ອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ປຶກສາຫາລື ແລະ ວາງແຜນວຽກ ກຽມງານກິລາມະຫາວິທະຍາໄລລາວ ຄັ້ງທີ II
ອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ຊຶ່ງເປັນໜຶ່ງໃນ 6 ອະນຸກຳມະການໃຫຍ່ ຂອງກອງເລຂາງານມະຫະກຳກິລາ ມະຫະວິທະຍາໄລລາວ ຄັ້ງທີ II (ກມລ 2) ໄດ້ເປີດກອງປະຊຸມຄັ້ງທຳອິດ ເພື່ອປຶກສາຫາລື ແລະ ວາງແຜນວຽກ ເພື່ອຮອງຮັບງານກິລາມະຫາວິທະຍາໄລລາວ ຄັ້ງທີ II ທີ່ຈະໄຂຂຶ້ນໃນລະຫວ່າງ ວັນທີ 5-14 ພຶດສະພານີ້.
ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 2 ເມສາ 2024 ທີ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຟືອງ ລໍວັນໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະ ພະນັກງານ ມະຫາວິທະຍາໄລແຫ່ງຊາດ ທັງເປັນຫົວໜ້າອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ກມລ 2, ມີທ່ານ ສຸກສາຄອນ ສີປະເສີດ...








