ວລ ປາກປ່າສັກ ສະຫຼຸບການຈັດຕັ້ງປະຕິບັດການຮຽນການສອນ ສົກຮຽນ 2024-2025 ພ້ອມໄຂສົກຮຽນໃໝ່ ແລະ ສະຫຼອງວັນຄູແຫ່ງຊາດ ຢ່າງຟົດຟື້ນ
13/10/2025

ວິທະຍາໄລ (ວລ) ເຕັກນິກປາກປ່າສັກ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດການຮຽນການສອນ ປະຈໍາສົກຮຽນ 2024-2025 ແລະ ແຜນພັດທະນາ ປະຈໍາສົກຮຽນ 2025-2026 ພ້ອມໄຂສົກຮຽນໃໝ່ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ ໃນຕອນເຊົ້າວັນທີ 11 ຕຸລາ 2025 ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບປະກາສະນີຍະບັດຂອງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ພ້ອມດ້ວຍຄະນະອຳນວຍການ, ແຂກຖືກເຊີນ, ພະນັກງານອາວຸໂສບຳບານ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກສຶກສາ ຕະຫຼອດຮອດຜູ້ປົກຄອງ ແລະ ຍາດຕິພີ່ນ້ອງຮ່ວມສະແດງຄວາມຍິນດີນຳບັນດິນໃໝ່ຢ່າງຟົດຟື້ນ.

ໃນພິທີ, ທ່ານ ສູນທອນ ໂວຫານສະຫວັດ ຮອງຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ໄດ້ຜ່ານສະຫຼຸບການຈັດຕັ້ງປະຕິບັດການຮຽນການສອນ ປະຈໍາສົກຮຽນ 2024-2025 ແລະ ແຜນພັດທະນາ ປະຈໍາສົກຮຽນ 2025-2026 ໃຫ້ຮູ້ວ່າ: ວິທະຍາໄລເຕັກນິກປາກປ່າສັກ ປະກອບ ມີ 3 ພະແນກເສນາທິການ, 4 ພາກວິຊາ ແລະ 1 ສູນ ຄື: ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ, ພະແນກວິຊາການ, ພະແນກກິດຈະການນັກສຶກສາ, ພາກວິຊາບໍລິຫານທຸລະກິດ, ພາກວິຊາໄຟຟ້າ-ເອເລັກໂຕຣນິກ, ພາກວິຊາເຕັກໂນໂລຊີກົນຈັກ, ພາກວິຊາກໍ່ສ້າງເຄຫາສະຖານ ແລະ ສູນພັດທະນາອາຊີບການທ່ອງທ່ຽວ ແລະ ໂຮງແຮມ. ນອກນັ້ນ, ຍັງມີສູນການສຶກສາສາກົນ ລາວ-ຈີນ ແລະ ຫ້ອງຮຽນພາສາຍີ່ປຸ່ນ ປາກປ່າສັກ-ມິໄລ ທີ່ຢູ່ພາຍໃຕ້ການຄູ້ມຄອງຂອງວິທະຍາໄລ. ຊຶ່ງໃນສົກຮຽນ 2024-2025 ວິທະຍາໄລ ມີພະນັກງານ, ຄູ-ອາຈານ ຈຳນວນທັງໝົດ 107 ຄົນ, ຍິງ 46 ຄົນ. ໃນນີ້ມີວຸດທິການສຶກສາ ລະດັບປະລິນຍາໂທ 28 ຄົນ, ຍິງ 8 ຄົນ, ປະລິນຍາຕີ 58 ຄົນ, ຍິງ 26 ຄົນ ແລະ ຊັ້ນສູງ 21 ຄົນ, ຍິງ 14 ຄົນ; ມີນັກຮຽນ-ນັກສຶກສາ ທຸກໆລະລົບ, ທຸກໆສາຂາວິຊາ, ທຸກໆປີຮຽນລວມທັງໝົດ 54 ຫ້ອງ ມີນັກສຶກສາ ຈຳນວນ 1.481 ຄົນ, ຍິງ 761 ຄົນ, ມີ 20 ສາຂາວິຊາ ຕາມແຕ່ລະຫຼັກສູດ (ຊັ້ນກາງລະບົບ 9+3 ຈໍານວນ 146 ຄົນ, ຍິງ 38 ຄົນ; ຊັ້ນກາງ 12+2 ຈໍານວນ 559 ຄົນ, ຍິງ 266 ຄົນ; ຊັ້ນສູງ 12+3 ຈຳນວນ 657 ຄົນ, ຍິງ 385 ຄົນ ແລະ ຊັ້ນສູງຕໍ່ເນື່ອງ ຈຳນວນ 119 ຄົນ, ຍິງ 72 ຄົນ). ຜ່ານການຈັດຕັ້ງການຮຽນການສອນ ໃນສົກຮຽນດັ່ງກ່າວ ມີນັກສຶກສາຮຽນຈົບ ແລະ ໄດ້ຮັບປະກາສະນີຍະບັດທັງໝົດ 374 ຄົນ, ຍິງ 191 ຄົນ ໃນນັ້ນແບ່ງເປັນຊັ້ນກາງ ລະບົບ 9+3 ຈຳນວນ 17 ຄົນ, ຍິງ 1 ຄົນ; ຊັ້ນກາງ ລະບົບ 12+2 ຈຳນວນ 123 ຄົນ, ຍິງ 55 ຄົນ; ຊັ້ນສູງ ລະບົບ 12+3 ຈຳນວນ 139 ຄົນ, ຍິງ 86 ຄົນ; ຊັ້ນສູງ ລະບົບ 12+2+1 ຈຳນວນ 94 ຄົນ, ຍິງ 49 ຄົນ.

ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດດ້ານອື່ນໆ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາ ແລະ ສິ່ງທ້າທາຍໃນແຕ່ລະດ້ານ ເປັນຕົ້ນແມ່ນ ວຽກງານປັບປຸງພື້ນຖານໂຄງລ່າງ ແລະ ວັດສະດຸ-ອຸປະກອນ; ວຽກງານປະກັນຄຸນນະພາບ; ການຈັດຕັ້ງການຮຽນການສອນ; ວຽກງານການໃຫ້ຄຳແນະນຳອາຊີບ ແລະ ໃຫ້ຄຳປຶກສາດ້ານອາຊີບ; ວຽກງານຕິດຕາມນັກສຶກສາຮຽນຈົບ; ວຽກງານຮ່ວມມືພາຍໃນ ແລະ ຮ່ວມມືກັບຕ່າງປະເທດ; ວຽກງານການເງິນ ແລະ ອື່ນໆ.

ທ່ານຮອງຜູ້ອຳນວຍການ ລາຍງານໃຫ້ຮູ້ຕື່ມວ່າ: ເພື່ອຍົກລະດັບຄຸນນະພາບ ແລະ ການເຂົ້າເຖິງການສຶກສາອາຊີບ ທີ່ມີຄວາມສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ການພັດທະນາທີ່ຍືນຍົງ ທາງວິທະຍາໄລຂອງພວກເຮົາ ໄດ້ວາງແຜນວຽກບູລິມະສິດ ໃນສົກ¬ຮຽນ 2025-2026 ໄວ້ ຄື: ພັດທະນາອາຄານສະຖານທີ່ ແລະ ສະພາບແວດລ້ອມຂອງວິທະຍາໄລ; ພັດທະນາອຸປະກອນເທັກໂນໂລຊີ ແລະ ຂໍ້ມູນຂ່າວສານການສຶກສາ ທີ່ທັນສະໄໝ; ພັດທະນາ ຫຼັກສູດການຮຽນການສອນ ແລະ ພັດທະນາທັກສະຕາມມາດຖານວິຊາຊີບ; ພັດທະນາລະບົບການບໍລິຫານ ແລະ ຈັດການສຶກສາແບບມີສ່ວນຮ່ວມ; ສົ່ງເສີມການສ້າງຄຸນຄ່າດ້ານວິຊາຊີບ, ສ້າງຄວາມເຂັ້ມແຂງທາງດ້ານງົບປະມານລາຍຮັບວິຊາການ. ຄຽງຄູ່ກັນນັ້ນ, ຍັງຈະສູ້ຊົນໃຫ້ຄູ-ອາຈານ ແລະ ພະນັກງານ ໄດ້ຮັບການຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະ ແລະ ວິຊາຄູ;ອາຄານສະຖານທີ່ ຫ້ອງຮຽນ ຫ້ອງຝຶກງານ ມີສະພາບແວດລ້ອມທີ່ເປັນສີຂຽວ ປອດໄພ ແລະ ເອື້ອອຳນວຍ ແກ່ການຮຽນການສອນ; ນຳໃຊ້ລະບົບເທັກໂນໂລຊີໃນການບໍລິຫານຈັດການທີ່ທັນສະໄໝ ແລະ ມີຄຸນນະພາບ; ມີຫຼັກສູດ ແລະ ການຈັດການຮຽນການສອນ ທີ່ຫຼາກຫຼາຍລະດັບປະກາສະນີຍະບັດ ຕາມມາດຖານວິຊາຊີບທີ່ແຕກຕ່າງກັນ; ມີເຄືອຂ່າຍຄວາມຮ່ວມມືທີ່ເປັນລະບົບ ການບໍລິຫານຈັດການແບບມີສ່ວນຮ່ວມ ແລະ ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດ; ເຂົ້າຮ່ວມແຂ່ງຂັນທັກສະສີມືພາຍໃນ, ລະດັບຊາດ ແລະ ອາຊຽນ ຕາມສາຂາວິຊາຮຽນທີ່ມີຄວາມພ້ອມ; ຂະຫຍາຍຮູບແບບການສ້າງລາຍຮັບວິຊາການທີ່ຕິດພັນກັບພາກວິຊາທີ່ມີທ່າແຮງ.

ໃນພິທີອັນມີຄວາມໝາຍຄວາມສຳຄັນໃນເທື່ອນີ້, ທາງວິທະຍາໄລເຕັກນິກປາກປ່າສັກ ຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ ແລະ ຂັ້ນວິທະຍາໄລ ໃຫ້ກັບພະນັກງານ, ຄູ-ອາຈານ ແລະ ນ້ອງນັກສຶກສາ ທີ່ຜົນງານພົ້ນເດັ່ນທາງດ້ານວິຊາການ ແລະ ດ້ານການຮຽນການສອນ ຊຶ່ງສາມາດຍາດໄດ້ລາງວັນປະເພດຕ່າງໆໃນການເຂົ້າຮ່ວມແຂ່ງຂັນສີມືແຮງງານທັງພາຍໃນ ແລະ ຕ່າງປະເທດ. ພ້ອມດຽວກັນນັ້ນ, ກໍຍັງໄດ້ມອບຂອງທີ່ລະນຶກໃຫ້ກັບພະນັກງານອາວຸໂສບຳນານ ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ຄຸນງາມຄວາມດີທີ່ບັນດາທ່ານຄູ-ອາຈານ ໄດ້ເສຍສະຫຼະອຸທິເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການສິດສອນ ແລະ ພັດທະນາວິທະຍາໄລ ຕະຫຼອດໄລຍະຜ່ານມາ ພ້ອມທັງສ້າງຊັບພະຍາກອນມະນຸດສາຍອາຊີວະສຶກສາ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໄດ້ຢ່າງຫຼວງຫຼາຍ. ນອກນີ້, ບັນດາອະດີດນັກສຶກສາປີສຸດທ້າຍ ສົກຮຽນ 2024-2025 ຍັງໄດ້ມອບເງິນບູລະນະວິທະຍາໄລ ທີ່ເຄີຍເປັນສະຖານທີ່ສຶກສາຮ່ຳຮຽນເອົາຄວາມຮູ້ ຈຳນວນ 24.390.000 ກີບ ນຳອີກ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ











