ປະດັບທຽບຊັ້ນໃຫ້ນາຍທະຫານ ລັດຖະກອນປ້ອງກັນຊາດ (ຄູອາສາ) ທີ່ຮຽນຈົບສາຍລັດ
ໃນຕອນບ່າຍຂອງວັນທີ 28 ມັງກອນ 2026 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດພິທີປະດັບທຽບຊັ້ນໃຫ້ນາຍທະຫານ ລັດຖະກອນປ້ອງກັນຊາດ (ຄູອາສາ) ທີ່ຮຽນຈົບສາຍລັດ, ໂດຍການເປັນປະທານຂອງ ສະຫາຍ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກເເຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຈໍາປາສັກ, ມີ ສະຫາຍ ພົຈວ ວິລະຕູ່ ວໍລະຈິດ ຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີພະແນກສຶກສາທິການ ແລະ ກິລາ ແຂວງຈໍາປາສັກ, ຄະນະພັກ-ຄະນະບັນຊາ 5 ຫ້ອງກອງບັນຊາການ, ຕາງໜ້າຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງ 9 ຕົວເມືອງ 1 ນະຄອນ, ພ້ອມດ້ວຍ ຄະນະຮັບຜິດ ຊອບ ແລະ ບັນດາຄູອາສາສະໝັກ...








