Skip to main content
15/10/2025 | ສຶກສາ

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ປ່ອຍວິດີໂອສໍາລັບການພັດທະນາຄູຕອນໃໝ່ “ເຕັກນິກການສອນຫ້ອງຄວບ”

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ອອກວິດີໂອການສຳລັບການພັດທະນາຄູຕອນໃໝ່ ທີ່ສະແດງໃຫ້ເຫັນເຕັກນິກການສອນຫ້ອງຄວບ. ວິດີໂອແມ່ນຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໄດ້ສະແດງໃຫ້ເຫັນວິທີການວາງແຜນ ແລະ ການສອນບົດຮຽນຫ້ອງຄວບຢ່າງມີປະສິດທິພາບເມື່ອສອນຫຼາຍຂັ້ນຮຽນໃນຫ້ອງຮຽນດຽວ. ຫຼາຍກວ່າໜຶ່ງສ່ວນສາມຂອງຫ້ອງຮຽນຊັ້ນປະຖົມສຶກສາ ໃນ ສປປ ລາວ ແມ່ນຫ້ອງຄວບ, ໂດຍມີການຮຽນຮ່ວມກັນຫຼາຍຂັ້ນຮຽນ ແລະ ບາງບ່ອນກໍມີຫຼາຍກວ່າສອງຂັ້ນຮຽນ. ສະພາບການຫຼຸດລົງຂອງຈໍານວນຄູໃນປັດຈຸບັນ ມີທ່າອ່ຽງທີ່ຈະເຮັດໃຫ້ມີຫ້ອງຄວບຫຼາຍຂຶ້ນ. ເຖິງວ່າຈະມີການສອນຫ້ອງຄວບຫຼາຍຂຶ້ນ ແຕ່ຄູສອນຫຼາຍຄົນຍັງປະເຊີນກັບສິ່ງທ້າທາຍອັນສຳຄັນ ນັ້ນກໍຄືການແຕ່ງບົດສອນ ແລະ ວິທີການສອນບົດຮຽນສຳລັບຫ້ອງຄວບ. ເຖິງແມ່ນວ່າຄູສອນຈະມີປະສົບການສອນມາດົນແລ້ວ, ແຕ່ກໍຍັງພົບຄວາມທ້າທາຍໃນການສອນຫ້ອງຄວບ, ຄູຈະຮັບປະກັນໃຫ້ນັກຮຽນທັງສອງຂັ້ນຮຽນມີສ່ວນຮ່ວມໃນການຮຽນຢູ່ຕະຫຼອດເວລາຄືແນວໃດ, ເພື່ອໃຫ້ບັນລຸເປົ້າໝາຍຂອງບົດຮຽນ ແລະ ຄຸ້ມຄອງເວລາໃນການສອນຢ່າງມີປະສິດທິພາບ. ເພື່ອຊ່ວຍຄູຮູ້ເຕັກນິກການສອນຫ້ອງຄວບໃຫ້ມີປະສິດທິພາບ, ວິດີໂອການສຳລັບການພັດທະນາຄູຕອນໃໝ່ (ວິດີໂອທີ 26) ໄດ້ຜະລິດຂຶ້ນມາເພື່ອແນະນຳຄູ ໂດຍມີຂັ້ນຕອນການແຕ່ງບົດສອນ ແລະ ການສອນບົດຮຽນຫ້ອງຄວບ. ວິດີໂອທີ 26 ໄດ້ໃຫ້ຄຳແນະນຳພາກປະຕິບັດຕົວຈິງໃນຊຸດອຸປະກອນຊ່ວຍເຫຼືອຄູ (ພາກທີ 10) […]

14/10/2025 | ສຶກສາ

ສກຂ ຜົ້ງສາລີ ເປີດຝຶກອົບຮົມການຄຸ້ມຄອງບໍລິຫານ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃຫ້ 5 ເມືອງເປົ້າໝາຍຂອງແຜນງານບີຄວາ

ໃນຕອນເຊົ້າວັນທີ 13 ຕຸລາ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຜົ້ງສາລີ ໄດ້ເປີດກອງປະຊຸມຝຶກອົບຮົມການຄຸ້ມຄອງບໍລິຫານ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາ 5 ເມືອງເປົ້າໝາຍຂອງ ແຜນງານບີຄວາ ໂດຍການເປັນປະທານຂອງ ທ່ານ ສອນ ທອງປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ມີທ່ານ ເຢີ ມົວ ຜູ້ປະສານງານແຜນງານບີຄວາ, ບັນດາຄູຝຶກຈາກແຕ່ລະພາກສ່ວນ, ພະນັກງານວິຊາການຂະແໜງພັດທະນາຄູ, ຕາງໜ້າຈາກຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພະນັກງານວິຊາການ ຈາກ 5 ເມືອງເປົ້າໝາຍ ຄື: ເມືອງໃໝ່, ຜົ້ງສາລີ, ຍອດອູ, ບຸນໃຕ້ ແລະ ເມືອງຂວາ ເຂົ້າຮ່ວມ 63 ທ່ານ. ກອງປະຊຸມຄັ້ງນີ້, ຈະແລກປ່ຽນສົນທະນາ, ຄົ້ນຄວ້າ ແລະ ສ້າງແຜນກ່ຽວກັບບັນດາຫົວຂໍ້ຄື: ການສຶກສາທີ່ເທດເໝາະກັບເດັກທຸກຄົນ, ການປົກປ້ອງເດັກ, […]

14/10/2025 | ສຶກສາ

ໂຮງຮຽນ ລ່ຽວຕົງ ເມືອງທ່າແຂກ ໄດ້ຮັບອຸປະກອນການສຶກສາ ແລະ ກິລາ

ບໍລິສັດ ຝຸ່ນໂປຕາດ ອາຊີ-ໂປຕາດ ສາກົນ (ລາວ) ຈໍາກັດຜູ້ດຽວ ມອບອຸປະກອນການສຶກສາ ແລະ ເຄື່ອງກິລາ ໃຫ້ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນໂຮງຮຽນ ລ່ຽວຕົງ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 10 ຕຸລາ 2025 ຕາງໜ້າມອບໂດຍທ່ານ ຢາງສົວ ຮອງຜູ້ອໍານວຍການບໍລິສັດ ຝຸ່ນໂປຕາດ ອາຊີ-ໂປຕາດ ສາກົນ (ລາວ) ຈໍາກັດຜູ້ດຽວ ແລະ ຕາງໜ້າຮັບໂດຍ ທ່ານ ອົງອາດ ພູມສະຫວັນ ປະທານສະມາຄົມລາວ-ຈີນ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ນ້ອງນັກຮຽນພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ. ໂຮງຮຽນສົມບູນ ລ່ຽວຕົງ ເປັນໂຮງຮຽນເກົ່າແກ່ໂດຍແມ່ນສະມາຄົມຈີນເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1959 ທີ່ໄດ້ຮັບການບູລະນະໃຫ້ດີຕະຫຼອດມາ, ປັດຈຸບັນມີພະນັກງານຄູ 20 ຄົນ, ຍິງ 18 ຄົນ ໃນນັ້ນ, ຄູຈີນ 04 […]

14/10/2025 | ສຶກສາ

ກົມແຜນການ ຕີລາຄາຄືນແຜນຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ປະຈຳເດືອນຕຸລາ 2025

ກົມແຜນການ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມຄະນະຮັບຜິດຊອບໂຄງການ (Project Working Group) ປະຈຳເດືອນຕຸລາ 2025 ພາຍໃຕ້ໂຄງການກອງທຶນຮ່ວມສາກົນເພື່ອການສຶກສາໄລຍະ 3 ໃນຕອນເຊົ້າວັນທີ 14 ຕຸລາ 2025 ທີ່ຕຶກໄອຊີທີ ກະຊວງ ສສກ ພາຍໃຕ້ການເປັນປະທານຂອງ ທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການດັ່ງກ່າວ ມີບັນດາກົມ, ສະຖາບັນ ແລະ ສູນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.   ໂອກາດນີ້, ທ່ານ ອະນຸແພງ ແກ້ວວົງສາ ກໍໄດ້ກ່າວວ່າ: ເພື່ອທົບທວນຄືນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືກັນໃນຕໍ່ໜ້າ ພ້ອມທັງແນະນຳໃຫ້ແຕ່ລະໜ່ວຍປະຕິບັດວຽກງານໂຄງການ (IUS) ແຕ່ລະກົມ, ສະຖາບັນ, ສູນທີ່ໄດ້ຈັດຕັ້ງປະຕິບັດໂຄງການຮີບຮ້ອນຈັດຕັ້ງປະຕິບັດແຜນປະຈຳປີ 2025 ແລະ ສ້າງແຜນການຈັດຕັ້ງປະຕິບັດໂຄງການ ປະຈຳປີ 2025 ໃຫ້ທ່ວງທັນຕາມໄລຍະເວລາຂອງໂຄງການທີ່ກຳນົດໄວ້. […]

14/10/2025 | ສຶກສາ

ສະຫະພັນແມ່ຍິງ ສສກ ຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ປີ 2025

ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2025  ແລະ ເປີດບັ້ນແຂ່ງຂັນຄໍາຂວັນ 3 ດີ 2026 ຂອງສະຫະພັນແມ່ຍິງກະຊວງ ແລະ ເພື່ອເປັນການຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ພ້ອມກັນຮັບຟັງການເຜີຍແຜ່ຜົນມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ຮັບຟັງບົດສູນທອນພົນຂອງ ສະຫາຍ ບຸນທອງ ຈິດມະນີ  ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ  ຕໍ່ກັບກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX. ກອງປະຊຸມໃນຄັ້ງນີ້, ໄດ້ຈັດຂຶ້ນເມື່ອວັນທີ 13 ຕຸລາ 2025 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ຊັ້ນ2 ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ,  […]

14/10/2025 | ສຶກສາ

ຝຶກອົບຮົມການປະກັນຄຸນນະພາບ ຊັ້ນປະຖົມສຶກສາ ໃຫ້ຜູ້ອໍານວຍການໂຮງຮຽນ ແລະ ຄູສອນ 3 ແຂວງ

ກົມປະກັນຄຸນນະພາບກະຊວງສຶກສາທິການ ແລະ ກິລາ ຫຼື ສສກ  ໄດ້ຈັດກອງປະຊຸມຝຶກອົບຮົມການປະກັນຄຸນນະພາບຊັ້ນປະຖົມສຶກສາ ໃນລະຫວ່າງວັນທີ 9-11 ຕຸລາ 2025 ທີ່ຫ້ອງປະຊຸມຕຶກໄອຊີທີ ສສກ,  ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປັນຍາ ຈັນທະວົງ ຫົວໜ້າກົມປະກັນ ຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຫິ່ນ ວັນ ເຈືອງ ຫົວໜ້າກົມຄຸ້ມຄອງຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ, ມີຄະນະກົມ, ມີຕາງໜ້າຈາກກົມສາມັນສຶກສາ, ກົມຮ່ວມມືກັບຕ່າງປະເທດ, ມີວິທະຍາກອນ ຈາກ ສສ ຫວຽດນາມ ແລະ ສໍາມະນາກອນເຂົ້າຮ່ວມ. ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ. ທ່ານຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ  ໄດ້ກ່າວສະແດງຄວາມຂອບໃຈມາຍັງ ກົມຄຸ້ມຄອງຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກໍ່ສ້າງ  […]

13/10/2025 | ສຶກສາ

ວລ ປາກປ່າສັກ ສະຫຼຸບການຈັດຕັ້ງປະຕິບັດການຮຽນການສອນ ສົກຮຽນ 2024-2025 ພ້ອມໄຂສົກຮຽນໃໝ່ ແລະ ສະຫຼອງວັນຄູແຫ່ງຊາດ ຢ່າງຟົດຟື້ນ

ວິທະຍາໄລ (ວລ) ເຕັກນິກປາກປ່າສັກ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດການຮຽນການສອນ ປະຈໍາສົກຮຽນ 2024-2025 ແລະ ແຜນພັດທະນາ ປະຈໍາສົກຮຽນ 2025-2026 ພ້ອມໄຂສົກຮຽນໃໝ່ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ ໃນຕອນເຊົ້າວັນທີ 11 ຕຸລາ 2025 ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບປະກາສະນີຍະບັດຂອງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ພ້ອມດ້ວຍຄະນະອຳນວຍການ, ແຂກຖືກເຊີນ, ພະນັກງານອາວຸໂສບຳບານ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກສຶກສາ ຕະຫຼອດຮອດຜູ້ປົກຄອງ ແລະ ຍາດຕິພີ່ນ້ອງຮ່ວມສະແດງຄວາມຍິນດີນຳບັນດິນໃໝ່ຢ່າງຟົດຟື້ນ.       ໃນພິທີ, ທ່ານ ສູນທອນ ໂວຫານສະຫວັດ ຮອງຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ໄດ້ຜ່ານສະຫຼຸບການຈັດຕັ້ງປະຕິບັດການຮຽນການສອນ ປະຈໍາສົກຮຽນ […]

13/10/2025 | ສຶກສາ

ນັກຄົ້ນຄວ້າ, ຜູ້ປະກອບການ ແລະ ອົງການພາກລັດ ຮ່ວມສຳມະນາວຽກງານຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

ກອງປະຊຸມສຳມະນາວຽກງານຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ລະຫວ່າງ ນັກຄົ້ນຄວ້າວິທະຍາສາດ, ຜູ້ປະກອບການ ແລະ ອົງການພາກລັດ ໄດ້ຈັດຂຶ້ນເມື່ອວັນທີ 9 ຕຸລາ 2025 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ຊັ້ນ 2 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານໜ້າກົມການສຶກສາຊັ້ນສູງ, ຫົວໜ້າກົມຄຸ້ມຄອງວິທະຍາສາດ ແລະ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍນັກຄົ້ນຄວ້າ, ນັກວິຊາການ, ຜູ້ປະກອບການ ແລະ ຜູ້ຕາງໜ້າຈາກພາກສ່ວນອ້ອມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ເປັນເວທີແຫ່ງການພົບປະ ລະຫວ່າງນັກວິຊາການ, ພາກທຸລະກິດ ແລະ ພາກລັດ ເພື່ອແລກປ່ຽນຄວາມຄິດຄວາມເຫັນ, ປະສົບການ ແລະ ແນວຄິດໃໝ່ໆ ເພື່ອຊຸກຍູ້, ສົ່ງເສີມ ແລະ ຂັບເຄື່ອນປະເທດເຮົາໃຫ້ກ້າວໄປສູ່ສັງຄົມທີ່ມີຫົວຄິດປະດິດສ້າງແບບຍືນຍົງ, […]