ສກຂ ຜົ້ງສາລີ ເປີດຝຶກອົບຮົມການຄຸ້ມຄອງບໍລິຫານ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃຫ້ 5 ເມືອງເປົ້າໝາຍຂອງແຜນງານບີຄວາ

ໃນຕອນເຊົ້າວັນທີ 13 ຕຸລາ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຜົ້ງສາລີ ໄດ້ເປີດກອງປະຊຸມຝຶກອົບຮົມການຄຸ້ມຄອງບໍລິຫານ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາ 5 ເມືອງເປົ້າໝາຍຂອງ ແຜນງານບີຄວາ ໂດຍການເປັນປະທານຂອງ ທ່ານ ສອນ ທອງປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ມີທ່ານ ເຢີ ມົວ ຜູ້ປະສານງານແຜນງານບີຄວາ, ບັນດາຄູຝຶກຈາກແຕ່ລະພາກສ່ວນ, ພະນັກງານວິຊາການຂະແໜງພັດທະນາຄູ, ຕາງໜ້າຈາກຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພະນັກງານວິຊາການ ຈາກ 5 ເມືອງເປົ້າໝາຍ ຄື: ເມືອງໃໝ່, ຜົ້ງສາລີ, ຍອດອູ, ບຸນໃຕ້ ແລະ ເມືອງຂວາ ເຂົ້າຮ່ວມ 63 ທ່ານ.

ກອງປະຊຸມຄັ້ງນີ້, ຈະແລກປ່ຽນສົນທະນາ, ຄົ້ນຄວ້າ ແລະ ສ້າງແຜນກ່ຽວກັບບັນດາຫົວຂໍ້ຄື: ການສຶກສາທີ່ເທດເໝາະກັບເດັກທຸກຄົນ, ການປົກປ້ອງເດັກ, ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ເຂົ້າໃນໂຮງຮຽນ, ການສະໜັບສະໜູນຜູ້ອໍານວຍການ, ແຫຼ່ງຊັບພະຍາກອນການຮຽນຮູ້ຂອງຄູ, ການນໍາໃຊ້ຂໍ້ມູນຢ່າງມີປະສິດທິພາບ, ການປະສານຂອງພາກສ່ວນຕ່າງໆທີ່ຮັບຜິດຊອບ, ຍຸດທະສາດການວາງແຜນສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ແລະ ການນໍາພາ–ຊີ້ນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຂອງຫ້ອງການສຶກສາທິການ ແລະ ກິລາເມືອງ.

ໂອກາດນີ້, ທ່ານ ສອນ ທອງປະເສີດ ໄດ້ໃຫ້ກຽດໂອ້ລົມບາງຕອນວ່າ: ການຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງບໍລິຫານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ 5 ເມືອງເປົ້າໝາຍຂອງແຜນງານບີຄວາໃນຄັ້ງນີ້ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫຼາຍຍ້ອນວ່າ ຜູ້ເຂົ້າຮ່ວມຈະໄດ້ຮັບຮູ້ ແລະ ເຂົ້າໃຈຄວາມໝາຍ ແລະ ຄວາມສຳຄັນຂອງການສຶກສາສຳລັບເດັກນ້ອຍທຸກຄົນ ແລະ ການປົກປ້ອງເດັກ ລວມທັງບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຫ້ອງການສຶກສາທິການ ແລະ ກິລາເມືອງ, ໂຮງຮຽນ ແລະ ການຈັດກິດຈະກຳພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ, ບົດບາດໜ້າທີ່ຄວາມຮັບຜິດຊອບຂອງຫ້ອງການສຶກສາເມືອງ, ກໍານົດແນວທາງທີ່ແຕກຕ່າງກັນສຳລັບຫ້ອງການສຶກສາທິການ ແລະ ກິລາເມືອງ ທີ່ສາມາດໃຫ້ການຊ່ວຍເຫຼືອດ້ານນິເທດສໍາລັບຂັ້ນໂຮງຮຽນ ພ້ອມທັງເປັນການເຮັດວຽກຮ່ວມ ລະຫວ່າງ ວິທະຍາໄລຄູ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຂັ້ນໂຮງຮຽນ ຕໍ່ກັບບັນດາຫົວຂໍ້ທີ່ຈະສຶກສາຄົ້ນຄວ້າໃນວາລະກອງປະຊຸມຄັ້ງນີ້ໃຫ້ເປັນຕ່ອງໂສ້ງານທີ່ກົມກຽວ ແລະ ມີປະສິດທິພາບສູງຂຶ້ນ. ພ້ອມດຽວກັນນີ້, ທ່ານຍັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມທຸກພາກສ່ວນເອົາໃຈໃສ່ສຶກສາ, ຄົ້ນຄວ້າເນື້ອໃນເອກະສານຢ່າງລະອຽດຖີ່ຖ້ວນ ແລະ ເລິກເຊິ່ງ ເພື່ອໃຫ້ບັນດາເນື້ອໃນກອງປະຊຸມຄັ້ງນີ້ສາມາດນໍາໄປຈັດຕັ້ງປະຕິບັດໃນພຶດຕິກໍາຕົວຈິງມີປະສິດທິພາບ ແລະ ປະສິດທິຜົນສູງ.
ກອງປະຊຸມດັ່ງກ່າວ ຈະດໍາເນີນລະຫວ່າງ ວັນທີ 13-17 ຕຸລາ 2025 ຈຶ່ງຈະສຳເລັດ.
ຂ່າວໂດຍ: ຄໍາວອນ (ສກຂ ຜົ້ງສາລີ)












