Skip to main content

“ປາງບຸນໃຫຍ່ຂອງສົກສຶກສາ 2026-2027” ໄຂຂຶ້ນດ້ວຍບັນຍາກາດຟົດຟື້ນ ແລະ ເອກະພາບກັນທົ່ວປະເທດ

ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຫວັງ, ຄວາມພາກພູມໃຈ ແລະ ຄວາມສະໝານສາມັກຄີ, ທົ່ວປະເທດລາວເຮົາ ໄດ້ພ້ອມກັນເປີດສັກກະຫຼາດສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ໃນວັນທີ 1 ກັນຍານີ້. ເຊິ່ງບັນຍາກາດຕາມໂຮງຮຽນແຫ່ງຕ່າງໆ ນັບແຕ່ຂັ້ນລ້ຽງເດັກ-ອະນຸບານ, ປະຖົມ, ມັດທະຍົມ ຕະຫຼອດຮອດສະຖາບັນການສຶກສາຕ່າງໆ ທັງພາກລັດ ແລະ ເອກະຊົນ ໄດ້ດຳເນີນໄປຢ່າງຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມເອກະພາບກັນທົ່ວປະເທດ.ນັບແຕ່ເຊົ້າຕັ້ງແຕ່ຕາເວັນຍັງບໍ່ທັນຂຶ້ນພົ້ນຂອບຟ້າ, ຕາມເສັ້ນທາງສາຍຕ່າງໆ ໃນຕົວເມືອງໃຫຍ່ ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ໄດ້ເຕັມໄປດ້ວຍຄວາມຄຶກຄື້ນ. ພາບຂອງພໍ່ແມ່ຜູ້ປົກຄອງທີ່ພາລູກຫຼານຂີ່ລົດໄປສົ່ງລູກຫຼານຢູ່ໜ້າໂຮງຮຽນ,...

Continue reading

ສ່ວຍສາອາກອນ ນວ ຄອງແຊ໋ມເຕະບານ ມິດຕະພາບ ສະຫຼອງວັນສໍາຄັນຕ່າງຂອງຊາດ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ຫຼື ນວ ຈັດກິດຈະກຳການແຂ່ງຂັນກິລາເຕະບານ ມິດຕະພາບ ສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ຂອງພັກ ຂຶ້ນໃນວັນທີ 29 ສິງຫາ 2026 ທີ່ເດີ່ນບານເຕະຫຍ້າທຽມ ເບ ສະຫວັນ ບ້ານຄໍາສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ, ທ່ານ ທະນົງໄຊ ຄຸດໄພທູນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາສະຫາຍຄະນະພັກ, ຄະນະນໍາຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ຕາງໜ້າບໍລິສັດ ເບຍລາວ ຈໍາກັດ, ວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດແວລາວ, ສ່ວນອາກອນ ປະຈຳ ນວ ແລະ ບັນດານັກກິລາ ຕະຫຼອດຮອດພະນັກງານວິຊາການ...

Continue reading

ຟັນດາບລາວ ຄວ້າແຊ໋ມ ກ່ອນລຸຍ ເອຊຽນ ເກມ ທີ່ຍີ່ປຸ່ນ

“ທ້າວ ໄຊຊະນະ ກ່ອງຕິນ ໄຊຊະນະ ຈ໋ອບຟອຍ”, ນັກກິລາຟັນດາບທີມຊາດລາວ, ຄວ້າແຊ້ມການແຂ່ງຂັນຟັນດາບປະເພດທີມ ໃນລາຍການ “BUCS FENCING SK Telecom One Series Nine Cities Grand Prix 2026” ຊຶ່ງຈັດຂຶ້ນ ທີ່ເມຶອງ ອິນຊອນ, ປະເທດ ສາທາລະນະລັດ ເກົາຫລີ ໃນເດືອນພຶດສະພາ 2026 ທີ່ຜ່ານມາ. ອີງຕາມຂໍ້ມູນຈາກທ່ານ ລິຄິດ ອິນທະວົງ, ເລຂາທິການສະຫະພັນຟັນດາບແຫ່ງຊາດລາວ, ໃຫ້ຮູ້ວ່າ ສະຫະພັນໄດ້ສົ່ງນັກກິລາຟັນດາບທີມຊາດໜຶ່ງດຽວຂອງລາວ ເຂົ້າຮ່ວມການແຂ່ງຂັນຟັນດາບຊີງແຊ໋ມ “BUCS FENCING SK Telecom One Series Nine Cities Grand Prix 2026”...

Continue reading

ແລັບດອກ ຄອງແຊ໋ມດອກປີກໄກ່ ເບຍລາວ ແຊ໋ມປ້ຽນຊິບ 4 ສະໄໝ ຕິດຕໍ່ກັນຢ່າງຍິ່ງໃຫຍ່

ສະໂມສອນ ດອກປີກໄກ່ ແລັບດອກ ຍັງຮັກສາມູນເຊື້ອໃນການຄອງເບີ 1 ໃນວົງການກິລາດອກປີກໄກ່ລາວ ກວາດ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 11 ຫຼຽນທອງ ຄວ້າແຊ໋ມດອກປີກໄກ່ ລາຍການ ເບຍລາວ ແຊ໋ມປ້ຽນຊິບ 2026 ຫຼື “The XXV BeerLao Badminton Championship 2026” 4 ສະໄໝ ຕິດຕໍ່ກັນຢ່າງຍິ່ງໃຫຍ່. ພິທີປິດການແຂ່ງຂັນກິລາດອກປີກໄກ່ ຊີງແຊ໋ມທົ່ວປະເທດ ຄັ້ງທີ 25 ຫຼື “The XXV BeerLao Badminton Championship 2026” ຈັດຂຶ້ນ ໃນວັນທີ 30 ສິງຫາ 2026 ທີ່ສະໂມສອນກິລາໃນຮົ່ມ ດອກປີກໄກ່ ມິດຕະພາບລາວ-ໄທ ບຶງຂະຫຍອງ ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ...

Continue reading

ນວ ໄຂສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ພ້ອມເນັ້ນຍົກສູງຄຸນນະພາບການສຶກສາ ແລະ ຫັນເປັນດິຈິຕອນ

ໃນວັນທີ 31 ສິງຫາ 2026 ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນ (ມສ) ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີກຳມະການປະຈຳພັກ ນະຄອນຫຼວງວຽງຈັນ, ຄະນະພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ສະພາປະຊາຊົນ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງ, ປະທານ-ຮອງປະທານ ຄະນະກຳມະການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ຜູ້ບໍລິຫານການສຶກສາ ພາກລັດ-ເອກະຊົນ, ຄູ-ອາຈານ...

Continue reading

ລັດຖະບານຈີນ ມອບທຶນຊ່ວຍເຫຼືອ 100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ

ໃນວັນທີ 31 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 100 ລ້ານກວ່າຢວນ ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ເຊິ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ. ໃນພິທີ, ໃຫ້ກຽດເຂົ້າຮ່ວມເປັນປະທານຝ່າຍລາວ ໂດຍ ທ່ານ ປອ...

Continue reading

ກວດສຸຂະພາບ, ສະມັດຕະພາບຮ່າງກາຍ, ແນະນຳກ່ຽວກັບຈິດຕະວິທະຍາການກິລາ ແລະ ໂພຊະນາການ ໃຫ້ແກ່ນັກກິລາທີມຊາດລາວ ກຽມລຸຍ ເອຊຽນ ເກມ!

ເມື່ອວັນທີ 27 ສິງຫາ 2026 ທີ່ຜ່ານມາ, ສະຖາບັນກິລາ-ກາຍຍະກຳ ຮ່ວມກັບ ກົມກິລາລະດັບສູງ ໄດ້ຈັດຕັ້ງການກວດສຸຂະພາບ, ສະມັດຕະພາບຮ່າງກາຍ, ແນະນຳກ່ຽວກັບຈິດຕະວິທະຍາການກິລາ ແລະ ໂພຊະນາການ ໃຫ້ແກ່ນັກກິລາທີມຊາດລາວ ທີ່ກຳລັງເກັບຕົວຝຶກຊ້ອມ ເພື່ອກະກຽມເຂົ້າຮ່ວມແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງໄອຈິ-ນາໂກຢາ ປະເທດຍີ່ປຸ່ນ ປີ 2026. ການກວດສຸຂະພາບຄັ້ງນີ້ ເປັນຮອບທີ 2 ແລ້ວ ໂດຍມີຈຸດປະສົງ ເພື່ອເປັນການທົດສອບ ແລະ ປະເມີນ ກ່ຽວກັບ ສຸຂະພາບ, ສະມັດຕະພາບຮ່າງກາຍ, ສະມັດຕະພາບທາງຈິດໃຈ ແລະ ແນະນຳກ່ຽວກັບໂພຊະການອາຫານ ໃຫ້ແກ່ນັກກິລາທີມຊາດລາວ ເພື່ອນຳເອົາຜົນການທົດສອບແຕ່ລະດ້ານມາປະເມີນຫາຈຸດແຂງ, ຈຸດອ່ອນ ແລະ ຫາວິທີປັບປຸງແກ້ໄຂ...

Continue reading

ແຂວງບໍ່ແກ້ວ ມີຄວາມພ້ອມ ຮ້ອຍສ່ວນຮ້ອຍ ໄຂສົກຮຽນໃໝ່ 2026-2027 ພ້ອມເນັ້ນໃສ່ຈັດສັນຄູ, ສະໜອງອຸປະກອນ ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນ ນໍາພາລູກຫຼານຂອງຕົນມາເຂົ້າໂຮງຮຽນໃຫ້ຄົບ

ແຂວງບໍ່ແກ້ວ ມີຄວາມພ້ອມແລ້ວທີ່ຈະໄຂສົກຮຽນໃໝ່ ສົກຮຽນ 2026-2027 ເອກະພາບທົ່ວແຂວງ ແລະ ທົ່ວປະເທດ ໃນວັນທີ 1 ກັນຍານີ້ ໂດຍເນັ້ນໃສ່ ການຈັດສັນຄູ, ສະໜອງອຸປະກອນການຮຽນ-ການສອນ ໃຫ້ທົ່ວເຖິງ ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນ ພາລູກຫຼານຂອງຕົນມາເຂົ້າຮຽນ ເພື່ອເຮັດໃຫ້ຄຸນນະພາບການສຶກສາ ດີຂຶ້ນ. ໃນໂອກາດກະກຽມໄຂສົກຮຽນໃໝ່ 2026-2027 ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້, ທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ຕາງໜ້າໃຫ້ຄະນະນໍາຂະແໜງການສຶກສາ-ກິລາ ທົ່ວແຂວງ ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອລາຍງານເຖິງສະພາບການກະກຽມຄວາມພ້ອມ ໃນການໄຂສົກຮຽນໃໝ່ ສົກຮຽນ 2026-2027 ສໍາລັບສາຍສາມັນສຶກສາ ທົ່ວແຂວງບໍ່ແກ້ວ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ:...

Continue reading