີຂາວ, ຫົວໜ້າກົມແຜນການ, ມີຜູ້ແທນຈາກຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ, ສູນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສີທອງ ສີຂາວ ໄດ້ກ່າວວ່າ ການປະຊຸມນີ້ເປັນຂັ້ນຕອນທີ 3 ໃນການພັດທະນາ ແຜນປະຕິບັດງານດີຈີຕອນສຳລັບການສຶກສາ (DEAP) ຮ່ວມກັນລະຫວ່າງ ສສກ ແລະ UNICEF, ຫຼັງຈາກສຳເລັດການວິເຄາະສະພາບການໃນຂັ້ນຕອນກ່ອນໜ້າ. ຂັ້ນຕອນນີ້ມີເປົ້າໝາຍເພື່ອກໍານົດຜົນໄດ້ຮັບບູລິມະສິດ ແລະ ກິດຈະກໍາສໍາຄັນທີ່ຊັດເຈນ ສໍາລັບການຂັບເຄື່ອນການສຶກສາດີຈີຕອນໃນໄລຍະ 5 ປີຂ້າງໜ້າ. ແຜນດັ່ງກ່າວຈະຖືກອອກແບບໃຫ້ສອດຄ່ອງກັບ […]

06/11/2025 | ສຶກສາ

ບໍລິສັດ ໄຟຟ້າ ຫົງສາ ສືບຕໍ່ມອບທຶນການສຶກສາໃຫ້ນັກສຶກສາ ລວມມູນຄ່າ 554 ລ້ານກີບ

ສາຍງານຊັບພະຍາກອມະນຸດ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີມອບ-ຮັບທຶນການສຶກສາ ພາຍໃຕ້ໂຄງການ Local Scholarship Student Program (LSSP) ປະຈໍາປີ 2024 ແລະ 2025 ໃນວັນທີ 4 ພະຈິກ 2025 ທີ່ອາຄານຫົງຄໍາໄຊຍາຄານ, ໂດຍໃຫ້ກຽດມອບຂອງ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ທ່ານ ນາງ ແສງຫຼ້າ ມະຫາສະນັ່ນ ຮອງປະທານຄະນະກໍາມະການປົກຄອງເມືອງ-ຊີ້ນໍາວັດທະນະທໍາ-ສັງຄົມ ເມືອງຫົງສາ ແຂວງໄຊຍະບູລີ ລວມເຖິງເຈົ້າໜ້າທີ່ພາກລັດທີ່ກ່ຽວຂ້ອງ, ນັກຮຽນທຶນ, ຜູ້ປົກຄອງ ແລະ ພະນັກງານບໍລິສັດ ເຂົ້າຮ່ວມເປັນສັກຂີພິຍານ. ສໍາລັບທຶນການສຶກສາ ປີ 2024 ແລະ 2025 ລວມທັງໝົດຈໍານວນ 10 ທຶນ, ມອບປີລະ 5 ທຶນ, ທຶນລະ […]

03/11/2025 | ສຶກສາ

ອົງຄະນະພັກ ສສກ ສ່ອງແສງລາຍງານວຽກງານພັກປະຈຳເດືອນຕຸລາ ພ້ອມປຶກສາຫາລືວຽກຈຸດສຸມເດືອນພະຈິກ 2025

ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດດອງປະຊຸມສ່ອງແສງລາຍງານວຽກງານພັກປະຈຳເດືອນຕຸລາ ພ້ອມທັງປຶກສາຫາລືວຽກງານຈຸດສຸມປະຈຳເດືອນພະຈິກ 2025 ໃນວັນທີ 28 ຕຸລາ 2025 ທີ່ຫ້ອງປະຊຸມຕຶກໄອທີທີ ກະຊວງສຶກສາທິການ ແລະ ກິລາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງເລຂາ, ຄະນະປະຈຳພັກ, ຄະນະພັກ ແລະ ຄະນະພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງ ແລະ ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ຜູ້ແທນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເຄື່ອນໄຫວວຽກງານພັກປະຈຳເດືອນຕຸລາ 2025 ໃຫ້ຮູ້ວ່າ: ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ປະກອບມີ ຮາກຖານພັກທັງໝົດ 182 ຮາກຖານພັກ ແລະ 1 ອົງຄະນະພັກມະຫາວິທະຍາໄລແຫ່ງຊາດ 32 ໜ່ວຍພັກຮາກຖານ ແລະ 125 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 3.333 ສະຫາຍ ຍິງ […]

03/11/2025 | ສຶກສາ

ແຕ່ງຕັ້ງ ທ່ານ ຮສ.ປອ ສິດທິໄຊ ໄຊຍະວົງ ເປັນເລຂາຄະນະພັກຮາກຖານ-ຮັກສາການແທນຜູ້ອຳນວຍການ ມຂ

ພິທີປະກາດພະນັກງານອອກພັກການຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງເລຂາຄະນະພັກຮາກຖານ, ຮັກສາການ ຜູ້ອຳນວຍການມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງ ມຂ (ວິທະຍາເຂດນາເຊັງ) ໃນວັນທີ 29 ຕຸລາ 2025, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຫົວໜ້າກົມຕ່າງໆ ແລະ ບັນດາແຂກຖືກເຊີນ ພ້ອມດ້ວຍຄະນະພັກ-ຄະນະນຳ ແລະ ພະນັກງານຄູ-ອາຈານພາຍໃນ ມຂ ເຂົ້າຮ່ວມ. ໃນພິທີ, ໄດ້ມີການຜ່ານດຳລັດເລກທີ 586/ນຍ, ລົງວັນທີ 2 ຕຸລາ 2025 ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳ ອອກພັກການຮັບອຸດໜູນບຳນານ, ໃນນີ້ນາຍົກລັດຖະມົນຕີ ອອກດຳລັດອະນຸມັດໃຫ້ ທ່ານ ຄູນ ສັກບົວວົງ ອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ ອອກພັກການຮັບອຸດໜູນບໍານານ. ຈາກນັ້ນໃນພິທີ ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ […]

03/11/2025 | ສຶກສາ

ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ເຄື່ອນໄຫວເຮັດວຽກ ຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ

ໃນຕອນເຊົ້າວັນທີ 30 ຕຸລາ 2025 ນີ້, ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ພູເງິນ ຈັນທະສອນ ຮັກສາການເຈົ້າເມືອງໄຊບູລີ ແລະ ທ່ານ ຂາວພອນ ເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການ, ຜູ້ບໍລິຫານການສຶກສາທົ່ວເມືອງ, ຄູ-ອາຈານ, ຊາວໜຸ່ມ, ນັກຮຽນ, ເຍົາວະຊົນ 3 ໂຮງຮຽນ, ຜູ້ບໍລິຫານການສຶກສາຂັ້ນບ້ານ-ນາຍບ້ານ 52 ບ້ານ ໃນທົ່ວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ສີວິໄຊ ໃຈແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊບູລີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການສຶກສາ ໃນສົກປີ 2024-2025 ແລະ […]

03/11/2025 | ສຶກສາ

ສລດ ຝຶກອົບຮົມພື້ນຖານການປະກອບກິດຈະການ ໃຫ້ນັກສຶກສາວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຫຼື ສລດ ໄດ້ຈັດພິທີຝຶກອົບຮົມ ຫົວຂໍ້ “ພື້ນຖານການປະກອບກິດຈະການ” ໃຫ້ແກ່ນັກສຶກສາວິທະຍາໄລເຕັກນິກ-ວິຊາຊີບ ມີດຕະພາບ ວຽງຈັນ-ຮ່າໂນຍ ເມື່ອວັນທີ 29 ຕຸລາ 2025 ທີ່ວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາດີ ບຸດຕະຂັນ ຜູ້ອໍານວຍການ ວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ, ທ່ານ ນາງ ທຸມມະລີ ບຸນຈະເລີນ ຮອງຜູ້ອໍານວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ພ້ອມດ້ວຍຄູຝຶກຈາກສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ຄູ-ອາຈານ ແລະ ນັກສຶກສາຈາກວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ຢ່າງພ້ອມພຽງ. ຈຸດປະສົງການຝຶກອົບຮົມຄັ້ງນີ້, ເພື່ອສົ່ງເສີມແນວຄວາມຄິດພື້ນຖານການປະກອບກິດຈະການໃຫ້ແກ່ນັກສຶກສາ ມີຄວາມເຂົ້າໃຈເຖິງຄວາມໝາຍ, ຄວາມສໍາຄັນຂອງວຽກງານການສົ່ງເສີມການສຶກສາ ຜູ້ປະກອບກິດຈະການໃນສະຖານອາຊີວະສຶກສາ; ໃຫ້ນັກສຶກສານໍາເອົາຄວາມຮູ້ທີ່ໄດ້ຮັບຈາກຝຶກອົບຮົມໄປປັບໃຊ້ໃນຊີວິດສ່ວນຕົວ, ຄອບຄົວ ແລະ ເປັນທາງເລືອກໃນການປະກອບອາຊີບພາຍຫຼັງທີ່ຮຽນຈົບ. ສໍາລັບຜູ້ເຂົ້າຮ່ວມຝຶກໃນຄັ້ງນີ້, ແມ່ນຄັດເລືອກນັກສຶກສາ ປີທີ 1-2 ຂອງວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ […]