Skip to main content

ເປີດຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ III ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງກະຊວງສຶກສາທິການ ແລະ ກິລາ

28/01/2026
ຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເປີດຮຽນທິດສະດີການເມືອງ ຂັ້ນຕົ້ນ (ລະບົບ 3 ເດືອນ) ຊຸດທີ III ໃຫ້ແກ່ສະມາຊິກພັກ-ພະນັກັງານຫຼັກແຫຼ່ງຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 28 ມັງກອນ 2026 ທີ່ສະຖາບັນພັດທະນາບໍລິຫານການສຶກສາ (ຫຼັກ8), ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ພ້ອມດ້ວຍບັນດາເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ແຂກຖືກເຊີນ ແລະ ບັນດາສຳມະນາກອນ ທີ່ມາຈາກຫ້ອງການ, ກົມ, ສຳນັກພິມສຶກສາ-ກິລາ, ສະຖາບັນ, ສູນ, ລັດວິສາຫະກິດອຸປະກອນ ແລະ ໂຮງພິມສຶກສາ, ວິທະຍາໄລ, ໂຮງຮຽນ ແລະ ຕົວແທນຈາກ 3 ອົງການຈັດຕັ້ງມະຫາຊົນ (ຂັ້ນກະຊວງ) ຈໍານວນ 63 ສະຫາຍ, ຍິງ 20 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານຂໍ້ຕົກຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ແກ່ສະມາຊິກພັກ-ພະນັກັງານຫຼັກແຫຼ່ງຂອງກະຊວງສຶກສາທິການ ແລະ ກິລາ ເລກທີ 63/ສມປຊ, ລົງວັນທີ 20 ມັງກອນ 2026; ຜ່ານມະຕິຕົກລົງຂອງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການອະນຸມັດໃຫ້ສະມາຊິກພັກ-ພະນັກັງານຫຼັກແຫຼ່ງຂອງກະຊວງສຶກສາທິການ ແລະ ກິລາ ເຂົ້າຝຶກອົບຮົມທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ III ເລກທີ 21/ຄພ.ສສກ ລົງວັນທີ 22 ມັງກອນ 2026.
ໃນໂອກາດນີ້, ສະຫາຍ ປອ ນາງ ປອ ດາລະວອນ ກິດຕິພັນ ໄດ້ກ່າວມີຄຳເຫັນກ່າວເປີດພິທີບາງຕອນວ່າ: ຄະນະພັກກະຊວງສຶກສາທິການ ແລະ ກິລາ ແມ່ນໄດ້ຈັດການຮຽນທິດສະດີການເມືອງຂັ້ນຕົ້ນ ຜ່ານມາ 2 ຊຸດແລ້ວ ແລະ ໄດ້ສ້າງພະນັກງານສືບທອດຂັ້ນພະແນກ, ຂັ້ນກົມ, ຫ້ອງການ, ສາມອົງການຈັດຕັ້ັງມະຫາຊົນ ແລະ ສະຖາບັນການສຶກສາຕ່າງໆ ໄດ້ຈຳນວນ 74 ສະຫາຍ ແລະ ເທື່ອນີ້ເປັນຊຸດທີ III ມີຜູ້ເຂົ້າຮ່ວມ ຈໍານວນ 63 ສະຫາຍ, ຍິງ 20 ສະຫາຍ ຕາມມະຕິຕົກລົງຂອງຄະນະປະຈຳພັກກະຊວງສຶກສາທິການ ແລະ ກິລາ. ໃນໄລຍະຜ່ານມາ ພວກເຮົາບໍ່ໄດ້ຈັດຕັ້ງການຮຽນທິດສະດີການເມືອງ ແລະ ການປົກຄອງ ໃຫ້ກັບພະນັກງານຫຼັກແຫຼ່ງ, ພະນັກງານສືບທອດຂອງພວກເຮົາຢ່າງຕໍ່ເນື່ອງ. ສະນັ້ນ, ຊຸດນີ້ເປັນຊຸດພິເສດທີ່ຄະນະກະຊວງ ສສກ ເຮົາຈັດຂຶ້ນກັບທີ່ ຈຶ່ງມີຄວາມສະດວກ ໃນການຊຸກຍູ້ ແລະ ຕິດຕາມ ແລະ ນັກວິທະຍາກອນທີ່ຈະມາຖ່າຍທອດຄວາມຮູ້ ແລະ ປະສົບການ ສ່ວນຫຼາຍແມ່ນມາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
ການຍົກລະດັບທາງດ້ານທິດສະດີການເມືອງໃນຄັ້ງນີ້ ກໍເພື່ອເປັນການສ້າງ ແລະ ພັດທະນາໃຫ້ພະນັກງານຫຼັກແຫຼ່ງ, ສະມາຊິພັກ ແລະ ພະນັກງານໃຫ້ມີຄວາມຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ບັນດາແນວທາງນະໂຍບາຍຂອງພັກ, ຂອງລັດ ກໍຄືແນວທາງກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ; ພ້ອມກັນນັ້ນ, ກໍເຮັດໃຫ້ສຳມະນາກອນ ສາມາດນຳເອົາທິດສະດີດັ່ງກ່າວນຳໄປຈັດຕັ້ງປະຕິບັດໃນວຽກງານທີ່ຕົນຮັບຜິດຊອບ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ດັ່ງນັ້ນ, ຄະນະພັກ, ຄະນະນຳກະຊວງ ສສກ ຈຶ່ງໄດ້ສ້າງແຜນການເພື່ອສ້າງພະນັກງານສືບທອດໄວ້ໃຫ້ໄດ້ຫຼາຍ ເພື່ອສະດວກໃນການນຳພາ, ຄຸ້ມຄອງ ແລະ ບັນຈຸສັບຊ້ອນເຂົ້າໃນຕຳແໜ່ງງານຕ່າງໆ, ສ້າງພະນັກງານຫຼັກແຫຼ່ງ, ພະນັກງານສືບທອດຫຼາຍຂຶ້ນ; ໂດຍຖືເອົາວຽກງານນີ້ເປັນການກໍ່ສ້າງສະມາຊິກພັກ, ພະນັກງານສືບທອດປ່ຽນແທນໃຫ້ມີຄວາມຮູ້ຄວາມສາມາດ, ມີທັກສະທາງດ້ານແນວຄິດການເມືອງ, ມີທັກສະທາງດ້ານການບໍລິຫານ, ທັກສະດ້ານການຄຸ້ມຄອງ. ຊຶ່ງວຽກງານທິດສະດີການເມືອງ ແລະ ການປົກຄອງ ແມ່ນເປັນປັດໄຈສຳຄັນໜຶ່ງທີ່ກະຕຸກຊຸກຍູ້ໃຫ້ພະນັກງານ ໄດ້ມີຄວາມຮັບຜິດຊອບຕໍ່ຕົນເອງ, ຕໍ່ການຈັດຕັ້ງ ແລະ ຕໍ່ໜ້າທີ່ການເມືອງທີ່ຕົນຮັບຜິດຊອບ.
ພ້ອມນັ້ນ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຍັງໄດ້ຮຽກຮ້ອງມາຍັງບັນດາສຳມະນາກອນທຸກສະຫາຍ ໃຫ້ສຸມຈິດສຸມໃຈເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ຍາດແຍ່ງເອົາບົດຮຽນຈາກບັນດາອາຈານ ກໍຄືວິທະຍາກອນທີ່ຈະມາຖ່າຍທອດຄວາມຮູ້ໃຫ້ບັນດາສະຫາຍ ແລະ ຂໍຮຽກຮ້ອງມາຍັງຄະນະຮັບຜິດຊອບຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງທຸກໆຂັ້ນ ຕ້ອງເປັນເຈົ້າການໃນການນຳພາ-ຊີ້ນຳ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ. ສະນັ້ນ, ຂໍໃຫ້ບັນດາສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນເຊີດຊູຄວາມເປັນເຈົ້າການໃຫ້ສູງຂຶ້ນ, ມີບັນຫາໃດທີ່ເຫັນວ່າບໍ່ທັນເຂົ້າໃຈ, ບໍ່ທັນຈະແຈ້ງ ຂໍໃຫ້ຕັ້ງເປັນຄຳຖາມສົນທະນາກັບອາຈານ ເພື່ອແລກປ່ຽນບົດຮຽນ. ເຊື່ອໝັ້ນວ່າ ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຫວັງຢ່າງຍິ່ງວ່າສໍາມະນາກອນທຸກໆສະຫາຍ ຈະໃຫ້ຄວາມຮ່ວມມືຢ່າງຕັ້ງໜ້າໃນການເຂົ້າຮ່ວມຝຶກອົບຮົມ ແຕ່ຕົ້ນຕະຫຼອດປາຍ;  ພ້ອມກັນນັ້ນຂໍໃຫ້ຍາດແຍ່ງເອົາບົດຮຽນໄປນຳໃຊ້ເຂົ້າໃນວຽກງານຕົວຈິງ ຂອງພວກສະຫາຍ ໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.
ສຳລັບເອກະສານທີ່ນໍາມາຮຽນຄັ້ງນີ້ ມີຫຼາກຫຼາຍກຸມວິຊາ ແລະ ວິຊາລົງເລິກ ຄື: ກຸ່ມວິຊາປັດສະຍາມາກ-ເລນິນ, ກຸ່ມວິຊາເສດຖະສາດການເມືອງ, ກຸ່ມວິຊາມາກ-ເລນິນ, ວິຊາລັດທິສັງຄົມນິຍົມວິທະຍາສາດ, ວິຊາການເມືອງວິທະຍາ, ວິຊາສັງຄົມສາດ, ກຸ່ມວິຊາແນວຄິດໄກສອນ ພົມວິຫານ, ວິຊາພື້ນຖານກ່ຽວກັບການຄຸ້ມຄອງບໍລິຫານລັດ, ວິຊາທິດສະດີລັດ ແລະ ກົດໝາຍ, ວິຊາເຕັກນິກບໍລິຫານ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ,  ວິຊາກໍ່ສ້າງພັກ. ນອກຈາກນັ້ນ ຍັງມີຫົວຂໍ້ເພີ່ມຕື່ມ ຄື: ທິດທາງ ແລະ ນະໂຍບາຍຂອງພັກ-ລັດ ແຕ່ລະໄລຍະ; ຄວາມສາມາດເປັນເສນາທິການວຽກວິຊາສະເພາະ ວຽກພັກ, ວຽກຈັດຕັ້ງ, ວຽກງານກວດກາ ແລະ ວຽກອົງການຈັດຕັ້ງມະຫາຊົນ; ສະພາບການຂອງໂລກ ແລະ ກົມກອງ, ທ້ອງຖິ່ນ ໃນແຕ່ລະໄລຍະ; ການຄຸ້ມຄອງສິ່ງແວດລ້ອມ; ສະພາບການຂອງໂລກ ແລະ ກົມກອງ, ທ້ອງຖິ່ນໃນແຕ່ລະໄລຍະ ແລະ ເອກະສານສຳຄັນຈຳນວນໜຶ່ງຂອງຄະນະພັກ, ຄະນະນຳກະຊວງສຶກສາທິການ ແລະ ກິລາ. ນອກຈາກນັ້ນ ຍັງຈະໄດ້ໄປທັດສະນະສຶກສາ ເພື່ອແລກປ່ຽນບົດຮຽນ ຢູ່ພາຍໃນນະຄອນຫຼວງວຽງຈັນ 1 ວັນ ແລະ ທັດສະນະສຶກສາຢູ່ຕ່າງແຂວງ 3 ວັນ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ