ສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 28 ປະຕິບັດແຜນແມ່ບົດເສົາຄໍ້າ 2025 ສຳເລັດແລ້ວ 99,6%

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 28 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້້າວັນທີ 8 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມປະທານອາຊຽນ, ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍ ແລັດສະເຕ ແລະ ບັນດາຜູ້ແທນເຂົ້າຮ່ວມ.
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 28 ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດເສົາຄໍ້າການເມືອງ-ຄວາມໝັ້ນຄົງອາຊຽນ 2025 ຊຶ່ງມາຮອດປັດຈຸບັນ ໄດ້ສຳເລັດແລ້ວ 99,6% ແລະ ຍັງເຫຼືອພຽງບາງກິດຈະກຳທີ່ອາຊຽນຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນປີ 2025.
ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຊາບການຈັດຕັ້ງປະຕິບັດບັນດາໜ້າວຽກຂອງຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ສຳລັບປີ 2024 ທີ່ ສປປ ລາວ ເປັນປະທານ ເປັນຕົ້ນແມ່ນ ບັນດາຜົນ ແລະ ກິດຈະກຳຕ່າງໆຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM); ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກສາມ (ADMM Plus); ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ (AMMTC); ເວທີພາກພື້ນອາຊຽນ (ARF) ແລະ ກອງປະຊຸມໜ່ວຍງານຄຸ້ມຄອງພະລັງງານປະລຳມະນູຂອງອາຊຽນ (ASEANTOM); ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (AICHR) ແລະ ບັນດາກົນໄກອື່ນໆຂອງເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ. ພ້ອມກັນນີ້, ກອງປະຊຸມໄດ້ຮັບຊາບບົດລາຍງານປະຈຳ 2023 ຂອງສະຖາບັນເພື່ອສັນຕິພາບ ແລະ ຄວາມປອງດອງອາຊຽນ (ASEAN-IPR).
ຂໍ້ມູນ-ຮູບພາບໂດຍ: ສູນຂ່າວກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45
ນຳສະເໜີໂດຍ: ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ















