ບໍລິສັດ ໄຟຟ້າ ຫົງສາ ສືບຕໍ່ມອບທຶນການສຶກສາໃຫ້ນັກສຶກສາ ລວມມູນຄ່າ 554 ລ້ານກີບ

ສາຍງານຊັບພະຍາກອມະນຸດ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີມອບ-ຮັບທຶນການສຶກສາ ພາຍໃຕ້ໂຄງການ Local Scholarship Student Program (LSSP) ປະຈໍາປີ 2024 ແລະ 2025 ໃນວັນທີ 4 ພະຈິກ 2025 ທີ່ອາຄານຫົງຄໍາໄຊຍາຄານ, ໂດຍໃຫ້ກຽດມອບຂອງ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ທ່ານ ນາງ ແສງຫຼ້າ ມະຫາສະນັ່ນ ຮອງປະທານຄະນະກໍາມະການປົກຄອງເມືອງ-ຊີ້ນໍາວັດທະນະທໍາ-ສັງຄົມ ເມືອງຫົງສາ ແຂວງໄຊຍະບູລີ ລວມເຖິງເຈົ້າໜ້າທີ່ພາກລັດທີ່ກ່ຽວຂ້ອງ, ນັກຮຽນທຶນ, ຜູ້ປົກຄອງ ແລະ ພະນັກງານບໍລິສັດ ເຂົ້າຮ່ວມເປັນສັກຂີພິຍານ.
ສໍາລັບທຶນການສຶກສາ ປີ 2024 ແລະ 2025 ລວມທັງໝົດຈໍານວນ 10 ທຶນ, ມອບປີລະ 5 ທຶນ, ທຶນລະ 55.400.000 ກີບ ລວມທັງໝົດເປັນເງິນມູນຄ່າ 554.000.000 ກີບ ແບ່ງອອກເປັນ ຄື: ສາຂາວິສະວະກໍາໄຟຟ້າ 1 ທຶນ, ວິສະວະກໍາຄອມພິວເຕີ 2 ທຶນ, ວິສະວະກໍາກົນຈັກ 1 ທຶນ, ວິສະວະກໍາສິ່ງແວດລ້ອມ 1 ທຶນ, ວິສະວະກໍ່ຂົນສົ່ງ ແລະ ພາລາທິການ 1 ທຶນ, ເສດຖະສາດນໍາໃຊ້ 1 ທຶນ, ການພົວພັນສາກົນ 1 ທຶນ, ການບັນຊີ 1 ທຶນ ແລະ ບໍລິຫານທຸລະກິດ 1 ທຶນ.
ທັງນີ້, ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໃຫ້ຄວາມສໍາຄັນກັບການພັດທະນາເຍົາວະຊົນມາຢ່າງຕໍ່ເນື່ອງ ຕັ້ງແຕ່ປີ 2011 ໄດ້ມອບທຶນການສຶກສາລະດັບປະຖົມສຶກສາມາແລ້ວກວ່າ 500 ທຶນ ແລະ ລະດັບປະລິນຍາຕີ ອີກ 80 ທຶນ ລວມທັງເປີດໂອກາດໃຫ້ນັກສຶກສາທີ່ໄດ້ຮັບທຶນເຂົ້າມາຝຶກງານກັບບໍລິສັດ ເພື່ອເກັບກ່ຽວປະສົບການຈິງໃນສະຖານທີ່ເຮັດວຽກ. ພ້ອມນັ້ນ, ໄຟຟ້າຫົງສາ ຍັງໃຫ້ຄວາມເຊື່ອໝັ້ນວ່າການສຶກສາ ຄືພະລັງສໍາຄັນໃນການຊຸກຍູ້ເຍົາວະຊົນສູ່ຄວາມສໍາເລັດ ແລະ ເປັນຮາກຖານທີ່ໝັ້ນຄົງໃນການພັດທະນາຊຸມຊົນ, ສັງຄົມ ແລະ ປະເທດຊາດຢ່າງຍືນຍົງ.
ພາບ-ຂໍ້ມູນຈາກ: ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ














