ໂຮງຮຽນ ລ່ຽວຕົງ ເມືອງທ່າແຂກ ໄດ້ຮັບອຸປະກອນການສຶກສາ ແລະ ກິລາ

ບໍລິສັດ ຝຸ່ນໂປຕາດ ອາຊີ-ໂປຕາດ ສາກົນ (ລາວ) ຈໍາກັດຜູ້ດຽວ ມອບອຸປະກອນການສຶກສາ ແລະ ເຄື່ອງກິລາ ໃຫ້ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນໂຮງຮຽນ ລ່ຽວຕົງ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 10 ຕຸລາ 2025 ຕາງໜ້າມອບໂດຍທ່ານ ຢາງສົວ ຮອງຜູ້ອໍານວຍການບໍລິສັດ ຝຸ່ນໂປຕາດ ອາຊີ-ໂປຕາດ ສາກົນ (ລາວ) ຈໍາກັດຜູ້ດຽວ ແລະ ຕາງໜ້າຮັບໂດຍ ທ່ານ ອົງອາດ ພູມສະຫວັນ ປະທານສະມາຄົມລາວ-ຈີນ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ນ້ອງນັກຮຽນພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

ໂຮງຮຽນສົມບູນ ລ່ຽວຕົງ ເປັນໂຮງຮຽນເກົ່າແກ່ໂດຍແມ່ນສະມາຄົມຈີນເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1959 ທີ່ໄດ້ຮັບການບູລະນະໃຫ້ດີຕະຫຼອດມາ, ປັດຈຸບັນມີພະນັກງານຄູ 20 ຄົນ, ຍິງ 18 ຄົນ ໃນນັ້ນ, ຄູຈີນ 04 ຄົນ, ຍິງ 03 ຄົນ, ມີນັກຮຽນ 385 ຄົນ, ຍິງ 215 ຄົນ, ມີ 15 ຫ້ອງ, ປະຖົມ 10 ຫ້ອງ ແລະ ອະນຸບານ 5 ຫ້ອງ. ດ້ານການຮຽນການສອນແມ່ນປະຕິບັດຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ.
ທ່ານ ຢາງສົວ ໄດ້ສະແດງຄວາມຂອບໃຈມາຍັງຄະນະສະພາບໍລິຫານ, ການນໍາ ແລະ ຄູ-ອາຈານ ແລະ ນັກຮຽນທີ່ຢູ່ເບື້ອງຫຼັງການປະກອບສ່ວນເຂົ້າໃນພາລະກິດພັດທະນາວຽກງານການສຶກສາຂອງຈີນ ທີ່ປ່ຽມລົ້ນໄປດ້ວຍຄວາມໄຝ່ຝັນອັນແຮງກ້າ ຊຶ່ງໃນເດືອນມິຖຸນາ 2025 ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນເວລາທີ່ມາຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ບໍລິສັດໄດ້ລົງເລິກປຶກສາຫາລືກັບບໍລິສັດໃນຫົວຂໍ້ “ການພັດທະນາຊັບພະຍາກອນມະນຸດ” ເພື່ອຕອບສະໜອງການພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ສະເໜີວິໄສທັດທີ່ກວ້າງໄກຂອງເສັ້ນທາງການພັດທະນາຄືຊ່ວຍເຫຼືອຊຸກຍູ້ການສຶກສາ ສົມທົບກັບການຕອບສະໜອງບຸກຄະລາກອນ ທັງຊີ້ນໍາໃຫ້ເພີ່ມທະວີຄວາມຍຶດໝັ້ນເອົາການຄົ້ນຄວ້າຄວາມເປັນຈິງ, ເຮັດແທ້ທໍາຈິງ, ປະສານສົມທົບ, ຮັບຜິດຊອບ, ມີໄຊຊະນະຮ່ວມກັນ, ມີຄ່ານິຍົມຫຼັກຂອງວິສາຫະກິດ, ຕັ້ງໜ້າຈັດຕັ້ງປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ, ເອົາການພັດທະນາເປັນຕົວເຊື່ອມຈອດກັບຄວາມສຸກຂອງປະຊາຊົນໃນທ້ອງຖິ່ນຢ່າງໜັກແໜ້ນ. ການຊຸກຍູ້ຊ່ວຍເຫຼືອການສຶກສາ ເປັນການປະຕິບັດຕົວຈິງ, ການລົງເລິກພັດທະນາຢ່າງກົມກຽວກັບທ້ອງຖິ່ນຂອງບໍລິສັດ.

ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ ໂຕະ-ຕັ່ງນັກຮຽນ, ໂຕະ-ຕັ່ງຫ້ອງອາຫານ, ແອປັບອາກາດ, ຄອມພິວເຕີ, ອຸປະກອນການກິລາ, ເຄື່ອງສຽງ, ກະດານຂາວ ແລະ ອື່ນໆ ລວມມູນຄ່າ 240 ລ້ານກວ່າກີບ. ການຊ່ວຍເຫຼືອດັ່ງກ່າວບໍ່ພຽງແຕ່ເປັນຄວາມຫ່ວງໄຍຂອງບໍລິສັດ ອາຊີ ໂປຕາດ ສາກົນ ຕໍ່ຄູ-ອາຈານ ແລະ ນັກຮຽນພາຍໃນໂຮງຮຽນລ່ຽວຕົງເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງການສະໜັບສະໜູນວຽກງານການສຶກສາຂອງ ສປປ ລາວ ໂດຍເຊື່ອໝັ້ນວ່າການສຶກສາໄດ້ຮັດແໜ້ນຄວາມໃກ້ຊິດ ລະຫວ່າງປະຊາຊົນສອງຊາດຄືຄູ່ຮ່ວມສະຕາກໍາລາວ-ຈີນ, ເປັນການເພີ່ມພູນຄູນສ້າງມິດຕະພາບຂອງສອງປະເທດລາວ-ຈີນ ໃຫ້ມີຄວາມຈະເລີນອອກງາມ ແລະ ເຕີບໃຫຍ່ໃນຈິດໃຈຂອງຮຸ່ນຄົນຕໍ່ໆໄປ. ໃນອະນາຄົດທາງບໍລິສັດຍັງຈະສືບຕໍ່ຕອບສະໜອງຄວາມຮຽກຮ້ອງຂອງລັດຖະບານຕໍ່ກັບການພັດທະນາການສຶກສາຂອງລາວ ໄປພ້ອມກັບການຂະຫຍາຍຄູ່ຮ່ວມຊະຕາກໍາລາວ-ຈີນ, ປະກອບສ່ວນເຫື່ອແຮງຂອງບໍລິສັດ ໃຫ້ຫຼາຍກວ່າເກົ່າ ເຂົ້າໃນການສ້າງປະເທດລາວ ໃຫ້ຈະເລີນຮັ່ງມີເຂັ້ມແຂງ ແລະ ສາຍພົວພັນມິດຕະພາບລາວ-ຈີນໃຫ້ເລິກເຊິ່ງໜັກແໜ້ນຂຶ້ນກວ່າເກົ່າ, ຮ່ວມຈິດຮ່ວມໃຈເປັນອັນໜຶ່ງອັນດຽວກັບປະຊາຊົນລາວ ເພື່ອສ້າງອະນາຄົດທີ່ສົດໃສ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ












