ສສກ-ອົດສະຕຣາລີ ເນັ້ນໃຫ້ເຫັນບົດບາດອັນສຳຄັນຂອງຄູໃນການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ

ເນື່ອງໃນໂອກາດວັນຄູແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານຢູ່ໃນ ສປປ ລາວ (ແຜນງານບີຄວາ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໃນຂະແໜງການສຶກສາ ໃນວັນທີ 2 ຕຸລາ 2024 ທີ່ວິທະຍາໄລຄູຄັງໄຂ, ແຂວງຊຽງຂວາງ ໂດຍການໃຫ້ກຽດເຂົ້າຮ່ວມເປີດຂອງທ່ານ ສົມສີ ສຸດທິວົງ ຮອງຫົວໜ້າຫ້ອງການກະຊວງ, ຜູ້ປະຈໍາການ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກສະຖານທູດອົດສະຕຣາລີປະຈຳ ສປປ ລາວ, ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ ແລະ ຄູຈາກ 3 ວິທະຍາໄລຄູເປົ້າໝາຍ (ຄັງໄຂ, ຫຼວງນໍ້າທາ, ສະຫວັນນະເຂດ) ເຈົ້າຮ່ວມ 150 ທ່ານ.
ການຝຶກອົບຮົມຄັ້ງນີ້, ແມ່ນເພື່ອໃຫ້ຄວາມຮູ້ກ່ຽວກັບເອກະສານຄຳແນະນຳການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກສະບັບໃໝ່ຂອງກະຊວງສຶກສາທິການ ແລະ ກິລາ ຊຶ່ງຈະເປັນຄໍາແນະນໍາໃນການຈັດຕັ້ງປະຕິບັດສຳລັບໃນຂະແໜງການສຶກສາ.
ທ່ານ ສົມສີ ສູທິວົງ ໄດ້ກ່າວວ່າ: “ພິທີສະເຫຼີມສະຫຼອງວັນຄູເນື່ອງໃນໂອກາດວັນຄູແຫ່ງຊາດ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຄູ ໃນການສ້າງອະນາຄົດຂອງໄວໜຸ່ມຂອງພວກເຮົາ. ປີນີ້, ຂ້າພະເຈົ້າຢາກຍົກໃຫ້ເຫັນເຖິງບົດບາດຂອງຄູສອນ ເພື່ອຮັບປະກັນການຮຽນຮູ້ຂອງນັກຮຽນ ແລະ ຊີວິດການເປັນຢູ່ທີ່ດີຂອງເຂົາເຈົ້າ. ສໍາລັບນັກຮຽນທີ່ຈະຮຽນຮູ້ ແລະ ເຕີບໂຕ, ພວກເຂົາເຈົ້າຈໍາເປັນຕ້ອງມີຄວາມຮູ້ສຶກປອດໄພຢູ່ໃນໂຮງຮຽນ. ເຂົາເຈົ້າຈໍາເປັນຕ້ອງມີຄວາມຮູ້ສຶກວ່າໄດ້ຮັບການປົກປ້ອງ ແລະ ຮູ້ກ່ຽວກັບສິດທິຂອງຕົນຈາກຄູຂອງເຂົາເຈົ້າ. ເຂົາເຈົ້າຈໍາເປັນຕ້ອງມີຄວາມຮູ້ສຶກວ່າຕົນເອງເປັນສ່ວນໜຶ່ງຂອງສັງຄົມໂຮງຮຽນ. ໃນວັນຄູແຫ່ງຊາດນີ້, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ກ່າວເປີດວາລະຝຶກອົບຮົມຄັ້ງທໍາອິດກ່ຽວກັບເອກະສານຄໍາແນະນໍາດ້ານການປົກປ້ອງເດັກຢ່າງເປັນທາງການສະບັບໃໝ່ຂອງ ສສກ ສຳລັບຂະແໜງການສຶກສາ”.
ຄູທັງໝົດ 150 ທ່ານຈາກ 3 ວິທະຍາໄລຄູເປົ້າໝາຍ ຈະເຂົ້າຮ່ວມກອງປະຊຸມຝຶກອົບຮົມເປັນເວລາ 3 ວັນ ຊຶ່ງນຳພາໂດຍພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ຜູ້ເຂົ້າຮ່ວມແມ່ນຈະຮັບໜ້າທີ່ຝຶກອົບຮົມໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ 7 ແຂວງເປົ້າໝາຍ (ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ). ຄວາມຮູ້ ແລະ ທັກສະທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້, ຈະຖືກຖ່າຍທອດຕໍ່ໃຫ້ແກ່ຄູສອນຊັ້ນປະຖົມສຶກສາທັງໝົດໃນ 30 ເມືອງເປົ້າໝາຍ ຜ່ານການລົງຕິດຕາມໃຫ້ການຊ່ວຍເຫຼືອຄູໃນໂຮງຮຽນໂດຍຜູ້ເຮັດວຽກສຶກສານິເທດພາຍໃນ.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ມີຄຳເຫັນຕໍ່ການຈັດກອງປະຊຸມໃນຄັ້ງນີ້ວ່າ: “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ແມ່ນວຽກງານບູລິມະສິດຮ່ວມກັນຂອງລັດຖະບານອົດສະຕຣາລີ ແລະ ລັດຖະບານ ສປປ ລາວ. ຄູມີບົດບາດສໍາຄັນໃນການປົກປ້ອງນັກຮຽນ. ການຮັບປະກັນໃຫ້ນັກຮຽນຮູ້ສຶກປອດໄພເມື່ອຢູ່ໃນໂຮງຮຽນ ຊ່ວຍໃຫ້ເຂົາເຈົ້າມີຄວາມກ້າວໜ້າໃນເສັ້ນທາງການຮຽນ. ລັດຖະບານອົດສະຕາຣາລີ ຍິນດີສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຈັດຝຶກອົບຮົມຄັ້ງນີ້. ການຊ່ວຍເຫຼືອໃຫ້ຄູ ແລະ ພະນັກງານຂະແໜງສຶກສາ ດ້ວຍການສະໜອງເຄື່ອງມື ແລະ ທັກສະທີ່ຈຳເປັນ ຈະຮັບປະກັນໃຫ້ເຂົາເຈົ້າສາມາດຊຸກຍູ້ ແລະ ປະຕິບັດການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກຢູ່ໃນ ແລະ ນອກຫ້ອງຮຽນ”.
ກອງປະຊຸມຝຶກອົບຮົມຄັ້ງນີ້, ໄດ້ນຳໃຊ້ວິທີການຝຶກອົບຮົມ ໂດຍຖືເອົາຜູ້ເຂົ້າຮ່ວມເປັນໃຈກາງ ຊຶ່ງມີວາລະກິດຈະກຳແບບໂຕ້ຕອບ ແລະ ວາລະປະກອບຄຳເຫັນຮ່ວມກັນ. ກິດຈະກຳແມ່ນເລີ່ມຕົ້ນດ້ວຍການລະດົມຄວາມຄິດກ່ຽວກັບຄວາມສໍາຄັນຂອງການປົກປ້ອງເດັກ. ຜູ້ເຂົ້າຮ່ວມໄດ້ສຶກສາກົດໝາຍວ່າດ້ວຍການປົກປ້ອງເດັກຂອງ ສປປ ລາວ, ກົດໝາຍວ່າດ້ວຍການສຶກສາ ແລະ ຍຸດທະສາດການສຶກສາຮຽນຮ່ວມຂອງ ສສກ ຮອດ 2030 ຜ່ານກິດຈະກໍາຕ່າງໆ ເຊັ່ນ: ການຕອບຄຳຖາມ, ການສະແດງບົດບາດສົມມຸດ ແລະ ການຕອບຄຳຖາມ. ກິດຈະກໍາຍ່າງແບບມີພະລັງ ຖືກນໍາໃຊ້ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຖິງການເຄື່ອນໄຫວທີ່ມີຢູ່ໃນຊຸມຊົນ ແລະ ໃນໂຮງຮຽນ. ໃນວາລະສຸດທ້າຍຂອງກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ສະທ້ອນຄືນເຖິງວິທີທີ່ເຂົາເຈົ້າສາມາດນຳໃຊ້ຫຼັກການການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໃນເວລາປະຕິບັດໜ້າທີ່ ແລະ ການດໍາລົງວິດປະຈຳວັນຂອງເຂົາເຈົ້າ.
ທ່ານ ວັນມະນີ ວັນນະສີ ຫົວໜ້າພະແນກຄວາມກ້າວໜ້າແມ່ຍິງ ແມ່ ແລະ ເດັກ ສສກ ໄດ້ກ່າວໃນຕອນທ້າຍວ່າ: “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກແມ່ນຄວາມຮັບຜິດຊອບຂອງທຸກຄົນ. ການຝຶກອົບຮົມຄັ້ງນີ້, ແມ່ນກ່ຽວກັບພາລະບົດບາດຂອງທຸກຄົນທີ່ເປັນຜູ້ເຮັດວຽກໃນຂະແໜງການການສຶກສາ ເພື່ອຮັບປະກັນໃຫ້ເດັກນ້ອຍທຸກຄົນສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບໄດ້ຢ່າງປອດໄພ ໃນສະພາບແວດລ້ອມລວມທີ່ສະໜັບສະໜູນໃຫ້ເຂົາເຈົ້າສາມາດບັນຄົ້ນພົບທ່າແຮງບົ່ມຊ້ອນຂອງເຂົາເຈົ້າ. ພວກເຮົາຮຽກຮ້ອງໃຫ້ຜູ້ເຮັດວຽກໃນຂະແໜງການສຶກສາທຸກທ່ານໃນທຸກຂັ້ນຂອງລະບົບໂຮງຮຽນ ຈົ່ງເປັນເຈົ້າການປົກປ້ອງເດັກ ແລະ ສົ່ງເສີມການຮັກສາຄວາມປອດໄພສຳລັບເດັກໃນໂຮງຮຽນ”.
ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID). ແຜນງານໄດ້ສຸມໃສ່ການເສີມຂະຫຍາຍຜົນການຮຽນຂອງໄວໜຸ່ມຂອງປະເທດ ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.
ສໍາລັບກອງປະຊຸມຝຶກອົບຮົມເພື່ອຕິດຕາມໃນຂັ້ນຕໍ່ໄປ ແມ່ນຈະຈັດຂຶ້ນຕື່ມອີກໃນທ້າຍເດືອນນີ້ ທີ່ວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນ້ຳທາ.
ຂ່າວທີ່ກ່ຽວຂ້ອງ


















