Skip to main content

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ພັດທະນາຊຸດອຸປະກອນຊ່ວຍເຫຼືອຄູ ສຳລັບ ການຮຽນການສອນ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ໃນການສຶກສາຊັ້ນປະຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມເປັນເວລາ 3 ວັນ, ວັນທີ 13 ຫາ 15 ພຶດສະພາ 2026 ເພື່ອພັດທະນາຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 15 ຫົວຂໍ້ການປ່ຽນແປງດິນຟ້າອາກາດ. ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກກົມສ້າງຄູ, ທີມງານຫຼັກດ້ານການພັດທະນາແຫຼ່ງການຮຽນຮູ້ ຈາກວິທະຍາໄລຄູຄັງໄຂ ແລະ ທີມງານແຜນງານບີຄວາ ໄດ້ຮ່ວມປະຊຸມເພື່ອທົບທວນເນື້ອໃນບົດຮຽນ, ປັບປຸງກິດຈະກຳຕົວຢ່າງ ແລະ ຫັນປ່ຽນການວາງແຜນຫຼັກສູດທີ່ໄດ້ພັດທະນາຜ່ານມາ ແລະ...

Continue reading

ສື່ການຮຽນການສອນຝຶກເວົ້າພາສາລາວ ໄດ້ຊ່ວຍໃຫ້ນັກຮຽນ ໄດ້ຮຽນຮູ້ ແລະ ມີສ່ວນຮ່ວມໃນການຮຽນໃນຫ້ອງຮຽນຫຼາຍຂຶ້ນ

ຄະນະຜູ້ແທນນຳໂດຍ ທ່ານ ປອ. ວົງເພັດ ອຸດົມລິດ, ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ທ່ານ ໄມໂຄ ຄາຣີ, ເລຂາເອກສະຖານທູດອົດສະຕຣາລີ, ໄດ້ຢ້ຽມຢາມແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 27 ຫາ 29 ເມສາ 2026 ເພື່ອຮັບຮູ້ກ່ຽວກັບການຈັດຕັ້ງປະຕິບັດສື່ການຮຽນການສອນຝຶກເວົ້າພາສາລາວ ຂັ້ນ ປ.1, ການຢ້ຽມຢາມດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ຊ່ວຍໃຫ້ຄູອາຈານຈັດຕັ້ງປະຕິບັດການສອນບົດຮຽນຝຶກເວົ້າພາສາລາວ ແລະ ໃຫ້ການຊ່ວຍເຫຼືອນັກຮຽນທີ່ເວົ້າພາສາເຜົ່າທີ່ບໍ່ແມ່ນພາສາລາວຢູ່ເຮືອນ ໃຫ້ມີສ່ວນຮ່ວມ ແລະ ຮຽນຢູ່ໂຮງຮຽນໄດ້ຫຼາຍຂຶ້ນ. ຄະນະຜູ້ແທນປະກອບມີ...

Continue reading

ປອກຕຸຍການ ຟອມຝືດ ປະເດີມສະໜາມບານໂລກ 2026 ເຮັດໄດ້ພຽງສະເໝີ ຄອງໂກ 1-1

​​ການແຂ່ງຂັນຟຸດບານໂລກ 2026 ຮອບສຸດທ້າຍ ເປັນການລົງປະເດີມສະໜາມຂອງກຸ່ມ K ລະຫວ່າງ ທີມຊາດປອກຕຸຍການ (ໂປຕຸເກດ) ແລະ ທີມຊາດ ດີອາ ຄອງໂກ ໃນຄ່ຳຄືນວັນທີ 17 ມິຖຸນາ 2026 ເວລາ 00:00 ໂມງ ຕາມເວລາໃນສປປ ລາວເຮົາ ທີ່ສະໜາມ ເອັນອາຈີ ສະເຕດ້ຽມ (NRG Stadium) ເມືອງຮູດຕັນ, ລັດເທັກຊັດ, ສະຫະລັດອາເມຣິກາ. ​ເກມນີ້ເລີ່ມຕົ້ນຂຶ້ນມາເບິ່ງຄືວ່າ ປອກຕຸຍການ ຈະເປັນຝ່າຍຄອງເກມໄດ້ເໜືອກວ່າ ແລະ ອອກສະຕາດໄດ້ຢ່າງສວຍງາມ ເມື່ອ ເຈົາ ເນເວດ ກອງກາງດາວຮຸ່ງ ຈາກເປແອັດເຊ ທີມດັງແຫ່ງລີກເອີງຝຣັ່ງ ໄດ້ຈັງຫວະຂຶ້ນໂໝ່ງບານປ່ຽນທາງເຂົ້າປະຕູໄປຢ່າງເດັດຂາດ ພາທີມຂຶ້ນນຳ 1-0 ຕັ້ງແຕ່ 6...

Continue reading

“ແຮຣີ ເຄນ” ເໝົາສອງປະຕູ ພາ ອັງກິດ ໄລ່ຕ້ອນ ໂຄຣເອເຊຍ 4-2 ຄວ້າ 3 ແຕ້ມທຳອິດ ປະເດີມບານໂລກ 2026

​ແຮຣີ ເຄນ ລະເບີດຟອມເກັ່ງ ຍິງຄົນດຽວ 2 ປະຕູ ບວກກັບ ຈູດ ເບວລິງແຮມ ແລະ ມາກັດ ແຣດຟອດ ຊ່ວຍໃຫ້ທີມຊາດອັງກິດ ອັນດັບ 5 ຂອງໂລກ ປະເດີມສະໜາມໃນການແຂ່ງຂັນເຕະບານໂລກ 2026 ໄດ້ຢ່າງງົດງາມ ດ້ວຍການໄລ່ຕ້ອນເອົາຊະນະ ທີມຊາດໂຄຣເອເຊຍ ອັນດັບ 11 ຂອງໂລກ ໄປຢ່າງສຸດມ່ວນ 4-2 ປະຕູ ເກັບ 3 ຄະແນນທຳອິດ ໃນກຸ່ມ L ໄດ້ຕາມເປົ້າໝາຍ. ການແຂ່ງຂັນນັດນີ້ ມີຂຶ້ນໃນວັນທີ 17 ມິຖຸນາ 2026 ຕາມເວລາທ້ອງຖິ່ນ ຫຼື ກົງກັບຕອນເຊົ້າວັນທີ 18 ມິຖຸນາ 2026 ຕາມເວລາໃນ ສປປ ລາວ ທີ່ສະໜາມ ເມດໄລ ສະເຕດ້ຽມ (MetLife Stadium), ຣາເທີຟອດ, ລັດນິວເຈີຊີ,...

Continue reading

ກຽມເປີດແຂ່ງຂັນກິລາລົດຖີບ ຊີງແຊ໋ມປະເທດລາວ ປະຈໍາປີ 2026 ທ້າຍເດືອນມິຖຸນານີ້

ສະຫະພັນກິລາລົດຖີບແຫ່ງຊາດລາວ ຈະຈັດການແຂ່ງຂັນກິລາລົດຖີບ ທົ່ວປະເທດ ປະຈໍາປີ 2026 ຫຼື “Lao National Cycling Championships 2026” ເພື່ອເປັນການສົ່ງເສີມການພັດທະນາກິ ລາລົດຖີບລາວ ໃຫ້ມີລະດັບສູງຂຶ້ນ ທຽບເທົ່າກັບພາກພື້ນ ແລະ ສາກົນ ແນໃສ່ຈັດອັນດັບນັກກິລາລົດຖີບລາວ ໃນຂອບເຂດທົ່ວປະເທດ ຕາມມາດຖານຂອງສະຫະພັນລົດຖີບສາກົນ (UCI), ອີກດ້ານໜຶ່ງກໍເປັນການສ້າງໂອກາດໃຫ້ເຍົາວະຊົນລາວໃຫ້ນັບມື້ເຕີບໃຫຍ່ກວ້າງຂວາງຂຶ້ນເລື້ອຍໆ. ລາຍການນີ້, ສະຫະພັນລົດຖີບແຫ່ງຊາດລາວ ໂດຍການອະນຸຍາດ ແລະ ຮັບຮອງການແຂ່ງຂັນ ໂດຍສະຫະພັນລົດຖີບສາກົນ (UCI) ຈະໄດ້ຈັດການແຂ່ງຂັນກິລາລົດຖີບທົ່ວປະເທດ...

Continue reading

ສສກ ແລະ ອົດສະຕຣາລີ ເລີ່ມຖ່າຍທຳວິດີໂອພັດທະນາຄູຕອນໃໝ່ ເນັ້ນການຊ່ວຍເຫຼືອນັກຮຽນພິການໃຫ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຕົ້ນການຜະລິດວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29) ໃນລະຫວ່າງວັນທີ 8-12 ມິຖຸນາ 2026 ນີ້. ເຊິ່ງວິດີໂອຕອນໃໝ່ນີ້ ຈະເປັນສື່ການຮຽນ-ການສອນເສີມ ໃຫ້ແກ່ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ 14 (TSP 14) ສະບັບປັບປຸງໃໝ່ ພາຍໃຕ້ຫົວຂໍ້ “ການຊ່ວຍເຫຼືອນັກຮຽນພິການ”. ຫົວຂໍ້ດັ່ງກ່າວ ແມ່ນສອດຄ່ອງກັບຄວາມຕ້ອງການຕົວຈິງຂອງຄູປະຖົມສຶກສາ ເພື່ອຮຽນຮູ້ວິທີການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ...

Continue reading

ອັງກິດ ກຽມຫ້າມເດັກອາຍຸຕ່ຳກວ່າ 16 ປີ ນຳໃຊ້ໂຊຊຽວມີເດຍ ເພື່ອປົກປ້ອງເຍົາວະຊົນ

ຕາມສຳນັກຂ່າວ ເອເອັບພີ (AFP) ລາຍງານໃນວັນທີ 15 ມິຖຸນາ 2026 ໂດຍລະບຸວ່າ: ທ່ານ ເຄຍ ສະຕາເມີ (Keir Starmer) ນາຍົກລັດຖະມົນຕີ ແຫ່ງ ສະຫະລາຊະອານາຈັກ (ອັງກິດ) ໄດ້ປະກາດແຜນການຫ້າມເດັກນ້ອຍທີ່ມີອາຍຸຕ່ຳກວ່າ 16 ປີ ນຳໃຊ້ສື່ສັງຄົມອອນລາຍ (Social Media) ເຊິ່ງທ່ານໄດ້ຊີ້ແຈງວ່າ ແພຼດຟອມເຫຼົ່ານີ້ພວມເຮັດໃຫ້ເຍົາວະຊົນບໍ່ມີຄວາມສຸກ ທັງຍັງເປັນຊ່ອງທາງໃຫ້ພວກເຂົາເຂົ້າເຖິງເນື້ອຫາທີ່ເປັນອັນຕະລາຍ ແລະ ຖືກອອກແບບມາເພື່ອໃຫ້ເກີດການເບື່ອເມົາ ຫຼື ເສບຕິດການໃຊ້ງານ. ​ທ່ານ ສະຕາເມີ ຖະແຫຼງວ່າ ມາດຕະການດັ່ງກ່າວຈະກວມລວມເຖິງແພຼດຟອມຫຼັກ ເຊັ່ນ: Snapchat, TikTok, YouTube, Instagram, Facebook ແລະ X ແຕ່ຈະບໍ່ລວມເຖິງການບໍລິການສົ່ງຂໍ້ຄວາມສ່ວນຕົວ...

Continue reading

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຮ່ວມກັບ ສະຖານທູດອິນເດຍ ຈັດກິດຈະກຳຝຶກໂຢຄະ ເພື່ອສຸຂະພາບຜູ້ສູງອາຍຸ ປະຈຳປີ 2026

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຈັດກິດຈະກຳຝຶກໂຢຄະເພື່ອສຸຂະພາບຜູ້ສູງອາຍຸຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 17 ມິຖຸນາ 2026 ນີ້ ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ), ໂດຍການເປັນປະທານ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ມີທ່ານ ໂຣຫິດ ເບບບາ (Rohit Babbar) ເລຂາເອກ ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ, ວິທະຍາໄລ, ສູນ, 3 ອົງການຈັດຕັ້ງມະຫາຊົນ, ຄູ່ຮ່ວມງານ EMI, ຄະນະຄູຝຶກຈາກສະຖາບັນ The Art Of Living ຕະຫຼອດຮອດພະນັກງານ ແລະ...

Continue reading