Skip to main content

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໜອງບົກ ຜູ້ເກົ່າ ແລະ ຜູ້ໃໝ່

06/11/2025

ໃນຕອນເຊົ້າວັນທີ 3 ພະຈິກ 2025 ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງໜອງບົກ ແຂວງຄຳມ່ວນ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີ ທ່ານ ນາງ ສຸກກະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ແລະ ທ່ານ ຄຳສິງ ແສງດາວັນ ຮອງປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍບັນດາກຳມະການປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຄະນະອຳນວຍການໂຮງຮຽນ ແລະ ຫົວໜ້າກຸ່ມການສຶກສາຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນທາ ລັດຖາວອນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໜອງບົກ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ໃນໄລຍະ 5 ປີຜ່ານມາ ແລະ ຜ່ານບົດບັນທຶກມອບ-ຮັບໜ້າທີ່ ຊຶ່ງຜົນສຳເລັດໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາທົ່ວເມືອງມີພະນັກງານຂຶ້ນກັບທັງໝົດ 466 ຄົນ, ຍິງ 299 ຄົນ, ມີພະນັກງານ-ລັດຖະກອນຄູ 416 ຄົນ, ຍິງ 279 ຄົນ, ມີພະນັກງານບໍລິຫານ 50 ຄົນ, ຍິງ 20 ຄົນ, ມີໂຮງຮຽນທີ່ຂຶ້ນກັບທັງໝົດ 80 ແຫ່ງ, ອະນຸບານ 27 ແຫ່ງ, ເອກະຊົນ 1 ແຫ່ງ, ມູນລະປະຖົມ 7 ແຫ່ງ, ປະຖົມ 35 ແຫ່ງ ແລະ ມັດທະຍົມ 11 ແຫ່ງ, ໂຮງຮຽນມັດທະຍົມວິຊາຊີບ 1 ແຫ່ງ, ຜ່ານມາໄດ້ມີການສອນບຳລຸງໃຫ້ປະຊາຊົນ 7 ກຸ່ມບ້ານ ມີນັກຮຽນທັງໝົດ 265 ຄົນ, ຍິງ 49 ຄົນ, ຝຶກອົບຮົມສີມືແຮງງານໃຫ້ແກ່ປະຊາຊົນ 4 ຄັ້ງ ມີຜູ້ເຂົ້າຮ່ວມ 55 ຄົນ, ຍິງ 49 ຄົນ, ຝຶກອົບຮົມຄູສອນຂັ້ນມັດທະຍົມຕົ້ນ ແລະ ມັດທະຍົມສົມບູນ 3 ຄັ້ງ ມີຜູ້ເຂົ້າຮ່ວມ 226 ຄົນ, ຍິງ 147 ຄົນ, ຝຶກອົບຮົມຄູຊັ້ນປະຖົມແຕ່ຂັ້ນ ປ.1-ປ.5 ຈຳນວນ 5 ຄັ້ງ ມີຜູ້ເຂົ້າຮ່ວມ 153 ຄົນ, ຍິງ 96 ຄົນ, ຝຶກອົບຮົມການນຳໃຊ້ໂປຣແກຣມການສອນອອບລາຍ ແລະ ອອນລາຍ 1 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 87 ຄົນ, ຍິງ 56 ຄົນ ແລະ ໄດ້ມີການສ້າງຕັ້ງກຸ່ມໂຮງຮຽນປະຖົມສຶກສາ ໄດ້ 10 ກຸ່ມ, ມັດທະຍົມ 3 ກຸ່ມໃນທົ່ວເມືອງ.

ຈາກນັ້ນໃນພິທີກໍໄດ້ມີການເຊັນ ມອບ-ຮັບໜ້າທີ່ລະຫວ່າງ ທ່ານ ບຸນທາ ລັດຖາວອນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ (ຜູ້ເກົ່າ) ແລະ ທ່ານ ຄຳໃສ ມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ (ຜູ້ໃໝ່) ໂດຍພາຍໃຕ້ການເປັນສັກຂີພະຍານຂອງການນຳຂັ້ນເມືອງ ແລະ ຂັ້ນແຂວງ.

ໃນຕອນທ້າຍຂອງພິທີ ຄະນະປະທານກໍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບັນດາທ່ານທີ່ໄດ້ມີການເອົາໃຈໃສ່ໃນການເຮັດໜ້າທີ່ວຽກງານຂອງຕົນເອງ ຈົນໄດ້ຮັບຜົນສຳເລັດເປັນຢ່າງສູງ ເປັນຕົ້ນແມ່ນທາງດ້ານການນໍາພາ-ຊີ້ນໍາຂອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ຜູ້ເກົ່າ ພ້ອມທັງໄດ້ຮຽກຮ້ອງມາຍັງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ຜູ້ໃໝ່ ຈົ່ງໄດ້ເອົາໃຈໃສ່ໃນການເຮັດໝ້າທີ່ວຽກງານຂອງຕົນເອງທີ່ຖືກແຕ່ງຕັ້ງ ແລະ ມອບໝາຍໃນຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ