Skip to main content

ສະພາປະສານງານອາຊຽນ ຮັບຊາບຄວາມຄືບໜ້າກຽມເຂົ້າເປັນສະມາຊິກອາຊຽນສົມບູນຂອງຕີມໍ ແລັດສະເຕ ພ້ອມຮັບຮອງຫຼາຍບົດລາຍງານ

08/10/2024

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 35 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າກ່ຽວກັບການກະກຽມເຂົ້າເປັນສະມາຊິກອາຊຽນສົມບູນຂອງຕີມໍ ແລັດສະເຕ ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດແຜນດໍາເນີນງານການເຂົ້າເປັນສະມາ ຊິກອາຊຽນສົມບູນຂອງຕີມໍ ແລັດສະເຕ ກໍຄື ການກະກຽມບັນດາຮ່າງເອກະສານທາງດ້ານກົດໝາຍສໍາລັບການເຂົ້າເປັັນສະມາຊິກອາຊຽນຂອງຕີມໍ ແລັດສະເຕ.

ນອກຈາກນັ້ນ, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງບັນດາບົດລາຍງານພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ລວມທັງບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງປະທານຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ, ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ ແລະ ບົດລາຍງານຄວາມຄືບໜ້າ ປະຈໍາປີ 2024 ຂອງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ລວມທັງໝົດ 13 ບົດລາຍງານ. ນອກຈາກນີ້, ກອງປະຊຸມຍັງໄດ້ທົບທວນບັນດາເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45.​ ອັນສໍາຄັນກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງຮອງເລຂາທິການອາຊຽນຂອງເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນຄົນໃໝ່ຕາມຮອບວຽນຕົວອັກສອນ ຊື່ງແມ່ນທ່ານ San Lwin ຈາກ ມຽນມາ ໂດຍຈະປະຕິບັດໜ້າທີ່ແຕ່ປີ 2024-2027.

ຂໍ້ມູນ-ຮູບພາບໂດຍ: ສູນຂ່າວກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45

ນຳສະເໜີໂດຍ: ດາວຫວຽດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ