ແຕ່ງຕັ້ງ ທ່ານ ຮສ.ປອ ສິດທິໄຊ ໄຊຍະວົງ ເປັນເລຂາຄະນະພັກຮາກຖານ-ຮັກສາການແທນຜູ້ອຳນວຍການ ມຂ

ພິທີປະກາດພະນັກງານອອກພັກການຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງເລຂາຄະນະພັກຮາກຖານ, ຮັກສາການ ຜູ້ອຳນວຍການມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງ ມຂ (ວິທະຍາເຂດນາເຊັງ) ໃນວັນທີ 29 ຕຸລາ 2025, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຫົວໜ້າກົມຕ່າງໆ ແລະ ບັນດາແຂກຖືກເຊີນ ພ້ອມດ້ວຍຄະນະພັກ-ຄະນະນຳ ແລະ ພະນັກງານຄູ-ອາຈານພາຍໃນ ມຂ ເຂົ້າຮ່ວມ.
ໃນພິທີ, ໄດ້ມີການຜ່ານດຳລັດເລກທີ 586/ນຍ, ລົງວັນທີ 2 ຕຸລາ 2025 ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳ ອອກພັກການຮັບອຸດໜູນບຳນານ, ໃນນີ້ນາຍົກລັດຖະມົນຕີ ອອກດຳລັດອະນຸມັດໃຫ້ ທ່ານ ຄູນ ສັກບົວວົງ ອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ ອອກພັກການຮັບອຸດໜູນບໍານານ. ຈາກນັ້ນໃນພິທີ ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 6847 /ສສກ, ລົງວັນທີ 23 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງມະຫາວິທະຍາໄລສະຫວັນນະເຂດ, ໃນນີ້ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕົກລົງແຕ່ງຕັ້ງ ທ່ານ ຮສ.ປອ ສິດທິໄຊ ໄຊຍະວົງ ຮອງອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ ເປັນຮັກສາການແທນຜູ້ອຳນວຍການມະຫາວິທະຍາໄລສະຫວັນນະເຂດ, ຕໍ່ດ້ວຍການຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກຮາກຖານມະຫາວິທະຍາໄລສະຫວັນນະເຂດ ສະບັບເລກທີ 2971/ຄປພຂ, ລົງວັນທີ17 ຕຸລາ 2025, ໃນນີ້ຄະນະປະຈຳພັກແຂວງສະຫວັນນະເຂດ ບົ່ງຕົວແຕ່ງຕັ້ງສະຫາຍ ຮສ.ປອ ສິດທິໄຊ ໄຊຍະວົງ ເປັນເລຂາຄະນະພັກຮາກຖານມະຫາວິທະຍາໄລສະຫວັນນະເຂດ ຢ່າງເປັນທາງການ.














