Skip to main content

ຄະນະຜູ້ແທນ ສສກ ເຂົ້າຮ່ວມສຳມະນາຍຸດທະສາດການຄຸ້ມຄອງແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້ ທີ່ອິນໂດເນເຊຍ

08/09/2026
ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ນຳພາໂດຍ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ທ່ານ ປອ ພອນສະຫວັນ ລັດດາວົງ ຫົວໜ້າພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ແລະ ທ່ານ ກິດຕິພອນ ເທື່ອມບຸນມີ ວິຊາການພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ຍຸດທະສາດການຄຸ້ມຄອງ ແລະ ຈັດການແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້ (Focus Group on Strategizing the End-Of-Life Management of Radioactive Sources East Asia Regional)” ທີ່ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 31 ສິງຫາ ຫາ 03 ກັນຍາ 2026.
ກອງປະຊຸມສຳມະຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ ແລະ ປະສົບການລະຫວ່າງບັນດາປະເທດສະມາຊິກອາຊຽນ ພ້ອມດ້ວຍປະເທດໃນພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ສະຫະລັດອາເມຣິກາ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ສີລັງກາ ກ່ຽວກັບວຽກງານການຄຸ້ມຄອງ ແລະ ຈັດການກັບແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້ ລວມເຖິງການນຳໃຊ້ຄືນໃໝ່ (Recycling), ການເກັບມ້ຽນແບບຊົ່ວຄາວ ແລະ ຖາວອນ ເພື່ອຮັບປະກັນຄວາມປອດໄພ ແລະ ໃຫ້ຖືກຕ້ອງຕາມມາດຕະຖານ ແລະ ລະບຽບການສາກົນ. ນອກຈາກນັ້ນ, ໃນວາລະດຽວກັນ ຄະນະຜູ້ແທນຍັງໄດ້ເຂົ້າພົບປະ ແລະ ລາຍງານຜົນການເຂົ້າຮ່ວມກອງປະຊຸມ ຕໍ່ ທ່ານ ຄຳເຟືອງ ພັນທະໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດອິນໂດເນເຊຍ ອີກດ້ວຍ.
ໂອກາດນີ້, ທ່ານ ສຸກສະຫວາດ ສີຫາປັນຍາ ກໍໄດ້ລາຍງານສະພາບລວມຂອງການເຂົ້າຮ່ວມກອງປະຊຸມ ພ້ອມທັງສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ຂອງ ສປປ ລາວ ໂດຍສະເພາະແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ: ລະບຽບການຄຸ້ມຄອງແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້, ສິ່ງເສດເຫຼືອຈາກລັງສີ ແລະ ການຈັດຫາກຸ່ມສະຖານທີ່ເກັບມ້ຽນທີ່ເໝາະສົມ.
ໂອກາດດຽວກັນ, ທ່ານ ຄຳເຟືອງ ພັນທະໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຜູ້ແທນກົມຄຸ້ມຄອງວິທະຍາສາດ ທີ່ໄດ້ຕັ້ງໜ້າເຄື່ອນໄຫວວຽກງານຕ່າງປະເທດ ແລະ ເຫັນດີເປັນເອກະພາບວ່າ ວຽກງານດັ່ງກ່າວ ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງສຳລັບ ສປປ ລາວ ໃນການພັດທະນາລະບົບຄຸ້ມຄອງໃຫ້ມີຄວາມປອດໄພສູງ ພ້ອມທັງຫວັງເປັນຢ່າງຍິ່ງວ່າ ວຽກງານນີ້ຈະສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ພາບ-ຂໍ້ມູນ: ກົມຄຸ້ມຄອງວິທະຍາສາດ ສສກ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ