ເປີດສາກແລ້ວ ການແຂ່ງຂັນຢູໂດ ຊີງແຊັມທົ່ວປະເທດ ຄັ້ງທີ 13 ມີນັກກິລາ 100 ກວ່າຄົນ ຈາກ 13 ສະໂມສອນເຂົ້າຮ່ວມຊີງໄຊ

ການແຂ່ງຂັນຢູໂດ ຊີງແຊັມທົ່ວປະເທດ ຄັ້ງທີ 13 ໄດ້ເປີດສາກຂຶ້ນຢ່າງເປັນທາງການ ໃນວັນທີ 26 ຕຸລາ 2024 ທີ່ສູນກິລາໃນຮົ່ມບູໂດເຊັນເຕີ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕມຸ (Koizumi Tsutomu) ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ເຂັມຊາດ ພິລາພັນເດດ ປະທານສະຫະພັນກິລາຢູໂດແຫ່ງຊາດລາວ, ທັງເປັນຮອງປະທານສະຫະພັນກິລາຢູໂດອາຊຽນ, ພ້ອມດ້ວຍບັນດາຄະນະນຳຈາກກົມ ແລະ ສະຖາບັນທີ່ກ່ຽວຂ້ອງຈາກກະຊວງສຶກສາທິການ ແລະ ກິລາ, ຫ້ອງການ JICA ປະຈໍາລາວ, ຕາງໜ້າບໍລິສັດຜູ້ໃຫ້ການສະໜັບສະໜູນການແຂ່ງຂັນ, ຄະນະນໍາ, ຄູຝຶກ ແລະ ນັກກິລາຈາກທຸກສ່ວນ.
ໃນພິທີ, ທ່ານ ຄຳບໍ່ ສີປະເສີດ ຮອງປະທານ-ເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ ກ່າວລາຍງານວ່າ:ການຈັດການແຂ່ງຂັນຄັ້ງນີ້ ເພື່ອເປັນການທົດສອບນັກກິລາ, ຄັດເລືອກ ແລະ ເຟັ້ນຫານັກກິລາຜູ້ທີ່ຈະກ້າວເປັນນັກກິລາທີມຊາດໃນອະນາຄົດ, ໃຫ້ນັກກິລາໄດ້ມີກິດຈະກໍາການແຂ່ງຂັນເປັນປະຈໍາທຸກໆປີ, ພ້ອມທັງເຜີຍແຜ່ການນໍາໃຊ້ເຕັກນິກ, ຍຸດທະວິທີ ແລະ ລະບຽບກະຕິກາໃໝ່ໆຕາມລະບຽບ ແລະ ກາຕິກາຂອງສາກົນ ເພື່ອກະກຽມສໍາລັບການເຂົ້າຮ່ວມແຂ່ງຂັນໃນລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນແນໃສ່ການພັດທະນານັກກິລາຢູໂດ ໃນການກະກຽມເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາຊີເກມ ຄັ້ງທີ 33 ປີ 2025 ທີ່ປະເທດໄທ ເປັນເຈົ້າພາບ ແລະ ລາຍການອື່ນໆຕາມການເຊື້ອເຊີນ, ທັງເປັນການຮັດແໜ້ນຄວາມສາມັກຄີກັບປະເທດໃກ້ຄຽງໃນການຍົກລະດັບນັກກິລາຢູໂດລາວກ້າວຂຶ້ນທຽບເທົ່າສາກົນ.
ການແຂ່ງຂັນຄັ້ງນີ້, ແມ່ນຈະດໍາເນີນໄປເປັນເວລາ 2 ວັນ ໃນລະຫວ່າງວັນທີ 26-27 ຕຸລາ 2024 ສູນກິລາໃນຮົ່ມບູໂດເຊັນເຕີ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍມີສະໂມສອນເຂົ້າຮ່ວມທັງໝົດ 13 ສະໂມສອນ. ໃນນີ້, ມີສະໂມສອນຈາກປະເທດເພື່ອນບ້ານ (ໄທ) 8 ສະໂມສອນ, ມີນັກກິລາທັງໝົດ 141 ຄົນ, ເປັນຍິງ 47 ຄົນ ແລະ ແບ່ງເປັນຮຸ່ນອາຍຸ ແລະ ຮຸ່ນນໍ້າໜັກ ຄື: ປະເພດອານຸຊົນ ອາຍຸ 8-12 ປີ ມີ ຊາຍ 6 ຮຸ່ນນໍ້າໜັກ, ຍິງ 6 ຮຸ່ນນໍ້າໜັກ; ປະເພດເຍົາວະຊົນ ອາຍຸ 13-14 ປີ ມີ ຊາຍ 6 ຮຸ່ນນໍ້າໜັກ, ຍິງ 6 ຮຸ່ນນໍ້າໜັກ; ປະເພດເຍົາວະຊົນ ອາຍຸ 15-18 ປີ ມີ ຊາຍ 7 ຮຸ່ນນໍ້າໜັກ, ຍິງ 7 ຮຸ່ນນໍ້າໜັກ; ປະເພດທົ່ວໄປ ອາຍຸ 19 ປີຂຶ້ນໄປ ມີ ຊາຍ 7 ຮຸ່ນນໍ້າໜັກ, ຍິງ 7 ຮຸ່ນນໍ້າໜັກ; ປະເພດທີມ ອາຍຸ 15 ປີຂຶ້ນໄປ ມີ ຊາຍ 3 ຮຸ່ນນໍ້າໜັກ, ຍິງ 2 ຮຸ່ນນໍ້າໜັກ ແລະ ປະເພດກະຕະ ມີ 2 ລາຍການ (ກະຕະຊາຍ ແລະ ກະຕະຍິງ) ຊຶ່ງຈະຊີງໄຊກັນທັງໝົດ 46 ຫຼຽນຄໍາ ແລະ ມີຂັນລາງວັນ 10 ຂັນ.
ໂອກາດດັ່ງກ່າວ, ທ່ານ ເຂັມຊາດ ພິລາພັນເດດ ໄດ້ກ່າວວ່າ: ໃນການແຂ່ງຂັນຄັ້ງນີ້, ນອກຈາກຈະມີບັນດາສະໂມສອນພາຍໃນປະເທດແລ້ວ, ພວກເຮົາຍັງໄດ້ຮັບກຽດຈາກບັນດາສະໂມສອນຂອງປະເທດເພື່ອນບ້ານ (ປະເທດໄທ) ເຂົ້າຮ່ວມການແຂ່ງຂັນ ເພື່ອເສີມຂະຫຍາຍມິດຕະພາບ, ຮັດແໜ້ນຄວາມສາມັກຄີ ແລະ ຮ່ວມກັນ ເພື່ອສະເຫຼີມສະຫຼອງວັນກິລາຢູໂດໂລກ ໃນວັນທີ 28 ຕຸລາ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນ ແລະ ຮ່ວມກັນເຜີຍແຜ່ສິລະປະປ້ອງກັນໂຕແບບຍີ່ປຸ່ນ ນັ້ນກໍຄືກິລາຢູໂດໃຫ້ເປັນທີ່ສົນໃຈຂອງມວນຊົນທົ່ວໄປໃນ ສປປ ລາວ.
ສໍາຄັນໃນປີນີ້, ທາງສະຫະພັນກິລາຢູໂດແຫ່ງຊາດລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນຖານະທີ່ສະຫະພັນ ໄດ້ມີການຮ່ວມມືທີ່ດີໃນການພັດທະນາ, ເຜີຍແຜ່ ແລະ ສົ່ງເສີມສິລະປະປ້ອງກັນໂຕແບບຍີ່ປຸ່ນ ໂດຍສະເພາະກິລາຢູໂດມາຢ່າງຕໍ່ເນື່ອງເປັນເວລາຍາວນານ ຊຶ່ງການປະກອບສ່ວນນີ້ ຖືໄດ້ວ່າເປັນສ່ວນໜຶ່ງໃນການສ້າງສາຍສໍາພັນທີ່ດີ ລະຫວ່າງລັດຖະບານຍີ່ປຸ່ນ ແລະ ສປປ ລາວ ດ້ວຍດີຕະຫຼອດມາ. ຫຼັງຈາກນັ້ນ, ທ່ານປະທານສະຫະພັນກິລາຢູໂດແຫ່ງຊາດລາວ ໄດ້ເປີດການແຂ່ງຂັນກິລາຢູໂດຊີງແຊັມທົ່ວປະເທດ ຄັ້ງທີ 13 ປະຈໍາປີ 2024 ຢ່າງເປັນທາງການ.
ໂດຍ ດາວຫວຽດ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
