ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
ໃນຕອນເຊົ້າຂອງວັນທີ 7 ກັນຍາ 2026, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມ ສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ໂດຍການໃຫ້ເກຽດເປັນປະທານຮ່ວມຂອງ ທ່ານ ປອ ວົງເພັດ ອຸດົມລິດ, ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ໄມໂຄ (Michael), ເລຂາເອກ ສະຖານທູດ ອົດສະຕຣາລີ ປະຈຳ ລາວ ພ້ອມດ້ວຍຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ, ວິທະຍາໄລຄູ, ສະຖານທູດອົດສະຕຣາລີ ປະຈຳ ລາວ, ທີມງານແຜນງານບີຄວາ, ອົງການ ACER ແລະ...








