Skip to main content

ອົງຄະນະພັກ ສສກ ສ່ອງແສງລາຍງານວຽກງານພັກປະຈຳເດືອນຕຸລາ ພ້ອມປຶກສາຫາລືວຽກຈຸດສຸມເດືອນພະຈິກ 2025

03/11/2025

ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດດອງປະຊຸມສ່ອງແສງລາຍງານວຽກງານພັກປະຈຳເດືອນຕຸລາ ພ້ອມທັງປຶກສາຫາລືວຽກງານຈຸດສຸມປະຈຳເດືອນພະຈິກ 2025 ໃນວັນທີ 28 ຕຸລາ 2025 ທີ່ຫ້ອງປະຊຸມຕຶກໄອທີທີ ກະຊວງສຶກສາທິການ ແລະ ກິລາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງເລຂາ, ຄະນະປະຈຳພັກ, ຄະນະພັກ ແລະ ຄະນະພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງ ແລະ ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ຜູ້ແທນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເຄື່ອນໄຫວວຽກງານພັກປະຈຳເດືອນຕຸລາ 2025 ໃຫ້ຮູ້ວ່າ: ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ປະກອບມີ ຮາກຖານພັກທັງໝົດ 182 ຮາກຖານພັກ ແລະ 1 ອົງຄະນະພັກມະຫາວິທະຍາໄລແຫ່ງຊາດ 32 ໜ່ວຍພັກຮາກຖານ ແລະ 125 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 3.333 ສະຫາຍ ຍິງ 1.457 ສະຫາຍ ໃນໄລຍະ 1 ເດືອນຜ່ານມາ ຄະນະພັກກະຊວງ, ຄະນະພັກທຸກຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມະຊິກພັກ, ພະນັກງານ, ຄູ-ອາຈານດ້ວຍຫຼາຍຮູບແບບເພື່ອຮັບປະກັນບໍ່ໃຫ້ເກີດມີປະກົດການຫໍ້ທໍ້ເກີດຂື້ນພາຍໃນພັກ, ຮັບຟັງລາຍງານເຄື່ອນໄຫວວຽກງານປັບປຸງການຈັດຕັ້ງ, ພະນັກງານ ແລະ ປັບປຸງກໍ່ສ້າງພັກ, ການນຳພາ-ຊີ້ນຳວຽກງານວິຊາສະເພາະວຽກງານສ້າງ ແລະ ປັບປຸງນິຕິກຳ, ວຽກງານຕິດຕາມ-ກວດກາ, ວຽກງານປ້ອງກັນພັກ-ປ້ອງກັນພະນັກງານ ຕະຫຼອດຮອດວຽກງານພົວກັນຮ່ວມມືກັບຕ່າງປະເທດ ເຫັນໄດ້ເຖິງຜົນສຳເລັດ, ດ້ານດີ, ດ້ານອອ່ນ ແລະ ບັນຫາທີ່ຕ້ອງໄດ້ປຶກສາຫາລືຮ່ວມກັນແກ້ໄຂ, ພ້ອມທັງຮັບຟັງການລາຍງານຄວາມຄືບໜ້າຮ່າງມະຕິພັດທະນາຊັບພະຍາກອນມະນຸດ, ຮ່າງຍຸດທະສາດພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ; ຄວາມຄືບໜ້າການປະຕິບຮູບການສຶກສາແຫ່ງຊາດ ລະບົບ 5+4+3 ມາເປັນລະບົບ 6+3+3; ການກະກຽມຄວາມພ້ອມເດີນສວນສະໜາມ, ການກະກຽມຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດທີ 3.

ສຳລັບແຜນວຽກຈຸດສຸມໃນເດືອນພະຈິກ 2025 ແມ່ນຈະໄດ້ສຸມໃສ່ເພີ່ມທະວີບົດບາດການນຳພາ ແລະ ຄວາມສາມັກຄີ ຂອງຄະນະພັກແຕ່ລະຂັ້ນ ພ້ອມທັງປັບປຸງແນວຄິດ, ທັດສະນະຫຼັກໝັ້ນການເມືອງຂອງຄະນະພັກ ແລະ ສະມາຊິກພັກ ໂດຍການເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ເລິກເຊິ່ງ ແລະ ສຸມໃສ່ການເຜີຍແຜ່, ເຊື່ອມຊືມ ແລະ ຜັນຂະຫາຍຜົນສຳເລັດ ຂອງກອງປະຊຼຸມໃຫຍ່ຜູ້ແທນ ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X, ສຸມໃສ່ການແກຸ້ໄຂບັນຫາການຂາດແຄນຄູ, ການປະລະຂອງນັກຮຽນ, ຄູ-ອາຈານ ແລະ ການລາອອກຂອງລັດຖະກອນສຶກສາ; ການກຽມຄວາມພຸ້ອມຈັດການແຂ່ງຂັນ ແລະ ເຂົ້າຮ່ວມການແຂ່ງຂັນກິລາປະເພດຕ່າງໆ ທັງພາຍໃນ, ພາກຟື້ນ ແລະ ສາກົນ.

ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ