Skip to main content

ຝຶກອົບຮົມການປະກັນຄຸນນະພາບ ຊັ້ນປະຖົມສຶກສາ ໃຫ້ຜູ້ອໍານວຍການໂຮງຮຽນ ແລະ ຄູສອນ 3 ແຂວງ

14/10/2025

ກົມປະກັນຄຸນນະພາບກະຊວງສຶກສາທິການ ແລະ ກິລາ ຫຼື ສສກ  ໄດ້ຈັດກອງປະຊຸມຝຶກອົບຮົມການປະກັນຄຸນນະພາບຊັ້ນປະຖົມສຶກສາ ໃນລະຫວ່າງວັນທີ 9-11 ຕຸລາ 2025 ທີ່ຫ້ອງປະຊຸມຕຶກໄອຊີທີ ສສກ,  ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປັນຍາ ຈັນທະວົງ ຫົວໜ້າກົມປະກັນ ຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຫິ່ນ ວັນ ເຈືອງ ຫົວໜ້າກົມຄຸ້ມຄອງຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ, ມີຄະນະກົມ, ມີຕາງໜ້າຈາກກົມສາມັນສຶກສາ, ກົມຮ່ວມມືກັບຕ່າງປະເທດ, ມີວິທະຍາກອນ ຈາກ ສສ ຫວຽດນາມ ແລະ ສໍາມະນາກອນເຂົ້າຮ່ວມ. ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ.

ທ່ານຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ  ໄດ້ກ່າວສະແດງຄວາມຂອບໃຈມາຍັງ ກົມຄຸ້ມຄອງຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກໍ່ສ້າງ  ສສ ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການ ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານປະກັນຄຸນນະພາບການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໃນໄລຍະ 2021-2023.

ແຜນການສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນຄຸນນະພາບການສຶກສາ 2021-2023 ແມ່ນໄດ້ດໍາເນີນມາຮອດໄລຍະທີສອງແລ້ວ ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານປະກັນຄຸນນະພາບຊັ້ນປະຖົມສຶກສາ; ສ້າງຄວາມເຂັ້ມ ແຂງໃຫ້ວຽກງານປະກັນຄຸນນະພາບການສຶກສາຊັ້ນສູງ; ສ້າງຄວາມເຂັ້ມແຂງໃຫ້ວຽກງານການປະເມີນຜູ້ຮຽນສາ ກົນ SEA-PLM ແລະ PISA; ສ້າງຄວາມເຂັ້ມແຂງໃຫ້ລະບົບຄຸ້ມຄອງວຸດທິບັດ ຫຼື ປະກາສະນີຍະບັດ ແລະ ໃບຢັ້ງຢືນ.

ທັງນີ້, ໃນປີ 2026 ຈະໄດ້ເນັ້ນໃສ່ວຽກງານປະກັນຄຸນນະພາບ ຊັ້ນປະຖົມສຶກສາ ແລະ ການປະເມີນຜູ້ຮຽນສາກົນ SEA-PLM ແລະ PISA ຊຶ່ງຈະໄດ້ຝຶກອົບຮົມໃຫ້ຜູ້ອໍານວຍການ ແລະ ຄູສອນກ່ຽວກັບການປະເມີນຕົນເອງ ແລະ ການພັດທະນາໂຮງຮຽນ ຕາມມາດຕະຖານຄຸນນະພາບຂັ້ນພື້ນຖານ (ມຄພ) ຢູ່ 3 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງບໍລິຄໍາໄຊ ແຂວງລະ 50 ທ່ານ; ຝຶກອົບຮົມການນໍາໃຊ້ເຕັກນິກການປະເມີນຜູ້ຮຽນສາກົນ SEA-PLM ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄໍາໄຊ ແລະ PISA ຢູ່ນະຄອນຫຼວງວຽງຈັນແຂວງລະ 50 ທ່ານ. ພາຍຫຼັງສໍາເລັດການຝຶກອົບຮົມແລ້ວ ຈະໄດ້ມີການຄັດເລືອກເອົາຜູ້ອໍານວຍການ ແລະ ຄູສອນ ທີ່ມີຜົນງານເດັ່ນຈາກການຝຶກອົບຮົມ ໄປທັດສະນະສຶກສາແລກປ່ຽນບົດຮຽນຕົວຈິງ ກ່ຽວກັບວຽກງານປະກັນຄຸນນະພາບຊັ້ນປະຖົມສຶກສາ ແລະ ການຜູ້ຮຽນສາກົນ SEA-PLM ແລະ PISA ຢູ່ ສສ ຫວຽດນາມ ສອງຄັ້ງ, ຄັ້ງລະ 70 ທ່ານ.

ທ່ານຫົວໜ້າກົມປະກັນຄຸນນະພາບການສຶກສາ ສສກ ກ່າວອີກວ່າ: ຫວັງເປັນຢ່າງຍິ່ງວ່າ ບັນດາຜູ້ອໍານວຍການ ແລະ ຄູສອນ ທີ່ໄດ້ເຂົ້າຮ່ວມການຝຶກອົບຮົມການປະກັນຄຸນນະພາບຊັ້ນປະຖົມສຶກສາໃນຄັ້ງນີ້ ຈະນໍາເອົາບົດຮຽນ ແລະ ປະສົບການ ນໍາຄູຝຶກ ທີ່ມີປະສົບການ ຈາກ ສສ ຫວຽດນາມ ເພື່ອນໍາເອົາຄວາມຮູ້ຄວາມ, ສາມາດ ໄປພັດທະນາ ໂຮງຮຽນ ຂອງຕົນເອງໃຫ້ປະກົດຜົນເປັນຈິງ.

 

ພາບ-ຂ່າວໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ