ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2026-2027 – ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, – ພີ່ນ້ອງປວງຊົນລາວທັງຊາດ ທີ່ນັບຖື ແລະ ຮັກແພງ. ມື້ນີ້ ເປັນອີກວັນໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູ-ອາຈານ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ຢູ່ໃນບັນຍາກາດກຽມຈິດໃຈ ເພື່ອເຂົ້າຮຽນ ໃນສົກຮຽນໃໝ່ 2026-2027. ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ໃນນາມຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ, ຂ້າພະເຈົ້າ ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ […]