ໂຮງຮຽນສາມັນພອນສະຫວັນແຫ່ງຊາດ ໄຂສົກຮຽນໃໝ່ 2026-2027 ພ້ອມຍ້ອງຍໍນັກຮຽນເກັ່ງລະດັບຊາດ ຢ່າງສົມກຽດ
ໂຮງຮຽນສາມັນພອນສະຫວັນແຫ່ງຊາດ ໄດ້ຈັດພິທີສະຫຼຸບຜົນສຳເລັດການຮຽນການສອນທີ່ພົ້ນເດັ່ນ ປະຈຳສົກຮຽນ 2025-2026 ພ້ອມພິທີໄຂສົກຮຽນໃໝ່ 2026-2027 ໃນວັນທີ 16 ກັນຍາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແກ້ວສິດທິພອນ ຈັນທະລາ ຜູ້ອໍານວຍການໂຮງຮຽນສາມັນພອນສະຫວັນແຫ່ງຊາດ, ມີຮອງຫົວໜ້າຫ້ອງການສຶກສາທິການ ເເລະ ກິລາເມືອງໄຊທານີ, ຄະນະອໍານວຍການໂຮງຮຽນ, ປະທານສະມາຄົມພໍ່ແມ່ນັກຮຽນ, ຄູອາຈານ ແລະ...








