Skip to main content
27/11/2023 | ການເມືອງ

ການນຳພັກ-ລັດ ແລະ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ຮ່ວມໃສ່ບາດສືບສານປະເພນີພະທາດຫຼວງວຽງຈັນ ປະຈຳປີ 2023

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງ-ສາມະເນນ, ໄຫວ້ພະຮັບສິນ, ຟັງທຳມະເທດສະໜາ ແລະ ຢາດນໍ້າຕາມຮີດຄອງປະເພນີ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2023 (ໃນມື້ຂຶ້ນ 15 ເດືອນ 12 ພສ 2566) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ 2023 ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫຼ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາພັກ-ລັດ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ການໃສ່ບາດໃນງານບຸນປະເພນີນະມັດສະການພະທາດຫຼວງປີນີ້ ໄດ້ປະຕິບັດຄືດັ່ງທຸກປີທີ່ເຄີຍປະຕິບັດຜ່ານມາ ຊຶ່ງມີການຕັກບາດຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນແລ້ວຍັງໄດ້ມີພິທີອື່ນໆຕາມຮີດຄອງປະເພນີຊາດລາວ. ພ້ອມນັ້ນ, ປີນີ້ເຫັນວ່າມວນຊົນຈາກທຸກທົ່ວສາລະທິດຕ່າງກໍມີຈິດໃຈໃສສັດທາ, ຫຼັ່ງໄຫຼມາຮ່ວມງານຢ່າງຫຼວງຫຼາຍໄດ້ພ້ອມກັນໃສ່ບາດ, ຢາດນ້ຳ, ຮັບພອນແລະຟັງທຳມະເທສະໜາເພື່ອອຸທິດບຸນກຸສົນໃຫ້ບັນພະບູລຸດແລະເຈົ້າກຳນາຍເວນຕາມຄວາມເຊື່ອຖືຂອງຊາວພຸດທີ່ສືບທອດກັນມາແຕ່ດົນນານ. ໃນນັ້ນ, ຍັງເປັນການຮັກສາແລະເສີມຂະຫຍາຍວັດທະນະທຳຮີດຄອງປະເພນີທີ່ສືບທອດກັນມາ ແລະ ເພື່ອຄວາມເປັນສິຣິມຸງຄຸນໃຫ້ແກ່ຊີວິດແລະຄອບຄົວ. ໃນພິທີ, ທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດໄຕ້ທຽນບູຊາ […]

22/11/2023 | ການເມືອງ

ກອງປະຊຸມເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX ຮັບຮອງເອົາ 7 ເອກະສານສໍາຄັນ ພ້ອມສະເໜີໃຫ້ເອົາໃຈໃສ່ແກ້ໄຂບັນຫາທີ່ສັງຄົມເປັນຫ່ວງຫຼາຍ

ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ພາຍຫຼັງດໍາເນີນໃນລະຫວ່າງວັນທີ 31 ຕຸລາ-21 ພະຈິກ 2023 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍອະດີດພະນັກງານການນໍາຂັ້ນສູງພັກ-ລັດ, ບັນດາແຂກຖືກເຊີນ. ໃນກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມໄດ້ພິຈາລະນາຮັບຮອງເອົາເອກະສານສໍາຄັນ ຄື: 1) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການປະຈໍາປີ 2024 […]

15/11/2023 | ການເມືອງ

ສສຊ ເຂດ 9 ສະເໝີໃຫ້ແພດໝໍ ແກ້ໄຂຂອດບໍລິການ-ບົ່ງມະຕິພະຍາດ ຫຼຸດຜ່ອນຫາງສຽງຈາກສັງຄົມ

ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ສະເໜີໃຫ້ແພດໝໍ ປັບປຸງ ແກ້ໄຂໃນຂອດການບໍລິການ ໃນສະຖານບໍລິການສາທາລະນະສຸກ ເປັນຕົ້ນແມ່ນ ການບໍລິການບໍ່ດີເທົ່າທີ່ຄວນ, ສະຖານບໍລິການບໍ່ສະອາດ, ການວາງຢາ, ການວິເຄາະ, ວິໄຈ ແລະ ການບົ່ງມະຕິບາງພະຍາດ ຍັງມີລັກສະນະບໍ່ຊັດເຈນ ແລະ ບໍ່ແໝ້ນຢຳ ລວມເຖິງຈັນຍາບັນ, ຈັນຍາທຳຂອງແພດໝໍ ເພື່ອຫຼຸດຜ່ອນຫາງສຽງຈາກສັງຄົມ. ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄຳຄິດຄຳເຫັນໃສ່ກົດໝາຍ ວ່າດ້ວຍການປິ່ນປົວ ສະບັບປັງປຸງ ໂດຍລວມແມ່ນເຫັນດີເປັນເອກະພາບ ເພາະກົດໝາຍສະບັບນີ້ ແນໃສ່ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ ຕິດພັນກັບການປິ່ນປົວສຸຂະພາບ.   ແນວໃດກໍຕາມ, ທ່ານ ຄຳແສນ ສີສະວົງ ໄດ້ກ່າວວ່າ: ໃນໄລຍະຜ່ານ […]

15/11/2023 | ການເມືອງ

ສປປ ລາວ ມີນັກລົງທຶນຈາກ ສປ ຈີນ ມາລົງທຶນຫຼາຍກວ່າ 900 ໂຄງການ

ສປປ ລາວ ໄດ້ມີນັກລົງທຶນຈາກ ສປ ຈີນ ມາລົງທຶນໃນທຸກຂະແໜງການ ຈຳນວນຫຼາຍກວ່າ 900 ໂຄງການ ລວມມູນຄ່າຫຼາຍກວ່າ 13 ຕື້ໂດລາສະຫະລັດ. ຂະນະທີ່, ປັດຈຸບັນ ສປ ຈີນ ເປັນຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ. ເມື່ອວັນທີ 14 ພະຈິກ 2023 ທີ່ໂຮງແຮມດອນຈັນພລາເລດ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII ໂດຍການເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວາງ ຊ້າງ ອຸປະທູດຊົ່ວຄາວ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີ, ຜູ້ຕາງໜ້າສະພາການຄ້າຈີນ, […]

01/11/2023 | ການເມືອງ

ນາຍົກ ຊີ້ເສດຖະກິດປະເທດ ຍັງສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງບໍ່ໃຫ້ຕົກສູ່ວິກິດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວລາຍງານໂດຍສັງເຂບຂອງກ່ຽວກັບສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການທ້າຍສະໄໝ ຮອດປີ 2025 ແລະ ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 31 ຕຸລາ 2023 ໂດຍໄດ້ຊີ້ໃຫ້ເຫັນວ່າ ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງເສດຖະກິດຂອງຊາດ ບໍ່ໃຫ້ຕົກເຂົ້າສູ່ວິກິດທີ່ໜັກໜ່ວງ. ໃນໄລຍະ 2 ປີເຄິ່ງຜ່ານມາ ເຖິງແມ່ນວ່າສະພາບສາກົນ, ພາກພື້ນ ແລະ ພາຍໃນປະເທດຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທ້າຍຫຼາຍປະການແບບບໍ່ເຄີຍມີໃນຮອບຫຼາຍປີຜ່ານມາກໍຕາມ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກໍຄືການຕິດຕາມກວດກາເປັນປົກກະຕິຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, […]

31/10/2023 | ການເມືອງ

ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 31 ຕຸລາ 2023 ທີ່ຫໍສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ,  ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງຕ່າງໆຢ່າງພ້ອມພຽງ. ໃນກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນ ຄື: ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025), ການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ […]

19/10/2023 | ການເມືອງ

ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ມີບົດບາດສຳຄັນໃນການສົ່ງເສີມການຮ່ວມມືດ້ານການພັດທະນາຢ່າງມີປະສິດທິຜົນ

ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ມີບົດບາດສໍາຄັນໃນການສົ່ງເສີມການຮ່ວມມືດ້ານການພັດທະນາ, ສົ່ງເສີມກົນໄກການຮ່ວມມືຫຼາຍຝ່າຍໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ. ຂະນະທີ່ ສປປ ລາວ ໄດ້ປະຕິບັດໂຄງການດັ່ງກ່າວຢ່າງເປັນຮູບປະທໍາ ເປັນຕົ້ນແມ່ນ ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ, ໂຄງການພັດທະນາແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງເຂດກະສິກຳ, ພະລັງງານສະອາດ ແລະ ອື່ນໆ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 3 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນລະຫວ່າງວັນທີ 17-18 ຕຸລາ 2023 ພາຍໃຕ້ຫົວຂໍ້: “ການຮ່ວມມືທີ່ມີຄຸນນະພາບສູງ ຂອບໜຶ່ງແລວ ໜຶ່ງເສັ້ນທາງ: ຮ່ວມກັນເພື່ອພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ປະທານປະເທດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມດັ່ງກ່າວ ໃນພາກເວທີປຶກສາຫາລືລະດັບສູງ ພາຍໃຕ້ຫົວຂໍ້: “ການເຊື່ອມຈອດໃນເສດຖະກິດໂລກແບບເປີດກວ້າງ” […]

18/10/2023 | ການເມືອງ

ກອງປະຊຸມບັນດາອະນຸກໍາມະການຕຳຫຼວດອາຊຽນ ຄັ້ງທີ 41 ຫາລືຮ່ວມມືແກ້ໄຂໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງພາກພື້ນ ແລະ ສາກົນ

ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງກັບກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ຕຸລາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີກອງປະຊຸມອະນຸກໍາມະການ ກໍ, ອະນຸກຳມະການ ຂໍ ແລະ ອະນຸກຳມະການ ຄໍ ເພື່ອຄົ້ນຄວ້າ, ປຶກສາຫາລື ກ່ຽວກັບບັນດາວຽກງານວິຊາສະເພາະຂອງກຳລັງຕຳຫຼວດບັນດາປະເທດອາຊຽນ ເປັນຕົ້ນແມ່ນການຮ່ວມມືໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ, ການລັກລອບຄ້າ-ຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າ-ຂາຍອາວຸດ, ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາກໍາທາງດ້ານການຄ້າ ແລະ ການປອມແປງບັດເຄຣດິດ, ການສໍ້ໂກງຂ້າມຊາດ, ການປອມແປງເອກະສານເດີນທາງ, ອາຊະຍາກໍາທາງຄອມພິວເຕີ ແລະ ອາຊະຍາກໍາອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາທາງດ້ານວັດທະນະທໍາ-ສັງຄົມ ຂອງພາກພື້ນ ແລະ ສາກົນ, ພ້ອມທັງເປັນການເພີ່ມທະວີການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ໃນການຕອບຕ້ານຄືນບັນຫາອາຊະຍາກໍາຕ່າງໆ ແນໃສ່ເຮັດໃຫ້ພາກພື້ນ ກໍຄື ປະຊາຄົມໂລກ ມີສັນຕິພາບ, ຄວາມສະຫງົບ ແລະ ໝັ້ນຄົງ. ໃນນີ້, ກອງປະຊຸມຂອງອະນຸກຳມະການ ກໍ […]