ນະຄອນຫຼວງວຽງຈັນ ສ້າງຜົນງານເດັ່ນ ຄວ້າ 10 ຫຼຽນຄຳ ລອຍນໍ້າ ຊີງແຊ໋ມນານາຊາດ ທີ່ປະເທດໄທ
ຄະນະນັກກິລາລອຍນໍ້າ ສະຫະພັນລອຍນໍ້າ ນະຄອນຫຼວງວຽງຈັນ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດ 10 ຫຼຽນຄຳ, 18 ຫຼຽນເງິນ ແລະ 24 ຫຼຽນທອງ ໃນການແຂ່ງຂັນລອຍນ້ຳຊີງແຊ໋ມນານາຊາດ ລາຍການ AOSI Swimming Championship Bangkok 2026 ຈັດຂຶ້ນ ລະຫວ່າງວັນທີ 29-30 ສິງຫາ 2026 ທີ່ນະຄອນຫຼວງບາງກອກ ປະເທດໄທ ເຊິ່ງລາຍການດັ່ງກ່າວ ມີນັກກິລາລອຍນ້ຳເຂົ້າຮ່ວມຫຼາຍກວ່າ 820 ຄົນ ຈາກ 16 ປະເທດ.
ອີງຕາມການລາຍງານຂໍ້ມູນຈາກສະຫະພັນລອຍນໍ້າ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນສິງຫາ ຜ່ານມາ ໄດ້ສົ່ງນັກກິລາການເຂົ້າຮ່ວມແຂ່ງຂັນລອຍນ້ຳ ຊີງແຊ໋ມນານຊາດ ລາຍການ AOSI Swimming...






