ນັກຄົ້ນຄວ້າ, ຜູ້ປະກອບການ ແລະ ອົງການພາກລັດ ຮ່ວມສຳມະນາວຽກງານຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ
13/10/2025

ກອງປະຊຸມສຳມະນາວຽກງານຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ລະຫວ່າງ ນັກຄົ້ນຄວ້າວິທະຍາສາດ, ຜູ້ປະກອບການ ແລະ ອົງການພາກລັດ ໄດ້ຈັດຂຶ້ນເມື່ອວັນທີ 9 ຕຸລາ 2025 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ຊັ້ນ 2 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານໜ້າກົມການສຶກສາຊັ້ນສູງ, ຫົວໜ້າກົມຄຸ້ມຄອງວິທະຍາສາດ ແລະ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍນັກຄົ້ນຄວ້າ, ນັກວິຊາການ, ຜູ້ປະກອບການ ແລະ ຜູ້ຕາງໜ້າຈາກພາກສ່ວນອ້ອມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ເປັນເວທີແຫ່ງການພົບປະ ລະຫວ່າງນັກວິຊາການ, ພາກທຸລະກິດ ແລະ ພາກລັດ ເພື່ອແລກປ່ຽນຄວາມຄິດຄວາມເຫັນ, ປະສົບການ ແລະ ແນວຄິດໃໝ່ໆ ເພື່ອຊຸກຍູ້, ສົ່ງເສີມ ແລະ ຂັບເຄື່ອນປະເທດເຮົາໃຫ້ກ້າວໄປສູ່ສັງຄົມທີ່ມີຫົວຄິດປະດິດສ້າງແບບຍືນຍົງ, ໃນຍຸກທີ່ທົ່ວໂລກພວມປະເຊີນກັບການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ເສດຖະກິດຢ່າງວ່ອງໄວ ຄວາມຮູ້ດ້ານວິທະຍາສາດ ແລະ ການຄົ້ນຄວ້າໄດ້ມີບົດບາດສຳຄັນໃນການສ້າງຂີດຄວາມສາມາດໃນການແຂ່ງຂັນຂອງປະເທດ. ພ້ອມດຽວກັນນັ້ນ, ບັນດາຂະແໜງການທຸລະກິດ ແລະ ຜູ້ປະກອບການກໍເປັນກຳລັງຕົ້ນຕໍໃນການຍູ້ໝູນນຳໃຊ້ຄວາມຮູ້ເຫຼົ່ານີ້ໄປຕໍ່ຍອດເພື່ອໃຫ້ເກີດນະວັດຕະກຳ, ຜະລິດຕະພັນ ແລະ ການບໍລິການທີ່ຕອບໂຈດຄວາມຕ້ອງການຂອງສັງຄົມ ແລະ ຕະຫຼາດພາກພື້ນ ແລະ ສາກົນ. ສະນັ້ນ ‘’ການຮ່ວມມື’’ ລະຫວ່າງນັກຄົ້ນຄວ້າວິທະຍາສາດ ແລະ ຜູ້ປະກອບການ ຈຶ່ງເປັນກະແຈທີ່ສຳຄັນໃນການປ່ຽນຈາກ ’’ຄວາມຮູ້‘’ ສູ່ “ຄຸນຄ່າທາງເສດຖະກິດ ແລະ ສັງຄົມ’’ ນັກຄົ້ນຄວ້າວິທະຍາສາດມີທ່າແຮງທີ່ຈະສ້າງຄວາມຮູ້ ແລະ ເຕັກໂນໂລຢີໃໝ່, ໃນຂະນະທີ່ຜູ້ປະກອບການມີຄວາມເຂົ້າໃຈທາງການຕະຫຼາດ, ການບໍລິຫານຄຸ້ມຄອງ ແລະ ການສ້າງມູນຄ່າເພີ່ມ, ການຮ່ວມມືຢ່າງເປັນລະບົບຈະເຮັດໃຫ້ເກີດການພັດທະນາຂອງເຕັກໂນໂລຢີທີ່ສາມາດນຳໃຊ້ໄດ້ຢ່າງແທ້ຈິງ, ເກີດມີທຸລະກິດນະວັດຕະກໍາໃໝ່ໆ ແລະ ຜົນປະໂຫຍດຮ່ວມກັນທັງຕໍ່ພາກທູລະກິດ ແລະ ສັງຄົມ.

ກະຊວງສຶກສາທິການ ແລະ ກິລາ ໃຫ້ຄວາມສຳຄັນຢ່າງຍິ່ງກັບການສົ່ງເສີມການພັດທະນາການຮ່ວມມືລະຫວ່າງ “ນັກສຶກສາ, ນັກຄົ້ນຄວ້າ ແລະ ພາກທຸລະກິດ” ໂດຍສະເພາະການພັດທະນາລະບົບນິເວດນະວັດຕະກໍາ ທີ່ເອື້ອອຳນວຍຕໍ່ການເຊື່ອມໂຍງລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ພາກເອກະຊົນ ເພື່ອໃຫ້ຜົນງານການຄົ້ນຄວ້າວິທະຍາສາດບໍ່ເປັນພຽງແຕ່ຕີພິມໃນວາລະສານວິຊາການ, ແຕ່ຍັງສາມາດພັດທະນາເປັນຜະລິດຕະພັນ ແລະ ບໍລິການທີ່ສ້າງລາຍໄດ້ ແລະ ຍົກລະດັບຄຸນນະພາບຊີວິດຂອງສັງຄົມໄດ້ຢ່າງແທ້ຈິງ.

ເວທີສຳມະນາໃນຄັ້ງນີ້, ເພື່ອເປີດໂອກາດໃຫ້ນັກຄົ້ນຄ້ວາ ແລະ ຜູ້ປະກອບການໄດ້ພົບປະ, ແລກປ່ຽນ ແລະ ຮ່ວມມືກັນຢ່າງໃກ້ຊິດ, ເຊື່ອໝັ້ນວ່າ ກອງປະຊຸມສຳມະນາຄັ້ງນີ້ຈະເປັນການເລີ່ມຕົ້ນຂອງການຮ່ວມມືໃໝ່ທີ່ຈະສ້າງນະວັດຕະກຳອັນລ້ຳຄ່າ ແລະ ຊ່ວຍຊຸກຍູ້ປະເທດເຮົາກ້າວໄປສູ່ເສດຖະກິດຖານຄວາມຮູ້ (Knowledge-based Economy) ຢ່າງຍືນຍົງ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2040; ບົດບາດຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊິຕໍ່ການ ສົ່ງເສີມການຄົ້ນຄວ້າວິທະຍາສາດ; ຄວາມຕ້ອງການພັດທະນາທຸລະກິດຂອງຜູ້ປະກອບການ ແລະ ສິ່ງທ້າທາຍໃນຍຸກ 4.0; ການຄົ້ນຄວ້າສູ່ຜະລິດຕະພັນກະສິກຳແບບຍືນຍົງ; ເຕັກໂນໂຊຊີການຜະລິດອາຫານໝູ ເພີ່ມປະສິດທິພາບການຜະລິດ ສູ່ການ ສ້າງນະວັດຕະກຳໃຫ້ແກ່ຊາວກະສິກອນຜູ້ລ້ຽງໝູ່; ຜົນກະທົບການໃຊ້ຈ່າຍຂອງລັດຖະບານຕໍ່ການຂະຫຍາຍຕົວຂອງ ເສດຖະກິດ (ກໍລະນີ ສປປ ລາວ); ຄວາມສາມາດໃນການສ້າງກຳໄລຂອງກອງຈະລາຈອນທາງອາກາດລາວ ພາຍໃຕ້ເງື່ອນໄຂຫັນຕາມທິດເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໂດຍນຳໃຊ້ເຕັກນິກ Integer Linear Programming; ລະບົບຕິດຕາມນໍ້າເສຍ ແລະ ການຈັດການ ຜົນກະທົບຕໍ່ສິ່ງແວດລ້ອມແບບອອນລາຍ ສໍາລັບໂຮງງານອຸດສາຫະກຳໂດຍນຳໃຊ້ເຕັກໂນໂລຊີ Internet of Things (IOT) “IoT-Based Wastewater Monitoring and Environmental Impacts Management System in Manufacturing Companies ແລະ ການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການປະກອບກິດຈະການ ແລະ ສົນທະນາ ແລະ ແລກປ່ຽນຄໍາເຫັນລະຫວ່າງນັກຄົ້ນຄວ້າ-ຜູ້ປະກອບການ-ພາກລັດ.
ຂ່າວໂດຍ: ບົວລະພາ











