ສລດ ຝຶກອົບຮົມພື້ນຖານການປະກອບກິດຈະການ ໃຫ້ນັກສຶກສາວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຫຼື ສລດ ໄດ້ຈັດພິທີຝຶກອົບຮົມ ຫົວຂໍ້ “ພື້ນຖານການປະກອບກິດຈະການ” ໃຫ້ແກ່ນັກສຶກສາວິທະຍາໄລເຕັກນິກ-ວິຊາຊີບ ມີດຕະພາບ ວຽງຈັນ-ຮ່າໂນຍ ເມື່ອວັນທີ 29 ຕຸລາ 2025 ທີ່ວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາດີ ບຸດຕະຂັນ ຜູ້ອໍານວຍການ ວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ, ທ່ານ ນາງ ທຸມມະລີ ບຸນຈະເລີນ ຮອງຜູ້ອໍານວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ພ້ອມດ້ວຍຄູຝຶກຈາກສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ຄູ-ອາຈານ ແລະ ນັກສຶກສາຈາກວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ຢ່າງພ້ອມພຽງ.
ຈຸດປະສົງການຝຶກອົບຮົມຄັ້ງນີ້, ເພື່ອສົ່ງເສີມແນວຄວາມຄິດພື້ນຖານການປະກອບກິດຈະການໃຫ້ແກ່ນັກສຶກສາ ມີຄວາມເຂົ້າໃຈເຖິງຄວາມໝາຍ, ຄວາມສໍາຄັນຂອງວຽກງານການສົ່ງເສີມການສຶກສາ ຜູ້ປະກອບກິດຈະການໃນສະຖານອາຊີວະສຶກສາ; ໃຫ້ນັກສຶກສານໍາເອົາຄວາມຮູ້ທີ່ໄດ້ຮັບຈາກຝຶກອົບຮົມໄປປັບໃຊ້ໃນຊີວິດສ່ວນຕົວ, ຄອບຄົວ ແລະ ເປັນທາງເລືອກໃນການປະກອບອາຊີບພາຍຫຼັງທີ່ຮຽນຈົບ.
ສໍາລັບຜູ້ເຂົ້າຮ່ວມຝຶກໃນຄັ້ງນີ້, ແມ່ນຄັດເລືອກນັກສຶກສາ ປີທີ 1-2 ຂອງວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ຈໍານວນ 55 ຄົນ, ໂດຍເນື້ອໃນຂອງການຝຶກອົບຮົມພື້ນຖານການປະກອບກິດຈະການ, ການກ້າວເຂົ້າສູ່ທຸລະກິດ, ພື້ນຖານການຕະຫຼາດ, ພື້ນຖານການເງິນ, ແຜນວາດທຸລະກິດຂັ້ນພື້ນຖານ (BBC). ຊຶ່ງຄາດຄະເນຜົນໄດ້ຮັບນັກສຶກສາໄດ້ມີຄວາມຮູ້ພື້ນຖານການເປັນຜູ້ປະກອບກິດຈະການ, ເປັນການກະຕຸກຊຸກຍູ້ແນວຄວາມຄິດໃນການເລືອກປະກອບອາຊີບໃຫ້ກາຍເປັນຜູ້ປະກອບກິດຈະການທີ່ດີ.
ຂ່າວໂດຍ: ບົວລະພາ














