Skip to main content

ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ເຄື່ອນໄຫວເຮັດວຽກ ຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ

03/11/2025

ໃນຕອນເຊົ້າວັນທີ 30 ຕຸລາ 2025 ນີ້, ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ພູເງິນ ຈັນທະສອນ ຮັກສາການເຈົ້າເມືອງໄຊບູລີ ແລະ ທ່ານ ຂາວພອນ ເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການ, ຜູ້ບໍລິຫານການສຶກສາທົ່ວເມືອງ, ຄູ-ອາຈານ, ຊາວໜຸ່ມ, ນັກຮຽນ, ເຍົາວະຊົນ 3 ໂຮງຮຽນ, ຜູ້ບໍລິຫານການສຶກສາຂັ້ນບ້ານ-ນາຍບ້ານ 52 ບ້ານ ໃນທົ່ວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ສີວິໄຊ ໃຈແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊບູລີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການສຶກສາ ໃນສົກປີ 2024-2025 ແລະ ແຜນພັດທະນາວກງານການສຶກສາ ສົກປີ 2025-2026 ທົ່ວເມືອງມີລັດຖະກອນຄູທັງໝົດ 432 ຄົນ, ຍິງ 303 ຄົນ; ພະນັກງານບໍລິຫານຫ້ອງການ 30 ຄົນ, ຍິງ 12 ຄົນ, ສອນຢູ່ໂຮງຮຽນ ມີ 402 ຄົນ, ຍິງ 291 ຄົນ; ຄູອັດຕາຈ້າງຂອງແຂວງ 118 ຄົນ; (ຮັບໃໝ່ 24 ຄົນ, ຍິງ 19 ຄົນ) ມີໂຮງຮຽນຂຶ້ນກັບຫ້ອງການທັງໝົດ 111 ແຫ່ງ. ໃນນີ້ມີໂຮງຮຽນອະນຸບານ 32 ແຫ່ງ, ປະຖົມ 62 ແຫ່ງ, ມັດທະຍົມຕົ້ນ 9 ແຫ່ງ, ມັດທະຍົມສົມບູນ 8 ແຫ່ງ; ມີນັກຮຽນທັງໝົດ 9.245 ຄົນ, ສະພາບບັນຫາຂອງການຈັດຕັ້ງປະຕິບັດ ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມຍັງສູງເຖິງ 6,1%; ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນສູງເຖິງ 15,6%; ການຂາດແຄນຄູສອນ (ຖ້າທຽບໃສ່ນັກຮຽນແມ່ນບໍ່ພໍ ຖ້າທຽບໃສ່ຫ້ອງຮຽນແມ່ນຍັງຂາດ); ພື້ນຖານໂຄງລ່າງໃນສະຖານສຶກສາ ນໍ້າໃຊ້, ວິດຖ່າຍ, ໄຟຟ້າ, ໂຮງຮຽນຊຸດໂຊມ); ຄຸນນະພາບການສຶກສາບໍ່ຄ່ອຍສູງ (ມີຈໍານວນໜຶ່ງອ່ານບໍ່ອອກ ຂຽນບໍ່ໄດ້, ຄິດໄລ່ເລກບໍ່ໄດ້); ການມີສ່ວນຮ່ວມຂອງສັງຄົມ (ຄະນະບໍລິຫານການສຶກສາຂັ້ນບ້ານ, ອໍານາດການປົກຄອງ, ພໍ່ແມ່ຜູ້ປົກຄອງເດັກ) ຕໍ່ການສຶກສາມີໜ້ອຍ, ການເຂົ້າຮຽນວິຊາຊີບຂອງນັກຮຽນທີ່ຮຽນຈົບ ມ.4 ແລະ ມ.7 ຍັງມີໜ້ອຍ, ສໍາລັບ 15 ຄາດໝາຍທີ່ສະພາຮັບຮອງບັນລຸໄດ້ແຕ່ 6 ຄາດໝາຍ ຍັງບໍ່ບັນລຸ 9 ຄາດໝາຍ ແຕ່ເຖິງຢ່າງໃດກໍຕາມໃນການຈັດຕັ້ງປະຕິບັດວຽກງານການສຶກສາ ກໍ່ຍັງສາມາດຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດໃນຫຼາຍດ້ານ.

ໂອກາດດັ່ງກ່າວ, ທ່ານ ປອ ສໍາລານ ພັນຄະວົງ ໄດ້ມີຄໍາເຫັນແລກປ່ຽນຕໍ່ກັບການນໍາເມືອງ, ຜູ້ບໍລິຫານການສຶກສາ ໃນການຈັດຕັ້ງປະຕິບັດວຽກງານການສຶກສາຢູ່ເມືອງໄຊບູລີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ການນໍາເມືອງ ແລະ ຜູ້ບໍລິຫານການສຶກສາ ຕ້ອງຖືສໍາຄັນວຽກງານການມືອງ-ແນວຄິດ; ວຽກງານປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ; ຖືສໍາຄັນວຽກງານວິຊາການ, ແບບແຜນວິທີເຮັດວຽກ, ແບບແຜນວິທີນໍາພາ ແລະ ວຽກງານຕິດຕາມກວດກາ ແລະ ປະເມີນຜົນ, ວຽກງານການຮ່ວມມືຕໍ່ຄູ-ອາຈານໃນການສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສໍາເລັດ, ສໍາລັບນັກຮຽນຕ້ອງ ເອົາໃຈໃສ່ຄົ້ນຄວ້າ ເປັນຄົນດີຂອງຄອບຄົວ ແລະ ສັງຄົມ.

ໃນໂອກາດດຽວກັນນີ້ ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ມອບອຸປະກອນກິລາບານເຕະ ຈໍານວນ 12 ໜ່ວຍ ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອນໍາໄປແຈກຢາຍໃຫ້ແຕ່ລະໂຮງຮຽນຕາມຄວາມເໝາະສົມ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ