Skip to main content

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 45 ຫາລືບັນຫາສິ່ງທ້າທາຍທີ່ພາກພື້ນ ແລະ ສາກົນກໍາລັງປະເຊີນຢູ່  

10/10/2024

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 45 (ແບບວົງແຄບ) ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ມີຂຶ້ນໃນວັນທີ 9 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ, ມີບັນດາຜູ້ນຳປະເທດສະມາຊິກອາຊຽນເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະບັນດາສິ່ງທ້າທາຍ ເຊັ່ນ: ຂໍ້ຂັດແຍ່ງຕ່າງໆ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການປ່ຽນແປງດ້ານສະພາບດິນຟ້າອາກາດ, ໄພພິບັດທໍາມະຊາດ, ອາດຊະຍາກໍາຂ້າມຊາດ ແລະ ສະພາບການທີ່ພົ້ນເດັ່ນໃນພາກພື້ນທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ. ພ້ອມກັນນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບມຽນມາ.

ນອກຈາກນີ້, ກອງປະຊຸມໄດ້ສະແດງຄວາມຊົມເຊີຍ ສປປ ລາວ ໃນນາມປະທານອາຊຽນ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນ ສືບຕໍ່ຍຶດໝັ້ນຄວາມໝາຍໝັ້ນລວມຂອງອາຊຽນໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ. ໃນນີ້, ກອງປະຊຸມໄດ້ຮັບຮອງເອົາເອກະສານການທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ.

 

ນໍາສະເໜີໂດຍ ດາວຫວຽດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ