ລັດຖະມົນຕີຕ່າງປະເທດອາຊຽນ ຮັບຮອງ 3 ເອກະສານ ສືບຕໍ່ສະເໜີຜູ້ນໍາອາຊຽນພິຈາລະນາເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມປະທານອາຊຽນ ປີ 2024, ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍ ແລັດສະເຕ ແລະ ບັນດາຜູ້ແທນເຂົ້າຮ່ວມ.
ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການຈັດຕັ້ງປະຕິບັດ 9 ບູລິມະສິດສຳລັບການເປັນປະທານອາຊຽນຂອງ ສປປ ລາວ ແນໃສ່ສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນ ເພື່ອໃຫ້ອາຊຽນສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆ ແລະ ນຳໃຊ້ກາລະໂອກາດ ເພື່ອນໍາຜົນປະໂຫຍດມາສູ່ປະຊາຊົນອາຊຽນ ໃນທ່າມກາງສະພາບພູມສາດ-ການເມືອງ ແລະ ພູມສາດ–ເສດຖະກິດທີ່ພວມຜັນແປຢ່າງສະຫຼັບຊັບຊ້ອນ. ກອງປະຊຸມໄດ້ຍິນດີຕໍ່ຄວາມຄືບໜ້າຂອງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ແລະ ຊຸກຍູ້ໃຫ້ໜ່ວຍງານກ່ຽວຂ້ອງສຳເລັດການສ້າງບັນດາແຜນຍຸດທະສາດດັ່ງກ່າວໃຫ້ສຳເລັດ ແລະ ສາມາດຮັບຮອງເອົາ ພ້ອມກັບວິໄສທັດປະຊາຄົມອາຊຽນ 2045 ໃນປີໜ້າພາຍໃຕ້ການເປັນປະທານຂອງມາເລເຊຍ.
ກອງປະຊຸມຍັງໄດ້ປຶກສາຫາລື ແລະ ພິຈາລະນາກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ໂດຍບັນດາປະເທດນອກພາກພື້ນ. ໃນນີ້, ກອງປະຊຸມເຫັນດີຕໍ່ການສະໝັກເຂົ້າເປັນພາຄີ TAC ຂອງຮົງກາລີ ແລະ ໄດ້ມອບໃຫ້ກອງເລຂາອາຊຽນດໍາເນີນການປະເມີນການສະໜັກເຂົ້າເປັນພາຄີ TAC ຂອງໂປໂລຍ, ຮູມານີ ແລະ ອູຣູກວາຍ. ກອງປະຊຸມໄດ້ສະແດງຄວາມຍິນດີທີ່ ລຸກຊໍາບວກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິສັນຍາດັ່ງກ່າວໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ແລະ ຫວັງວ່າ ອານເຊຣີ, ແຟງລັງ, ແອັດສະປາຍ, ເມັກຊິກ ແລະ ຮົງກາລີ ຈະເຂົ້າເປັນພາຄີ TAC ໃນເວລາອັນໃກ້ນີ້.
ຂະນະດຽວກັນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ. ໃນນີ້, ກອງປະຊຸມໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປໄປ. ພ້ອມກັນນີ້, ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ການາດາ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນການຈັດກອງປະຊຸມສຸດຍອດພິເສດອາຊຽນ-ການາດາ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ.
ຫຼັງຈາກນັ້ນ, ກອງປະຊຸມໄດ້ຮັບຮອງ 3 ເອກະສານ ເພື່ອສືບຕໍ່ສະເໜີໃຫ້ຜູ້ນໍາອາຊຽນພິຈາລະນາເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຄື: ຖະແຫຼງການຜູ້ນຳອາຊຽນ ກ່ຽວກັບການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045; ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໃນໂຄງສ້າງພາກພື້ນທີ່ມີອາຊຽນເປັນແກນກາງ ແລະ ມີຄວາມກຽມພ້ອມສຳລັບອະນາຄົດ ແລະ ເອກະສານທົບທວນ ແລະ ຄຳຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ.
ຂໍ້ມູນ-ຮູບພາບໂດຍ: ສູນຂ່າວກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45
ນຳສະເໜີໂດຍ: ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ