Skip to main content

ສະຫະພັນແມ່ຍິງ ສສກ ຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ປີ 2025

14/10/2025

ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2025  ແລະ ເປີດບັ້ນແຂ່ງຂັນຄໍາຂວັນ 3 ດີ 2026 ຂອງສະຫະພັນແມ່ຍິງກະຊວງ ແລະ ເພື່ອເປັນການຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ພ້ອມກັນຮັບຟັງການເຜີຍແຜ່ຜົນມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ຮັບຟັງບົດສູນທອນພົນຂອງ ສະຫາຍ ບຸນທອງ ຈິດມະນີ  ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ  ຕໍ່ກັບກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ

ຄັ້ງທີ IX.

ກອງປະຊຸມໃນຄັ້ງນີ້, ໄດ້ຈັດຂຶ້ນເມື່ອວັນທີ 13 ຕຸລາ 2025 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ຊັ້ນ2 ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ,  ສະຫາຍ ປອ ນາງ ໃບສີ ວາເນັງຈື ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ໄພວັນ ແທ່ງຄໍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ, ມີຕາງໜ້າສອງອົງການຈັດຕັ້ງພາຄີ, ຄະນະບໍລິຫານງານສະຫະພັນແມ່ຍິງ ມະຫາວິທະຍາໄລແຫ່ງຊາດ, ສະຫະພັນແມ່ຍິງຮາກຖານ ພ້ອມດ້ວຍສະມາຊິກແມ່ຍິງທົ່ວກະຊວງສຶກສາທິການ ແລະ ກິລາ ຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ສະຫາຍ ນາງ ເບ ແພງສຸພີ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ທັງເປັນຜູ້ຊີ້ນໍາວຽກງານ 3 ດີ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ຂອງກະຊວງສຶກສາທິການ ແລະ ກິລາ ປີ 2025 ແລະ ເປີດບັ້ນ 3 ດີ ປີ 2026 ວ່າ: ຜ່ານຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ສະໄໝທີ  XI  ປະຈໍາປີ 2025 ປະຕິບັດຂໍ້ແຂ່ງຂັນ 3 ດີ ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ສາມາດສະຫຼຸບຜົນໄດ້ຮັບ ຄື

ພົນລະເມືອງດີ: ຜ່ານການປະຕິບັດເນຶ້ອໃນຂໍ້ແຂ່ງຂັນ ເປັນພົນລະເມືອງດີ ເຫັນໄດ້ວ່າ ສະມາຊິກສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ມີສະຕິເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຂອງສັງຄົມ, ມີຄຸນສົມບັດສິນທໍາປະຕິວັດ, ເຄົາລົບນັບຖືກົດໝາຍ, ກົດລະບຽບຂອງສະຫະພັນແມ່ຍິງລາວ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງລາວບັນດາເຜົ່າ, ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງຊາດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍຂອງພັກ, ປະກອບສ່ວນໃນການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຄອບຄົວ ແລະ ສັງຄົມໃຫ້ຫຼຸດໜ້ອຍຖອຍລົງ ສາມາດຄັດເລືອກໄດ້ບຸກຄົນທີ່ເປັນພົນລະເມືອງດີ 1.536 ສະຫາຍ ກວມເອົາ 98%  ຂອງຜູ້ເຂົ້າ ຮ່ວມແຂ່ງຂັນທັງໝົດ 1.567 ສະຫາຍ;

 

ພັດທະນາດີ: ຄະນະນໍາສະຫະພັນແມ່ຍິງ ແລະ ຄະນະພັກ ຄະນະນໍາແຕ່ລະຂັ້ນໄດ້ຖືສໍາຄັນກ່ຽວກັບວຽກງານພັດທະນາ ເພາະວຽກງານພັດທະນາແມ່ນການປ່ຽນແປງຈາກອັນເກົ່າ, ຫຼ້າຫຼັງໄປສູ່ສິ່ງໃໝ່ທີ່ດີກ່ວາ ແລະ ການພັດທະນາບໍ່ພຽງແຕ່ພັດທະນາດ້ານໃດດ້ານໜຶ່ງເທົ່ານັ້ນ ຕ້ອງໄດ້ເບິ່ງຮອບດ້ານພັດທະນາຕົນເອງ, ພັດທະນາອົງການຈັດຕັ້ງ ແລະ ພັດທະນາປະເທດຊາດ; ພັດທະນາຕົນເອງ: ຜ່ານຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດເຮັດໃຫ້ສະມາຊິກສະຫະພັນແມ່ຍິງທີ່ສັງກັດຢູ່ແຕ່ລະພາກສ່ວນໄດ້ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ, ນັບທັງພະນັກງານຄູອາຈານ ແລະ ນັກຮຽນນັກສຶກສາໃນຂະແໜງການສຶກສາ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ໄດ້ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ, ວິຊາການ ແລະ ພາສາຕ່າງປະເທດ, ມີຄວາມສາມາດທາງດ້ານເຕັກນິກ, ວິຊາການທີ່ທັນສະໄໝ, ເຮັດໃຫ້ສະມາຊິກສະຫະພັນແມ່ຍິງກາຍເປັນບຸກຄົນທີ່ໄດ້ຮັບຄວາມເຊື່ອໝັ້ນຈາການຈັດຕັ້ງແຕ່ລະຂັ້ນ ແລະ ຈາກຄະນະພັກ ຄະນະນໍາໃນພາກສ່ວນຂອງຕົນ; ພັດທະນາການຈັດຕັ້ງ: ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ  3 ດີ, ສາມາດຊຸກຍູ້ໃຫ້ສະມາຊິກສະຫະພັນແມ່ຍິງໄດ້ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ທີ່ໄດ້ກຳນົດໄວ້ຢູ່ໃນກົດລະບຽບຂອງສະຫະພັນແມ່ຍິງ, ເຂົ້າຮ່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວວຽກງານ ສະຫະພັນແມ່ຍິງ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ, ຄະນະສະຫະພັນແມ່ຍິງທຸກຂັ້ນມີແບບແຜນວິທີເຮັດວຽກ, ວິທີນໍາພາ, ສະຫະພັນແມ່ຍິງໄດ້ຂະຫຍາຍສະມາຊິກເພີ່ມຂຶ້ນ, ການຈັດຕັ້ງສະຫະພັນແມ່ຍິງໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ປະຕິບັດພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະພັກແຕ່ລະຂັ້ນ, ປະກອບສ່ວນປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້; ພັດທະນາປະເທດຊາດ: ສະມາຊິກສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ເນື້ອໃນຂໍ້້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາ ຄື: ແຂ່ງຂັນກັນສອນດີ- ຮຽນເກັ່ງ, ຕ້ານ ແລະ ສະກັດກັັ້ນປະກົດການຫຍໍ້ທໍ້ຕ່າງໆ ແລະ ສ້າງສິ່ງແວດລ້ອມທີ່ດີພາຍໃນ ແລະ ນອກຫ້ອງຮຽນໂດຍຕິດພັນກັບ 5 ຫຼັກມູນຂອງການສຶກສາ.

ຜ່ານການປະຕິບັດຂໍ້ແຂ່ງຂັນ ພັດທະນາດີ ສາມາດຄັດເລືອກໄດ້ບຸກຄົນທີ່ພັດທະນາດີ 1.519 ສະຫາຍ ກວມເອົາ 97% ຂອງຜູ້ເຂົ້່າຮ່ວມແຂ່ງຂັນທັງໝົດ 1.567 ສະຫາຍ; ສ້າງຄອບຄົວດີ ສະຫະພັນແມ່ຍິງ ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາສະຫະພັນແມ່ຍິງຮາກຖານທົ່ວກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ຊຸກຍູ້ຊີ້ນໍາ-ນໍາພາ ແລະ ເປັນແບບຢ່າງໃນການສ້າງຄອບຄົວດີ ເພື່ອສົ່ງເສີມສັງຄົມ, ຄອບຄົວໃຫ້ມີຄວາມຖືກຕ້ອງປອງດອງກັນປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນຄອບຄົວ ພ້ອມກັນລ້ຽງລູກ, ສຶກສາອົບຮົມລູກຫຼານ, ຮູ້ອອກແຮງງານຊ່ວຍເຫຼືອຄອບຄົວ, ສະມາຊິກໃນຄອບຄົວໄດ້ຮັບການພັດທະນາທຸກດ້ານ, ເຮັດໃຫ້ຄອບຄົວມີຄວາມສະຫງົບ.

ນອກນັ້ນ, ໃນພິທີກໍໄດ້ມີການມອບໃບຍ້ອງຍໍ ໃຫ້ສະຫະພັນແມ່ຍິງມະຫາວິທະຍາໄລແຫ່ງຊາດ ແລະ ບັນດາສະຫະພັນແມ່ຍິງຮາກຖານ ທົ່ວກະຊວງສຶກສາທິການ ແລະ ກິລາ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2025 ຈໍານວນ 1 ສະຫະພັນແມ່ຍິງ ແລະ 40 ສະຫະພັນແມ່ຍິງຮາກຖານ. ຈາກນັ້ນ, ແຕ່ລະຮາກຖານກໍໄດ້ຂຶ້ນຈັບມືກັນເພື່ອສືບຕໍ່ແຂ່ງຂັນວຽກງານໃຫ້ພັດທະນາຂຶ້ນເປັນກ້າວໆ.

 

ຂ່າວໂດຍ: ບົວລະພາ ອິນສີມະນີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ